_cover (56)
"ທຣໍາ" ເປີດຕົວ Trump Mobile ໂທລະສັບມືຖືສະມາດໂຟນລາຄາຈັບຕ້ອງໄດ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 June, 2025
ໝວດ: ຂ່າວ

“Trump Organization” ອານາຈັກທຸລະກິດຂອງຕະຣະກູນທຣໍາ ປະກາດເປີດຕົວສະມາດໂຟນຊື່ວ່າ “Trump Mobile” ໂດຍລຸ້ນ “T1” ມີລາຄາ 499 ໂດລາ ແລະ ມີກຳນົດວາງຈຳໜ່າຍໃນເດືອນກັນຍາ 2025

 

ທັງນີ້ Trump Mobile ຄິດຄ່າບໍລິການລາຍເດືອນໃນລາຄາ 47.45 ໂດລາ ໂດຍຜູ້ໃຊ້ບໍລິການສາມາດໂທໂດຍບໍ່ຈຳກັດ, ສົ່ງຂໍ້ຄວາມໂດຍບໍ່ຈຳກັດ, ຫຼິ້ນອິນເຕີເນັດໂດຍບໍ່ຈຳກັດ ລວມທັງໄດ້ຮັບບໍລິການຊ່ວຍເຫຼືອສຸກເສີນຫາກລົດປະສົບບັນຫາ ແລະໄດ້ຮັບສິດທິປະໂຫຍດດ້ານບໍລິການການແພດທາງໄກ

 

ສະມາດໂຟນລຸ້ນ “T1” ມີຕົວເຄື່ອງເປັນໂລຫະສີທອງ ພ້ອມລາຍທຸງຊາດສະຫະລັດແກະສະຫຼັກຝາຫຼັງ ໂດຍ T1 ໃຊ້ລະບົບປະຕິບັດການ Android 15 ແລະ ມາພ້ອມກັບໜ້າຈໍ AMOLED ຂະໜາດ 6.8 ນິ້ວ ພ້ອມກ້ອງໜ້າ (ເຊວຟີ) ຄວາມລະອຽດ 16 ລ້ານພິກເຊລ ຂະນະທີ່ກ້ອງຫຼັກມີຄວາມລະອຽດ 50 ລ້ານພິກເຊນ ໂດຍມີ RAM ຂະໜາດ 12 ກິກກະໄບ ພ້ອມດ້ວຍຄວາມຈຸພາຍໃນເຄື່ອງ 256 ກິກກະໄບ

 

 

 

ນອກຈາກນີ້ ການຕັ້ງຊື່ຂອງບໍລິການ “The 47 Plan” ຊຶ່ງຄິດຄ່າບໍລິການລາຍເດືອນ 47.45 ໂດລາ ກໍ່ມີທີ່ມາຂອງຕົວເລກ ທີ່ກ່ຽວຂ້ອງກັບປະທານາທິບໍດີໂດນັລດ໌ ທຣໍາ ຊຶ່ງດຳລົງຕຳແໜ່ງເປັນປະທານາທິບໍດີຄົນທີ 45 ຂອງສະຫະລັດໃນສະໄໝທຳອິດ ແລະ ປັດຈຸບັນດຳລົງຕຳແໜ່ງເປັນປະທານາທິບໍດີຄົນທີ 47

 

ຂະນະດຽວກັນ ເວັບໄຊທ໌ trumpmobile.com ສະແດງພາບໜ້າຈໍໂທລະສັບເປັນຂໍ້ຄວາມໂຄສະນາຫາສຽງຂອງປະທານາທິບໍດີທຣໍາທີ່ລະບຸວ່າ “Make America Great Again”

 

ທີ່ຜ່ານມາ Trump Organization ໄດ້ເປີດຕົວສິນຄ້າທີ່ຫຼາກຫຼາຍໃນຊ່ວງທີ່ມີການໂຄສະນາຫາສຽງເລືອກຕັ້ງ ເຊັ່ນ: ໂມງ, ເກີບຜ້າ ແລະ ຄຳພີໄບເບິນ ໂດຍ Trump Organization ບໍ່ໄດ້ຈຳໜ່າຍສິນຄ້າເຫຼົ່ານີ້ໂດຍກົງ

 

ແຕ່ເປັນການເຮັດຂໍ້ຕົກລົງໃຫ້ສິດໃນການໃຊ້ແບຣນ (licensing agreement) ສຳລັບທຸລະກິດທີ່ມີຄວາມສົນໃຈ ຂະນະທີ່ trumpmobile.com ລະບຸເຊັ່ນກັນວ່າ Trump Mobile ລວມທັງຜະລິດຕະພັນ ແລະ ບໍລິການຕ່າງໆ ບໍ່ໄດ້ຖືກອອກແບບ, ພັດທະນາ, ຜະລິດ, ວາງຈຳໜ່າຍ ຫຼື ຈຳໜ່າຍໂດຍ Trump Organization ຫຼື ບໍລິສັດໃນເຄືອແຕ່ຢ່າງໃດ

 

ເມື່ອວັນສຸກທີ່ຜ່ານມາ ປະທານາທິບໍດີໂດນັລດ໌ ທຣໍາ ແຫ່ງສະຫະລັດ ເປີດເຜີຍວ່າ ລາວມີລາຍໄດ້ຫຼາຍກວ່າ 8 ລ້ານໂດລາໃນປີ 2024 ຈາກການເຮັດຂໍ້ຕົກລົງ licensing agreement

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ