_cover (47)
ລາຄາ "ນ້ຳມັນດິບ" ສູງຂຶ້ນ ນັກລົງທຶນກັງວົນ ຫຼັງອິສຣາເອວໂຈມຕີອີຣ່ານ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 13 June, 2025
ໝວດ: ຂ່າວ

ສໍານັກຂ່າວຣອຍເຕີລາຍງານວ່າ ລາຄານ້ຳມັນດິບສູງຂຶ້ນຫຼາຍກວ່າ 7% ໃນວັນສຸກ (13 ມິຖຸນາ 2025) ຊຶ່ງເປັນລະດັບສູງສຸດໃນຮອບຫຼາຍເດືອນ ຫຼັງຈາກອິສຣາເອວກ່າວວ່າໄດ້ໂຈມຕີອີຣ່ານ ສົ່ງຜົນໃຫ້ຄວາມຕຶງຄຽດໃນຕາເວັນອອກກາງຮຸນແຮງຂຶ້ນຢ່າງຫຼາຍ ແລະ ເຮັດໃຫ້ເກີດຄວາມກັງວົນກ່ຽວກັບການຢຸດຊະງັກຂອງການສະໜອງນ້ຳມັນ

 

ລາຄານ້ຳມັນດິບເບຣນທ໌(Brent) ສູງຂຶ້ນ 5.29 ໂດລາ ຫຼື 7.63% ແຕະທີ່ 74.65 ໂດລາຕໍ່ບາເຣວ ເມື່ອເວລາ 0142 GMT ຫຼື 08:42 ນ. ຕາມເວລາໃນປະເທດລາວຫຼັງຈາກແຕະລະດັບສູງສຸດປະຈໍາວັນທີ່ 75.32 ໂດລາ ຊຶ່ງເປັນລະດັບສູງສຸດຕັ້ງແຕ່ວັນທີ່ 2 ເມສາ 2025

 

ລາຄານ້ຳມັນດິບເວັສທ໌ເທັກຊັສອິນເຕີມີເດຍທ໌ ຂອງສະຫະລັດ ເພີ່ມຂຶ້ນ 5.38 ໂດລາ ຫຼື 7.91% ແຕະທີ່ 73.42 ໂດລາຕໍ່ບາເຣວ ຫຼັງຈາກແຕະລະດັບສູງສຸດທີ່ 74.35 ໂດລາ ຊຶ່ງເປັນລະດັບສູງສຸດຕັ້ງແຕ່ວັນທີ່ 3 ກຸມພາ 2025

 

ອິສຣາເອວກ່າວເມື່ອເຊົ້າວັນສຸກວ່າໄດ້ໂຈມຕີອີຣ່ານ ແລະ ສື່ອີຣ່ານລາຍງານວ່າໄດ້ຍິນສຽງລະເບີດໃນນະຄອນເຕເຮຣານ ຂະນະທີ່ຄວາມຕຶງຄຽດ ເພີ່ມຫຼາຍຂຶ້ນຈາກຄວາມພະຍາຍາມຂອງສະຫະລັດທີ່ຈະຊະນະຂໍ້ຕົກລົງກັບອີຣ່ານໃນການຢຸດການຜະລິດວັດສະດຸສໍາລັບລະເບີດປະລະມາມູ

 

Saul Kavonic ນັກວິເຄາະດ້ານພະລັງງານອາວຸໂສຂອງ MST Marquee ກ່າວວ່າ ການໂຈມຕີອີຣ່ານຂອງອິສຣາເອວເຮັດໃຫ້ຄວາມສ່ຽງເພີ່ມຂຶ້ນອີກ ຄວາມຂັດແຍ້ງຈະຕ້ອງທະວີຄວາມຮຸນແຮງຂຶ້ນເຖິງຈຸດທີ່ອີຣ່ານຕອບໂຕ້ໂຄງສ້າງພື້ນຖານດ້ານນ້ຳມັນພາຍໃນ   ກ່ອນທີ່ການສະໜອງນ້ຳມັນຈະໄດ້ຮັບຜົນກະທົບຢ່າງຮຸນແຮງ

 

ອີຣ່ານອາດຂັດຂວາງການສະໜອງນ້ຳມັນໄດ້ຫຼາຍເຖິງ 20 ລ້ານບາເຣວຕໍ່ມື້ ໂດຍການໂຈມຕີໂຄງສ້າງພື້ນຖານ ຫຼື ຈໍາກັດການຜ່ານຊ່ອງແຄບຮໍມຸດໃນສະຖານການຮ້າຍແຮງທີ່ສຸດ

 

ນາຍົກລັດຖະມົນຕີຂອງອິສຣາເອວ “ເບນຈາມິນ ເນທັນຢາຮູ” ກ່າວວ່າ ການໂຈມຕີອີຣ່ານຂອງອິສຣາເອວ ມີເປົ້າໝາຍເພື່ອທໍາລາຍໂຄງສ້າງພື້ນຖານດ້ານນີວເຄລຍ ໂຮງງານຂີປະນາວຸດພິໄສໄກ ແລະ ສັກຍະພາບທາງທະຫານຈໍານວນຫຼາຍຂອງອີຣ່ານ

 

“ມາໂກ ຣູບິໂອ” ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວເມື່ອວັນພະຫັດ (12 ມິຖຸນາ 2025) ວ່າ ການໂຈມຕີຂອງອິສຣາເອວຕໍ່ອີຣ່ານເປັນ “ການກະທໍາຝ່າຍດຽວ” ແລະ ກ່າວວ່າວໍຊິງຕັນບໍ່ໄດ້ມີສ່ວນກ່ຽວຂ້ອງ ຂະນະດຽວກັນກໍ່ຮຽກຮ້ອງໃຫ້ເຕເຮຣານຢ່າໂຈມຕີຜົນປະໂຫຍດ ຫຼື ບຸກຄະລາກອນຂອງສະຫະລັດໃນພາກພື້ນ

 

“ປຣິຢັງກາ ຊັດເດວາ” ນັກວິເຄາະຕະຫຼາດອາວຸໂສຂອງ Phillip Nova ກ່າວວ່າ ອີຣ່ານປະກາດສະຖານະການສຸກເສີນ ແລະ ກຽມຕອບໂຕ້ ຊຶ່ງເພີ່ມຄວາມສ່ຽງບໍ່ພຽງແຕ່ການຢຸດຊະງັກເທົ່ານັ້ນ ແຕ່ຍັງລວມເຖິງການແຜ່ລະບາດໄປຍັງປະເທດຜູ້ຜະລິດນ້ຳາມັນເຂດໃກ້ຄຽງອື່ນໆ ອີກດ້ວຍ

 

ເຖິງແມ່ນວ່າທຣຳໄດ້ສະແດງຄວາມລັງເລໃຈທີ່ຈະເຂົ້າຮ່ວມ ແຕ່ການມີສ່ວນຮ່ວມຂອງສະຫະລັດກໍອາດສ້າງຄວາມກັງວົນຫຼາຍຂຶ້ນໄປອີກ

 

ນອກຈາກນີ້ໃນຕະຫຼາດອື່ນໆ ມື້ນີ້ ຕະຫຼາດຫຸ້ນຕົກລົງ ໃນການຊື້ຂາຍຊ່ວງເຊົ້າຂອງເອເຊຍ ນໍາໂດຍການຂາຍສັນຍາຊື້ຂາຍລ່ວງໜ້າຂອງສະຫະລັດ ຂະນະທີ່ນັກລົງທຶນແຫ່ເຂົ້າຊື້ຊັບສິນທີ່ປອດໄພ ເຊັ່ນ: ທອງຄໍາ ແລະ ຟຣັງສະວິສ

 

“Tony Sycamore” ນັກວິເຄາະຕະຫຼາດຂອງ IG ກ່າວວ່າ ການເພີ່ມຂຶ້ນຢ່າງໜ້າຕົກໃຈດັ່ງກ່າວເປັນການໂຈມຕີຄວາມສ່ຽງໃນຕະຫຼາດການເງິນ ໃນຂະນະທີ່ພວກເຮົາລໍຖ້າຂ່າວສານເພີ່ມເຕີມ ແລະ ການຕອບສະໜອງທີ່ເປັນໄປໄດ້ຈາກອີຣ່ານ ພວກເຮົາກໍມີແນວໂນ້ມທີ່ຈະເຫັນຄວາມເສື່ອມຖອຍເພີ່ມເຕີມໃນຄວາມຮູ້ສຶກສ່ຽງ ເນື່ອງຈາກຜູ້ຊື້ຂາຍຫຼຸດສະຖານະການສະແຫວງຫາຄວາມສ່ຽງກ່ອນສຸດທ້າຍອາທິດນີ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ