_cover (66)
ສະຫະລັດອາເມລິກາ ຂົນເຮືອບິນເຕີມເຊື້ອເພີງ ແລະ ເຮືອບັນທຸກເຮືອບິນ ຮັບມືບັນຫາອິສຣາເອລ - ອີຣ່ານ !
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 18 June, 2025

ແຫຼ່ງຂ່າວຈາກເຈົ້າໜ້າທີ່ທະຫານໃນສະຫະລັດອາເມລິກາ ໃຫ້ຂໍ້ມູນກັບຣອຍເຕີ (Reuters) ວ່າ ການສົ່ງເຮືອບິນເຕີມເຊື້ອເພີງ (Tanker) ລວມເຖິງເຮືອບັນທຸກເຄື່ອງບິນ (Aircraft Carrier) ຊັ້ນ USS Nimitz ໄປຍັງຕາເວັນອອກກາງນັ້ນເປັນແຜນການຮັບມືທາງຍຸດທະສາດ

 

ໃນສະຖານະການຄວາມຂັດແຍ້ງລະຫວ່າງອິສຣາເອລກັບອີຣ່ານຈິງ ແນວໃດກໍ່ຕາມ ຍັງບໍ່ມີຖະແຫຼງການໃດໆ ຢ່າງເປັນທາງການຈາກລັດຖະບານສະຫະລັດອາເມລິກາ ໃນປັດຈຸບັນ

 

 

ຍຸດໂທປະກອນອາເມລິກາ ຂົນໄປກຽມຮັບມືອີຣ່ານ – ອິສຣາເອລ

 

ຕາມລາຍງານຂອງ Reuters ລະບຸວ່າ ຄວາມເຄື່ອນໄຫວຂອງກອງທັບອາກາດໃນການນຳສົ່ງເຮືອບິນເຕີມເຊື້ອເພີງຫຼາຍກວ່າ 30 ລຳ ຫຼື ຢ່າງນ້ອຍຫຼາຍກວ່າ 28 ລຳ ລາຍງານກ່ອນໜ້ານີ້ ເກີດຂຶ້ນເພື່ອເປັນທາງເລືອກຕາມຍຸດທະວິທີໃນການຮັບມືສະຖານະການລະຫວ່າງອິສຣາເອລ ແລະ ອີຣ່ານໃຫ້ກັບປະທານາທິບໍດີໂດນັລ ທຣຳ

 

ໂດຍເຮືອບິນເຕີມເຊື້ອເພີງທັງຮຸ່ນ KC-135 ແລະ KC-46A ທີ່ອອກຈາກສະຫະລັດອາເມລິກາ ໄດ້ລົງຈອດຊ່ວງເຊົ້າຕາມເວລາທ້ອງຖິ່ນໃນຖານທັບອາກາດໃນເຢຍລະມັນ, ສະເປນ, ອີຕາລີ ແລະ ອັງກິດ ແລະ ບາງສ່ວນມຸ່ງຫນ້າໄປທາງຄາບສະໝຸດບານ ຊຶ່ງດິ ເອວິເອຊັນນິສ (The Aviationist) ສຳນັກຂ່າວອອນລາຍດ້ານອາກາດຍານເຊື່ອວ່າອາດເປັນໄດ້ທັງກຣີຊແລະຕຸລະກີ

 

ໃນຂະນະດຽວກັນ ແຫຼ່ງຂ່າວ 1 ໃນ 2 ທີ່ Reuters ສຳພາດຊຶ່ງປົກປິດຕົວຕົນນັ້ນຍອມຮັບວ່າ ການເຄື່ອນຍ້າຍກອງເຮືອຈູ່ໂຈມທີ່ 11 (CSG-11) ຊຶ່ງມີເຮືອຫຼັກເປັນເຮືອບັນທຸກເຄື່ອງບິນຊັ້ນ USS Nimitz ເກີດຂຶ້ນເພື່ອວັດຖຸປະສົງດຽວກັນ ແຕ່ອີກຄົນທີ່ໃຫ້ສຳພາດອ້າງວ່າເປັນແຜນການທີ່ກຽມໄວ້ລ່ວງໜ້າແລ້ວ

 

ດ້ານ Eric Schouten ນັກວິເຄາະດ້ານຄວາມໝັ້ນຄົງໃນສະຫະລັດອາເມລິກາ ບອກກັບ Reuters ວ່າຄວາມເຄື່ອນໄຫວດັ່ງກ່າວເປັນການສະແດງຄວາມພ້ອມທາງຍຸດທະວິທີ ຊຶ່ງອາດເປັນໄດ້ທັງການສະໜັບສະໜູນອິສຣາເອລ ຫຼື ກຽມຄວາມພ້ອມສະຖານະການທີ່ອາດບານປາຍຫາກອີຣ່ານໂຈມຕີອາຄານ ຫຼື ສະຖານທີ່ແລະພົນລະເຮືອນຂອງສະຫະລັດອາເມລິກາ

 

ທັງນີ້ ໂຄສົກທຳນຽບຂາວ (The White House) ແລະ ເຈົ້າໜ້າທີ່ໃນລັດຖະບານກາງສະຫະລັດອາເມລິກາ ຕ່າງປະຕິເສດການໃຫ້ສຳພາດກັບສື່ມວນຊົນຕໍ່ຄວາມເຄື່ອນໄຫວດັ່ງກ່າວ

 

ສະເປັກຍຸດໂທປະກອນຈາກອາເມລິກາ

 

เຮືອບິນເຕີມເຊື້ອເພີງ KC-135 ແລະ KC-46A

 

Boeing KC-135 ແລະ KC-46A ເປັນເຮືອງບິນເຕີມເຊື້ອເພີງ (Tanker) ຂອງກອງທັບອາກາດສະຫະລັດອາເມລິກາ ທີ່ເປີດຕົວໃນປີ 1955 ແລະ 2013 ຕາມລຳດັບ ທັງ 2 ຮຸ່ນສາມາດບັນທຸກເຊື້ອເພີງໄດ້ຫຼາຍກວ່າ 200,000 ແກລລອນ ຫຼືຫຼາຍກວ່າ 90,000 ກິໂລກຣາມ

 

ເຮືອບິນເຕີມເຊື້ອເພີງທັງ 2 ຮຸ່ນ ຕ່າງຮອງຮັບພາລະກິດເຕີມເຊື້ອເພີງດ້ວຍວິທີການໃຊ້ທໍ່ແຂງສຽບເຂົ້າກັບເຮືອບິນຮົບ (Boom) ແລະ ຍັງດັດແປງເພື່ອຂົນສົ່ງຜູ້ໂດຍສານໄດ້ ໃນຂະນະທີ່ KC-46A ຍັງຮອງຮັບພາລະກິດໂຮງໝໍ່ເຄື່ອນທີ່ທາງອາກາດຂະໜາດ 24 ຕຽງ ອີກດ້ວຍ

 

ເຮືອບັນທຸກເຄື່ອງບິນ USS Nimitz

 

ຢູເອສເອສ ນິມິດ (USS Nimitz, ລະຫັດເອີ້ນຂານ CVN-68) ເປັນເຮືອບັນທຸກເຄື່ອງບິນຂັບເຄື່ອນດ້ວຍພະລັງງານນິວເຄລຍ ມີຄວາມຍາວເຮືອຢູ່ທີ່ 332.8 ແມັດ ຄວາມກວ້າງດາດຟ້າເຮືອທີ່ 76.8 ແມັດ ຄວາມໄວສູງສຸດ 31.5 ນອດ ຫຼື ປະມານ 58 ກິໂລແມັດຕໍ່ຊົ່ວໂມງ ຮອງຮັບອາກາດຍານທັງໝົດ 90 ລຳ ມີລູກເຮືອໂດຍປະມານຢູ່ທີ່ 5,000 – 6,000 ຄົນ

 

ຕົວເຮືອຮອງຮັບການບັນທຸກເຄື່ອງບິນຮົບອະເນກປະສົງ F-35 Lightning II (F-35C) ໃນອະນາຄົດ ແຕ່ປັດຈຸບັນເປັນເຄື່ອງບິນຂັບໄລ່ ເອຟ 18 ຊູເປີ ອໍເນັດ (Boeing F/A-18F Super Hornet) ເຮັດຄວາມໄວສູງສຸດ 1,915 ກິໂລແມັດຕໍ່ຊົ່ວໂມງ (1.6 ມາຄ) ຮອງຮັບການຕິດຕັ້ງມິສໄຊຈາກອາກາດສູ່ອາກາດ (Air-to-air missile), ອາກາດສູ່ພື້ນ (Air-to-surface missile), ແລະ ມິສໄຊຕໍ່ຕ້ານເຮືອ (Anti-ship missile) ລວມເຖິງຖິ້ງລະເບີດໄດ້ອີກດ້ວຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
jane (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
jane (1)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ