_cover (49)
ຈີນເຕືອນໄພລະດັບສູງຮັບມື "ພາຍຸຫວູ່ຕິບ" ຍົກເລີກຖ້ຽວບິນ-ປິດໂຮງຮຽນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 13 June, 2025
ໝວດ: ຂ່າວ

ສຳນັກຂ່າວຊິນຫົວລາຍງານ ມະນົດໄຫ່ຫນານ (ໄຫຫຼໍາ) ທາງໃຕ້ສຸດຂອງຈີນ ປະກາດໃຊ້ມາດຕະການຮັບມືພາຍຸສູງລະດັບ 2 ກຽມພ້ອມຮັບພາຍຸໄຕ້ຝຸ່ນລູກທຳອິດແຫ່ງປີ ໄຕ້ຝຸ່ນ “ຫວູ່ຕິບ” ຫຼັງຄາດວ່າ ຈະຂຶ້ນຝັ່ງມົນທົນໄຫ່ຫນານ ທາງໃຕ້ສຸດຂອງຈີນໃນມື້ນີ້ ທີ່ບໍລິເວນລະຫວ່າງເມືອງຊານຢ່າ ແລະ ເມືອງຕົງຟາງໃນມົນທົນໄຫ່ຫນານ

 

ຈາກນັ້ນ ພາຍຸຫວູ່ຕິບຈະເຄື່ອນຕົວຕໍ່ໄປທີ່ ມົນທົນກວາງຕຸ້ງ ແລະ ມົນທົນກວ່າງຊີ ຫຼື ເຂດປົກຄອງຕົນເອງກວ່າງຊີ ໃນວັນທີ່ 14 ມິຖຸນາ 2025 ນີ້

 

ທາງດ້ານສໍານັກອຸຕຸນິຍົມວິທະຍາໃນລະດັບທ້ອງຖິ່ນຂອງຈີນ ປະກາດເຕືອນໄພພາຍຸຝົນ ແລະ ນ້ຳທ່ວມກະທັນຫັນຫຼາຍເມືອງໃນໄຫ່ຫນານ ຄາດວ່າ ຈະເກີດຝົນຕົກໜັກຫຼາຍກວ່າ 100 ມິນລິແມັດພາຍໃນ 24 ຊົ່ວໂມງນີ້ໃນ 6 ເມືອງ ແລະ ເຂດໃນໄຫ່ຫນານ

 

ເມືອງຊານຢ່າຊຶ່ງຄາດວ່າຈະເປັນຈຸດທີ່ ທີ່ພາຍຸຸຫວູ່ຕິບຂຶ້ນຝັ່ງ ໄດ້ເລີ່ມໃຊ້ມາດຕະການຮັບມືພາຍຸໄຕ້ຝຸ່ນ ແລະ ນ້ຳທ່ວມໃນລະດັບ 2 ຫຼື ເກືອບສູງສຸດແລ້ວຕັ້ງແຕ່ຕອນຄ່ຳວານນີ້ (12 ມິຖຸນາ) ສະໜາມບິນຊານຢ່າຍົກເລີກຖ້ຽວບິນທັງໝົດຕັ້ງແຕ່ 22.00 ໂມງ

 

ສ່ວນໃນມົນທົນໄຫ່ຫນານ ທີ່ຕັ້ງຂອງຊານຢ່າ ລົດໄຟຄວາມໄວສູງຢຸດເປີດບໍລິການທົ່ວທັງມົນທົນ ແຕ່ຄາດວ່າຈະສາມາດກັບມາເປີດໄດ້ໃນວັນເສົາມື້ອື່ນນີ້ (14 ມິຖຸນາ) ໂຮງຮຽນທັງໝົດລວມເຖິງໂຮງຮຽນອະນຸບານທົ່ວເມືອງປິດຮຽນ ລວມໄປເຖິງແຫຼ່ງທ່ອງທ່ຽວ ແລະ ພື້ນທີ່ງານກໍ່ສ້າງໃນຊານຢ່າ ກໍປິດດ້ວຍ

 

ສ່ວນອ່າງເກັບນ້ຳຫຼັກຫຼາຍແຫ່ງໃນຊານຢ່າ ເລີ່ມລະບາຍນ້ຳອອກຈາກອ່າງເກັບນ້ຳເພື່ອກຽມຮັບນ້ຳຝົນ ລະບົບຈ່າຍນ້ຳ ແລະ ລະບົບລະບາຍນ້ຳໄດ້ຮັບການກວດສອບວ່າໃຊ້ການໄດ້ດີ

 

ກ່ອນໜ້ານີ້ ກົມອຸຕຸນິຍົມວິທະຍາທ້ອງຖິ່ນຈີນລາຍງານວ່າ ພາຍຸໂຊນຮ້ອນຫວູ່ຕິບ ໄດ້ທະວີກໍາລັງແຮງຂຶ້ນເປັນພາຍຸໄຕ້ຝຸ່ນມື້ຄືນນີ້ (12 ມິຖຸນາ) ໂດຍສູນກາງ ຫຼື ຕາພາຍຸ ຢູ່ນອກຊາຍຝັ່ງມົນທົນໄຫ່ຫນານ ຫ່າງຈາກເມືອງຊານຢ່າໃນມະນົດໄຫ່ຫນານປະມານ 95 ກິໂລແມັດ ເຮັດໃຫ້ເກີດກະແສລົມແຮງກິນບໍລິເວນກວ້າງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ