_cover (65)
ນັກວິໄຈກັງວົນວ່າ ພວກເຮົາອາດເປັນຄົນລຸ້ນສຸດທ້າຍທີ່ຈະໄດ້ເຫັນ "ຫິ່ງຫ້ອຍ" ກ່ອນຈະຫາຍໄປຕະຫຼອດການ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 18 June, 2025

ນັກວິໄຈເຕືອນ ພວກເຮົາອາດເປັນຄົນລຸ້ນສຸດທ້າຍທີ່ຈະໄດ້ເຫັນ “ຫິ່ງຫ້ອຍ” ກ່ອນຈະຫາຍໄປຕະຫຼອດການ ເຫຼືອແຕ່ຕຳນານໃຫ້ລຸ້ນຫຼັງ

 

ຣາຟາເອລ ເດ ຄອກ (Raphaël De Cock) ນັກວິໄຈຫິ່ງຫ້ອຍທີ່ຂຽນວິທະຍານິພົນປະລິນຍາເອກກ່ຽວກັບຕົວອ່ອນຂອງຫິ່ງຫ້ອຍ ໄດ້ກ່າວກັບ National Geographic ວ່າທຸກມື້ນີ້ພວກເຮົາເຫັນຫິ່ງຫ້ອຍໜ້ອຍລົງຫຼາຍເມື່ອທຽບກັບສະໄໝແຕ່ກີ້ ນັກວິໄຈຢືນຢັນວ່ານີ້ບໍ່ແມ່ນພຽງແຕ່ຄວາມຮູ້ສຶກໄປເອງ ແຕ່ເປັນຄວາມຈິງທີ່ມີຫຼັກຖານທາງວິທະຍາສາດຮອງຮັບ ເພາະປະຊາກອນຫິ່ງຫ້ອຍທົ່ວໂລກກຳລັງຫຼຸດລົງຢ່າງຕໍ່ເນື່ອງ

 

ຫິ່ງຫ້ອຍ : ແສງດາວແວວວາວ ເທິງພື້ນດິນ

 

ຫິ່ງຫ້ອຍ ແມ່ນແມງໄມ້ທີ່ສາມາດເປັ່ງແສງໄດ້ ສ້າງຄວາມມະຫັດສະຈັນໃນຍາມເວລາຄ່ຳຄືນຂອງລະດູຮ້ອນ ພວກມັນຢູ່ໃນຕະກູນ Lampyridae ຊຶ່ງມີຫຼາຍກວ່າ 2,000 ສະປີຊີສ໌ ສ່ວນໃຫຍ່ສາມາດເຮືອງແສງໄດ້ ຫິ່ງຫ້ອຍຈັດຢູ່ໃນກຸ່ມດ້ວງໂຕນຸ້ມ ແລະ ມີຊື່ເອີ້ນຫຼາກຫຼາຍ ເຊັ່ນ: firefly, lightning bug ຫຼື glowworm

 

ພຶດຕິກຳເຮືອງແສງຂອງພວກມັນມີເປົ້າໝາຍເພື່ອດຶງດູດຄູ່ປະສົມພັນ ໂດຍສະເພາະໃນຊ່ວງຫົວຄ່ຳ ສຳລັບສາຍພັນຕົ້ນແບບແມ່ນ Lampyris noctiluca ຫຼື ທີ່ຮູ້ຈັກໃນຊື່ “glow-worm” ຂອງເອີຣົບ ຊຶ່ງນັກວິທະຍາສາດເຊື່ອວ່າແຕ່ກ່ອນແສງຂອງມັນເກີດຂຶ້ນເພື່ອເຕືອນສັດຕູວ່າ ຕົວອ່ອນຂອງມັນບໍ່ແຊບ ຫຼື ມີພິດ

 

ຕໍ່ມາພຶດຕິກຳການເຮືອງແສງໄດ້ພັດທະນາກາຍເປັນສັນຍານໃນການສືບພັນດ້ວຍ ນອກຈາກນີ້ ຍັງມີໂຕເມຍຂອງຫິ່ງຫ້ອຍໃນຕະກຸນ Photuris ທີ່ປອມແປງຮຽນແບບສັນຍານຂອງໂຕຜູ້ຈາກຕະກຸນ Photinus ເພື່ອເພື່ອດຶງດູດໃຫ້ມາກິນເປັນເຫຍື່ອນຳ

 

ເຖິງແມ່ນວ່າຕົວອ່ອນຂອງຫິ່ງຫ້ອຍທຸກສາຍພັນຈະເຮືອງແສງໄດ້ ແຕ່ມີພຽງບາງສາຍພັນເທົ່ານັ້ນທີ່ຍັງຄົງມີແສງໃນໄລຍະໃຫຍ່ເຕັມໄວ ແລະ ຕຳແໜ່ງຂອງອະໄວວະເຮືອງແສງກໍ່ແຕກຕ່າງກັນທັງໃນແຕ່ລະສະປີຊີສ໌ ແລະ ລະຫວ່າງເພດ

 

ຫິ່ງຫ້ອຍເປັນທີ່ມະນຸດສົນໃຈມາຕັ້ງແຕ່ສະໄໝໂບຮານ ຫຼາຍວັດທະນະທຳໃຫ້ມັນເປັນສັນຍາລັກທາງຈິດວິນຍານ ຫຼື ຄວາມສະຫງ່າງາມ ຄືໃນຍີ່ປຸ່ນທີ່ມັກຈະຊື່ນຊົມຫິ່ງຫ້ອຍ ແລະ ຍັງມີໃຫ້ເຫັນໃນຮູບເງົາຂອງມິຍາຊາກິ (ເຊັ່ນ: Hotaru no Haka) ໂດຍບາງເມືອງໃນຍີ່ປຸ່ນເຖິງກັບສ້າງສວນໄວ້ເພື່ອຊົມຫິ່ງຫ້ອຍໂດຍສະເພາະ

 

ແຕ່ໜ້າເສົ້າທີ່ສິ່ງມີຊີວິດແສນວິເສດນີ້ກຳລັງຫາຍໄປຢ່າງວ່ອງໄວຈາກທຳມະຊາດ ແລະ ງານວິໄຈລ່າສຸດກໍ່ຊີ້ວ່າພວກເຮົາອາດເປັນຄົນລຸ້ນສຸດທ້າຍທີ່ໄດ້ເຫັນແສງທີ່ງົດງາມຂອງພວກມັນ

 

 

ເປັນຫຍັງຫິ່ງຫ້ອຍຈຶ່ງຫາຍໄປ?

 

  • ການສູນເສຍທີ່ຢູ່ອາໄສ

 

ຫິ່ງຫ້ອຍຕ້ອງການທີ່ຢູ່ອາໄສສະເພາະ ເຊັ່ນ: ພື້ນທີ່ຊຸ່ມນ້ຳ, ປ່າຊື້ນ ຫຼື ບໍລິເວນທີ່ມີຄວາມຊື້ນສູງ ຕົວອ່ອນຂອງພວກມັນໃຊ້ເວລາສ່ວນໃຫຍ່ໃນດິນ ຫຼື ກ້ອງໃບໄມ້ ການພັດທະນາເມືອງ, ການເຮັດກະສິກຳ ແລະ ການຕັດໄມ້ທຳລາຍປ່າໄດ້ທຳລາຍ ຫຼືແຍກພື້ນທີ່ຢູ່ອາໄສອອກຈາກກັນ ເຮັດໃຫ້ພວກມັນບໍ່ສາມາດດຳລົງຊີວິດ ຫຼື ສືບພັນໄດ້ຢ່າງເໝາະສົມ

 

  • ມົນລະພາວະທາງແສງ

 

ແສງຈາກໄຟຫົນທາງ, ປ້າຍໂຄສະນາ ແລະ ແສງຈາກຕຶກ, ອາຄານລົບກວນສັນຍານເຮືອງແສງຕາມທຳມະຊາດຂອງຫິ່ງຫ້ອຍທີ່ໃຊ້ໃນການຈັບຄູ່ ເຮັດໃຫ້ພວກມັນຫາຄູ່ບໍ່ໄດ້ ສົ່ງຜົນໃຫ້ປະຊາກອນລຸດລົງຢ່າງຕໍ່ເນື່ອງ ຊຶ່ງໃນບາງພື້ນທີ່ ມົນລະພາວະທາງແສງກາຍເປັນປັດໄຈຄຸກຄາມທີ່ຮຸນແຮງຫຼາຍກວ່າການສູນເສຍທີ່ຢູ່ອາໄສອີກ

 

  • ສານເຄມີກຳຈັດສັດຕູພືດ

 

ຢາຂ້າແມງໄມ້ທີ່ໃຊ້ໃນການກະສິກຳ ບໍ່ພຽງແຕ່ຂ້າຫິ່ງຫ້ອຍໂດຍກົງ ແຕ່ຍັງຂ້າເຫຍື່ອຂອງພວກມັນຄື: ຫອຍທາກ ແລະ ທາກຊຶ່ງເປັນອາຫານຫຼັກຂອງຕົວອ່ອນ ແລະ ຍັງສາມາດປົນເປື້ອນແຫຼ່ງນ້ຳ ເຮັດໃຫ້ລະບົບນິເວດທີ່ຫິ່ງຫ້ອຍພຶ່ງພາຢູ່ເສື່ອມໂຊມລົງ

 

  • ການປ່ຽນແປງສະພາບອາກາດ

 

ອຸນຫະພູມ ແລະ ລະດັບຄວາມຊຸ່ມ ທີ່ປ່ຽນແປງໄປສົ່ງຜົນຕໍ່ວັດທະຈັກຊີວິດຂອງຫິ່ງຫ້ອຍ ລະດູຮ້ອນທີ່ອຸ່ນຂຶ້ນອາດເຮັດໃຫ້ລະດູປະສົມພັນມາໄວເກີນໄປ ຫຼື ບໍ່ກົງກັບຊ່ວງເວລາທີ່ເໝາະສົມ ສົ່ງຜົນໃຫ້ສືບພັນບໍ່ສຳເລັດ ການປ່ຽນແປງຂອງປະລິມານນ້ຳຝົນກໍ່ສົ່ງຜົນຕໍ່ຄວາມພ້ອມຂອງແຫຼ່ງອາໄສ ແລະ ອາຫານເຊັ່ນກັນ

 

ການຫາຍໄປຂອງຫິ່ງຫ້ອຍສະທ້ອນເຖິງບັນຫາສິ່ງແວດລ້ອມຂະໜາດໃຫຍ່ ແລະ ຍັງບົ່ງບອກເຖິງການເສື່ອມໂຊມຂອງລະບົບນິເວດທີ່ມະນຸດເອງກໍ່ພຶ່ງພາ

ສິ່ງທີ່ພວກເຮົາສາມາດເຮັດໄດ້ມີດັ່ງນີ້

 

  • ຟື້ນຟູທີ່ຢູ່ອາໄສ ເຊັ່ນ: ການອະນຸລັກພື້ນທີ່ຊຸ່ມນ້ຳ ແລະ ປ່າໄມ້
  • ຫຼຸດຜ່ອນມົນລະພາວະທາງແສງ ໂດຍຄວບຄຸມການໃຊ້ແສງທຽມໃນພື້ນທີ່ສຳຄັນ
  • ສົ່ງເສີມກະສິກຳທີ່ຍືນຍົງ ເຊັ່ນ: ການຫຼຸດການໃຊ້ສານເຄມີ ແລະ ເລືອກໃຊ້ວິທີທຳມະຊາດ
  • ໃຫ້ຄວາມຮູ້ແກ່ປະຊາຊົນ ເພື່ອສ້າງຄວາມເຂົ້າໃຈໃນບົດບາດຂອງຫິ່ງຫ້ອຍ ແລະ ວິທີການປົກປ້ອງພວກມັນ

 

 

ຫາກພວກເຮົາບໍ່ເລີ່ມລົງມືມື້ນີ້ ມື້ໜຶ່ງພວກເຮົາອາດຕ້ອງເວົ້າເຖິງຫິ່ງຫ້ອຍແຕ່ໃນນິທານ ຫຼື ເພງເທົ່ານັ້ນ ແລະ ລູກຫຼານຂອງພວກເຮົາຈະບໍ່ມີໂອກາດໄດ້ສຳຜັດຄວາມມະຫັດສະຈັນຂອງແສງຫິ່ງຫ້ອຍ ໃນຍາມຄ່ຳຄືນອີກເລີຍ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ