ໂຄສົກກະຊວງພາຍໃນອັຟການິສຖານ ເປີດເຜີຍວ່າມີກ້ອງວົງຈອນປິດຢ່າງໜ້ອຍ 100,000 ໜ່ວຍ ຖືກຕິດຕັ້ງທົ່ວນະຄອນຄາບູລ ເພື່ອສອດສ່ອງດູແລຄວາມປອດໄພ ທີ່ຊ່ວຍປ້ອງກັນອາຊະຍາກໍາໃນເມືອງໄດ້
ໃນຫ້ອງຄວບຄຸມໃນນະຄອນຄາບູລ ທ່ານ ອັບດຸລ ມາທີນ ການີ ໂຄສົກກະຊວງພາຍໃນ ກ່າວວ່າມີການຕິດຕັ້ງກ້ອງວົງຈອນປິດຢ່າງໜ້ອຍ 100,000 ໜ່ວຍ ທີ່ຊ່ວຍປ້ອງກັນອາຊະຍາກໍາໃນເມືອງໄດ້ ລາວກ່າວວ່າ ພື້ນທີ່ນະຄອນຫຼວງເກືອບທັງໝົດຢູ່ພາຍໃຕ້ການເຝົ້າລະວັງ ແລະ ອັຟການິສຖານມີຄວາມປອດໄພທີ່ສຸດໃນຮອບຫຼາຍທົດສະວັດ
ກ້ອງວົງຈອນປິດໃນຫ້ອງຄວບຄຸມມີຄວາມສາມາດຊູມໄດ້ຕັ້ງແຕ່ 5 ເຖິງ 8 ກິໂລແມັດ ໄປຈົນເຖິງ 12 ກິໂລແມັດ ທ່ານການີ ກ່າວວ່າ ການຊູມນັ້ນມີຄວາມຊັດເຈນ ແລະ ແມ່ນຍໍາຫຼາຍ ຈົນສາມາດຈົດຈໍາໃບໜ້າໄດ້ ແລະ ອ່ານປ້າຍທະບຽນລົດໄດ້ຄົບຖ້ວນ
ຂະນະທີ່ລັດຖະບານກໍາລັງສະແຫວງຫາການລົງທຶນຈາກຕ່າງປະເທດເພື່ອພັດທະນາປະເທດ ແລະ ກະຕຸ້ນເສດຖະກິດ ລັດຖະບານກໍາລັງພະຍາຍາມໃຊ້ປະໂຫຍດຈາກຊັບພະຍາກອນແຮ່ ແລະ ໂອກາດໃນການພັດທະນາຂອງອັຟການິສຖານ ແລະ ພະຍາຍາມສະແດງໃຫ້ເຫັນເຖິງຄວາມແຂງແກ່ນ ແລະ ສັນຕິພາບ
ພາຍໃຕ້ລັດຖະບານຊຸດກ່ອນ ນະຄອນຄາບູລຖືກຄຸກຄາມຈາກການໂຈມຕີຈາກກຸ່ມຕາລີບັນ ແລະ ກຸ່ມລັດອິສລາມ ຫຼື ໄອເອສ ທຸກມື້ ລວມເຖິງການລັກພາຕົວ ແລະ ການຈີ້ປຸ້ນລົດ ເມື່ອກຸ່ມຕາລີບັນກັບຄືນສູ່ອໍານາດອີກຄັ້ງໃນປີ 2021 ພວກເຂົາສັນຍາວ່າຈະປາບປາມອາຊະຍາກໍາ
ເຖິງວ່າຈະມີຄວາມຮຸນແຮງໜ້ອຍລົງຕັ້ງ ແຕ່ກຸ່ມຕາລີບັນປ່ຽນບົດບາດຈາກການກໍ່ຄວາມບໍ່ສະຫງົບມາເປັນການປົກຄອງປະເທດ ແລະ ກອງກໍາລັງຕ່າງຊາດຖອນກໍາລັງອອກໄປ ແຕ່ກຸ່ມກໍ່ການຮ້າຍທີ່ເຊື່ອມໂຍງກັບກຸ່ມລັດອິສະລາມຍັງຄົງກໍ່ເຫດໂຈມຕີ ໂດຍສ່ວນໃຫຍ່ມຸ່ງເປົ້າໄປທີ່ຊຸມຊົນຄົນຊີອະ ຊຶ່ງເປັນຊົນກຸ່ມໜ້ອຍ ແລະ ຝ່າຍບໍລິຫານ
ການໂຈມຕີທີ່ຊັດເຈນທີ່ສຸດຂອງພວກເຂົາຄືການລອບສັງຫານລັດຖະມົນຕີລັດຖະບານ ຄາລິລ ຮັກການີ ຊຶ່ງເປັນອາຂອງ ທ່ານ ຊິຣາຈຸດດິນ ຮັກການີ ລັດຖະມົນຕີວ່າການກະຊວງພາຍໃນ ເມື່ອເດືອນທັນວາທີ່ຜ່ານມາ ໂດຍສະມາຊິກຄະນະລັດຖະມົນຕີລາຍນີ້ຖືເປັນເຫຍື່ອການໂຈມຕີທີ່ມີຊື່ສຽງທີ່ສຸດໃນປະເທດ ນັບຕັ້ງແຕ່ກຸ່ມຕາລີບັນເຂົ້າຍຶດອໍານາດ
ກຸ່ມຕາລີບັນກັບມາມີອໍານາດອີກຄັ້ງໃນປີ 2021 ໂດຍສາມາດຍຶດຄອງພື້ນທີ່ເກືອບທັງໝົດຂອງປະເທດໄດ້ພາຍໃນເວລາພຽງອາທິດດຽວ ເຖິງວ່າສະຫະລັດ ແລະ ກຸ່ມນາໂຕຈະໃຊ້ເງິນຫຼາຍພັນລ້ານໂດລາໃນການສ້າງກອງທັບອັຟການິສຖານແລ້ວກໍຕາມ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |