ວັນທີ່ 13 ມິຖຸນາ 68 ເມື່ອເວລາ 09.30 ນາທີ ສະໜາມບິນພູເກັດ ຊີ້ແຈງຫຼັງຮັບແຈ້ງເຫດຈາກສູນຄວບຄຸມການບິນ ບໍລິສັດ ວິທະຍຸການບິນແຫ່ງປະເທດໄທ ຈໍາກັດ ວ່ານັກບິນຂອງສາຍການບິນ AIR INDIA ຖ້ຽວບິນທີ່ AI 379 ເສັ້ນທາງບິນ HKT- ພູເກັດ – DEL (ເດລີ)
ຜູ້ໂດຍສານຈໍານວນ 156 ຄົນ ໄດ້ຮັບຂໍ້ຄວາມຂູ່ວາງລະເບີດເທິງອາກາດຍານໃນລະຫວ່າງທີກຳລັງບິນ ໂດຍໄດ້ຮັບການປະສານຂໍນໍາເຮືອບິນລົງຈອດສຸກເສີນທີ່ ສະໜາມບິນພູເກັດ.
ໂດຍ ສະໜາມບິນພູເກັດ ໄດ້ດໍາເນີນການປະກາດໃຊ້ແຜນເຫດສຸກເສີນຂອງສະໜາມບິນ Airport Contingency Plan : ACP ບົດທີ່ 3 ການຂູ່ວາງລະເບີດ ໃຫ້ເປັນໄປຕາມຂັ້ນຕອນການປະຕິບັດທີ່ກໍານົດໄວ້ ແລະ ໄດ້ມີການກຽມຄວາມພ້ອມໃນທຸກດ້ານແລ້ວ ຫາກມີຄວາມຄືບໜ້າຈະແຈ້ງໃຫ້ຊາບຕໍ່ໄປ
ທັງນີ້ ສາຍການບິນແອອິນເດຍ ຫາກໍເກີດອຸບັດຕິເຫດທາງການບິນ ເຮືອບິນແອອິນເດຍຕົກຂະນະເດີນໜ້າສູ່ລອນດອນ ເມື່ອວັນທີ່ 12 ມິຖຸນາ 2025 ຫຼ້າສຸດເຈົ້າໜ້າທີ່ພົບສົບແລ້ວກວ່າ 200 ລາຍ ໂດຍມີຜູ້ລອດຊີວິດພຽງລາຍດຽວ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |