_cover (58)
ເຕືອນໄພ ເງິນປອມໃບ 50.000 ກີບ (ລຸ້ນປີ 2004) ລະວັງກຸ່ມຄົນບໍ່ດີປອມແປງເງິນ ອອກມາໃຊ້ຈ່າຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 June, 2025
ໝວດ: ຂ່າວ

ແຈ້ງການ

ເຖິງ: ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ນັກຮຽນ-ນັກສຶກສາ, ທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດ

ເລື່ອງ: ຍົກສູງສະຕິກ່ອນການຮັບ-ຈ່າຍ ທະນະບັດປະເພດໃບ 50.000 ກີບ

ຫ້ອງການ ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ໃນປະຈຸບັນໄດ້ມີກຸ່ມຄົນບໍ່ດີສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ ດ້ວຍການປອມແປງ ແລະ ນໍາເອົາທະນະບັດ ສະກຸນເງິນກີບ ປະເພດໃບ 50,000 ກີບ ລຸ້ນປີ 2004 ອອກມາໃຊ້ຈ່າຍໃນສັງຄົມ ໂດຍສະເພາະຢູ່ ນະຄອນຫຼວງວຽງຈັນ,

 

ຊຶ່ງທາງເຈົ້າ ໜ້າທີ່ໄດ້ກວດພົບເຫັນ ຕາມເລກລໍາດັບ (Serial number) BE 0814372, BG 1506988, BH 8482734 ແລະ BI 2068330, 0583754. ຮູບແບບການປອມແປງແມ່ນໄດ້ນໍາໃຊ້ເຄື່ອງຈັກພິມຂຶ້ນມາສະເພາະ, ມີຮູບແບບສີສັນ ລວດລາຍຄ້າຍຄືທະນະບັດ ປະເພດໃບ 50,000 ກີບ ລຸ້ນປີ 2004 ແທ້ ແລະ ມີຄວາມແຕກຕ່າງຈາກການພົບເຫັນ ທະນະບັດປອມໃນໄລຍະຜ່ານມາ (ການນໍາເອົາເງິນແທ້ໄປກ໋ອບປີ້ສີ Copy ໃສ່ເຈ້ຍ A4 ທຳມະດາ).

 

ສະນັ້ນ, ກ່ອນຈະ ຮັບ-ຈ່າຍ ທະນະບັດ ສະກຸນເງິນກີບ ປະເພດໃບ 50,000 ກີບ ລຸ້ນປີ 2004 ທຸກໆຄັ້ງ ຕ້ອງເປັນເຈົ້າການກວດກາເບິ່ງ ໃຫ້ລະອຽດ ຕາມຄຸນລັກສະນະຂອງວິທີການສັງເກດທະນະບັດແທ້ (ຢູ່ Platform Facebook ຂອງ ທຫລ ສະບັບ ເລກທີ 66/ຫກ, ລົງວັນທີ 26 ເມສາ 2024).

 

ສໍາລັບກຸ່ມຄົນທີ່ບໍ່ດີ ທີ່ສ້າງຄວາມປັ່ນປ່ວນໂດຍການນໍາເອົາເງິນປອມອອກມາໃຊ້ຈ່າຍໃນສັງຄົມ, ທະນາຄານ ແຫ່ງ ສປປ ລາວ ພວມສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຮີບຮ້ອນປະຕິບັດມາດຕະການຕ່າງໆ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍຂອງ ສປປ ລາວ.

 

ກໍລະນີພົບເຫັນ ຫຼື ຮູ້ຂໍ້ມູນແຫຼ່ງທີ່ມາຂອງທະນະບັດປອມດັ່ງກ່າວ ກະລຸນາແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດ ຫຼື ທະນາຄານແຫ່ງ ສປປ ລາວ (ກົມພິມຈຳໜ່າຍ ເບີໂທ 020 58007361, 020 59999632), ສາຂາທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອ ແຂວງອຸດົມໄຊ (856-81) 260012, ແຂວງຫຼວງພະບາງ (856-71) 260700, ແຂວງຊຽງຂວາງ (856-61) 260030; ພາກກາງ ແຂວງສະຫວັນນະເຂດ (856-41) 260305; ພາກໃຕ້ ແຂວງຈຳປາສັກ (856-31) 214129 ແລະ ທະນາຄານທຸລະກິດໃນຂອບເຂດທົ່ວປະເທດ.

 

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ຈົ່ງຍົກສູງສະຕິລະວັງຕົວໃນການຮັບ-ຈ່າຍ ທະນະບັດ ສະກຸນເງິນກີບ ປະເພດໃບ 50,000 ກີບ ລຸ້ນປີ 2004 ທຸກໆຄັ້ງ ຕາມທີ່ລະບຸໄວ້ຂ້າງເທິງ.

 

 

 

 

 

 

 

 

 

 

 

 

 

 

ທີ່ມາ: ທະນາຄານແຫ່ງ ສປປ ລາວ – Bank of the Lao PDR

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ