ຫຼັງຈາກການປິ່ນປົວແມວທີ່ເຈັບປ່ວຍ ເຊິ່ງອາດເປັນກໍລະນີທຳອິດຂອງການແຜ່ລາມເຊື້ອຈາກແມວສູ່ຄົນທີ່ໄດ້ຮັບການຢືນຢັນໃນຍີ່ປຸ່ນ
SFTS ເປັນພະຍາດຕິດເຊື້ອຮຸນແຮງທີ່ເກີດຈາກໄວຣັສທີ່ແຜ່ລາມໂດຍ ເຫັບຫມັດ ແຕ່ເຊື້ອສາມາດຕິດຕໍ່ຈາກສັດສູ່ຄົນຜ່ານທາງສານຄັດຫຼັ່ງຂອງສັດທີ່ຕິດເຊື້ອໄດ້ເຊັ່ນກັນ ໂດຍສະເພາະຢ່າງຍິ່ງກັບແມວ
ຕາມລາຍງານ ສັດຕະວະແພດລາຍນີ້ເປັນຜູ້ຊາຍອາຍຸປະມານ 50 ປີ ເຮັດວຽກຢູ່ຄລີນິກສັດຕະວະແພດແຫ່ງໜຶ່ງໃນແຂວງມິເອະ
ໃນເດືອນພຶດສະພາທີ່ຜ່ານມາ ລາວໄດ້ປິ່ນປົວແມວທີ່ມີອາການເຈັບປ່ວຍຮຸນແຮງ ແລະ ແມວໂຕນັ້ນໄດ້ເສຍຊີວິດໃນເວລາຕໍ່ມາ ພາຍໃນບໍ່ເທົ່າໃດມື້ຫຼັງຈາກປິ່ນປົວແມວໂຕນັ້ນ ສັດຕະວະແພດເລີ່ມມີໄຂ້ ແລະ ອາການທາງລະບົບທາງເດີນອາຫານ
ລາວໄດ້ເຂົ້າຮັບການປິ່ນປົວໃນໂຮງໝໍແຫ່ງໜຶ່ງແຕ່ເສຍຊີວິດຫຼັງຈາກນັ້ນບໍ່ດົນ ຜົນການກວດສອບຫຼັງເສຍຊີວິດພົບວ່າລາວຕິດເຊື້ອ SFTS ແລະ ເປັນສາຍພັນດຽວກັບເຊື້ອທີ່ກວດພົບໃນແມວໂຕນັ້ນ
ເຈົ້າໜ້າທີ່ສາທາລະນະສຸກ ລະບຸວ່າ ບໍ່ມີຮ່ອງຮອຍວ່າລາວຖືກເຫັບຫມັດກັດ ຈຶ່ງເຊື່ອວ່າການຕິດເຊື້ອນີ້ມາຈາກການສຳຜັດກັບແມວໂດຍກົງ ເຊັ່ນ: ນ້ຳລາຍ, ເລືອດ ຫຼື ສານຄັດຫຼັ່ງອື່ນໆ
ທາງແຂວງມິເອະໄດ້ອອກຄຳເຕືອນໃຫ້ສັດຕະວະແພດ ແລະ ຜູ້ທີ່ເຮັດວຽກໃກ້ຊິດກັບສັດຕ້ອງໃຊ້ຄວາມລະມັດລະວັງຫຼາຍຂຶ້ນ ໂດຍສະເພາະເມື່ອປິ່ນປົວສັດທີ່ມີອາການບໍ່ປົກກະຕິ ເຊັ່ນ: ມີໄຂ້ ຫຼື ຊຶມ SFTS (Severe Fever with Thrombocytopenia Syndrome) ເປັນພະຍາດຕິດເຊື້ອໄວຣັສຊະນິດຮຸນແຮງທີ່ຕິດຕໍ່ຜ່ານເຫັບຫມັດ ແລະ ອາດຕິດຕໍ່ຈາກສັດຕິດເຊື້ອ ເຊັ່ນ: ແມວຫຼືໝາ ຜ່ານເລືອດ ນ້ຳລາຍ ຫຼື ສານຄັດຫຼັ່ງ
ອາການສຳຄັນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |