_cover (68)
ຄື້ນຄວາມຮ້ອນຖະຫຼົ່ມສະເປນ ຮ້ອນຈົນນອນບໍ່ໄດ້! ລັດຖະບານເລັ່ງເຕືອນໄພທົ່ວປະເທດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 18 June, 2025
ໝວດ: ຂ່າວ

ລະດູຮ້ອນໃນສະເປນ ປີ 2025 ໄດ້ເລີ່ມຕົ້ນຂຶ້ນຢ່າງຮ້ອນແຮງຈົນຫຼາຍຝ່າຍກັງວົນວ່າ ຈະເປັນອີກໜຶ່ງປີທີ່ທຳລາຍສະຖິຕິຄວາມຮ້ອນຕໍ່ເນື່ອງ ຫຼັງຈາກເດືອນພຶດສະພາທີ່ຜ່ານມາອຸນຫະພູມສູງເຖິງ 40.7°C ທີ່ສະໜາມບິນເມືອງຄໍໂດບາ ແລະ ເຊບິຍາ ແລະ ສະເລ່ຍທົ່ວປະເທດທີ່ 24.08°C ຊຶ່ງເປັນອຸນຫະພູມສູງສຸດສຳລັບເດືອນພຶດສະພານັບຕັ້ງແຕ່ເລີ່ມບັນທຶກໃນປີ 1950

 

ສຳນັກງານອຸຕຸນິຍົມວິທະຍາຂອງສະເປນ (AEMET) ຄາດການວ່າມີໂອກາດເຖິງ 60% ທີ່ລະດູຮ້ອນນີ້ຈະຮ້ອນກວ່າຄ່າສະເລ່ຍ ໂດຍສະເພາະໃນເຂດຕາຝັ່ງຕາເວັນອອກ ໄດ້ແກ່: ບາເຊໂລນາ, ບາເລັນເຊຍ ແລະ ກຸ່ມເກາະບາເລອຣິກ ຊຶ່ງພື້ນທີ່ເຫຼົ່ານີ້ອາດພົບກັບ “ຄືນເຂດຮ້ອນ” (tropical nights) ຕິດຕໍ່ກັນຫຼາຍຄືນ ໝາຍເຖິງຄືນທີ່ອຸນຫະພູມບໍ່ຕ່ຳກວ່າ 20°C ເຖິງວ່າຈະເປັນໃນເວລາກາງຄືນ ຊຶ່ງຈະເຮັດໃຫ້ຮ່າງກາຍຟື້ນຕົວຈາກຄວາມຄຽດຄວາມຮ້ອນໄດ້ຍາກຂຶ້ນ

 

ໃນພູມິພາກຄືຄໍໂດບາ ແລະ ເຊບິຍາ AEMET ຍັງໄດ້ປະກາດເຕືອນໄພລະດັບສີສົ້ມ (Orange Alert) ຊຶ່ງເປັນລະດັບທີ່ອຸນຫະພູມອາດແຕະ 41°C ໄດ້

 

ໂດຍອຸນຫະພູມເຫຼົ່ານີ້ຖືວ່າສູງເກີນກວ່າຄ່າສະເລ່ຍລະດູຮ້ອນປົກກະຕິເຖິງ 7–8 ອົງສາເຊລຊຽດ.

 

ທ່ານ  ລາສ ໂລວິນສະກີ ນັກອຸຕຸນິຍົມວິທະຍາຈາກ WetterOnline ລະບຸວ່າ “ເຖິງແມ່ນວ່າສະເປນຈະເຄີຍຊິນກັບຄື້ນຄວາມຮ້ອນ ແຕ່ແນວໂນ້ມປັດຈຸບັນກຳລັງປ່ຽນໄປ ໂດຍຄື້ນຄວາມຮ້ອນເກີດໄວຂຶ້ນ ຍາວນານຂຶ້ນ ແລະ ຮຸນແຮງຂຶ້ນ ຊຶ່ງເປັນສັນຍານຊັດເຈນຂອງການປ່ຽນແປງສະພາບອາກາດ”

 

ໜຶ່ງໃນອັນຕະລາຍທີ່ຫຼາຍຄົນອາດເບິ່ງຂ້າມແມ່ນ “ຄວາມຮ້ອນຕອນກາງຄືນ” ຊຶ່ງສົ່ງຜົນຕໍ່ຄຸນນະພາບການນອນຫຼັບໂດຍກົງ ເມື່ອນອນໃນອຸນຫະພູມທີ່ສູງກວ່າ 25°C ລະບົບປະສາດອັດຕະໂນມັດຂອງຮ່າງກາຍ ບໍ່ສາມາດປັບເຂົ້າສູ່ສະພາວະຟື້ນຟູໄດ້

 

ສົ່ງຜົນໃຫ້ຫົວໃຈເຕັ້ນໄວຂຶ້ນ ລະບົບພູມຄຸ້ມກັນຫຼຸດລົງ ແລະ ສະໝອງພັກຜ່ອນບໍ່ພຽງພໍ ຈາກການສຶກສາທາງການແພດ ການນອນບໍ່ພໍໃນສະພາບອາກາດຮ້ອນມີຄວາມເຊື່ອມໂຍງກັບຄວາມສ່ຽງຂອງພະຍາດຫົວໃຈ, ຫຼອດເລືອດ ແລະ ພາວະຊຶມເສົ້າ

 

ກຸ່ມສ່ຽງທີ່ໄດ້ຮັບຜົນກະທົບໂດຍກົງຈາກຄວາມຮ້ອນມີຕັ້ງແຕ່ຜູ້ສູງອາຍຸ, ເດັກນ້ອຍ, ແມ່ຍິງຖືພາ ໄປຈົນເຖິງແຮງງານກາງແຈ້ງທີ່ຕ້ອງເຮັດວຽກໃນອຸນຫະພູມສູງຕິດຕໍ່ກັນຫຼາຍຊົ່ວໂມງ ໂດຍສະເພາະກຸ່ມຜູ້ມີລາຍໄດ້ນ້ອຍທີ່ອາດບໍ່ມີເຄື່ອງປັບອາກາດ ຫຼື ທີ່ຢູ່ອາໄສທີ່ສາມາດປ້ອງກັນຄວາມຮ້ອນໄດ້

 

ອົງການ Climate Resilience for All (CRA) ຊຶ່ງເປັນ NGO ທີ່ສຸມໃສ່ການປັບຕົວຕໍ່ພາວະໂລກຮ້ອນ ລະບຸວ່າ “ຄື້ນຄວາມຮ້ອນແມ່ນມືສັງຫານງຽບ ທີ່ກະທົບທັງສຸຂະພາບ, ເສດຖະກິດ ແລະ ໂຄງສ້າງສັງຄົມ” ໂດຍມີຂໍ້ແນະນຳສຳຄັນ 5 ຂໍ້ທີ່ທຸກຄົນຄວນເຮັດຄວາມເຂົ້າໃຈ ໄດ້ແກ່:

 

  1. ສັງເກດອາການລົມແດດ ເຊັ່ນ: ໜ້າມືດ, ເຫື່ອອອກຫຼາຍ, ປວດຮາກ, ຫາຍໃຈຖີ່ ຫາກເກີດຂຶ້ນໃຫ້ຢຸດກິດຈະກຳທັນທີ ແລະ ຫາບ່ອນທີ່ມີອາກາດເຢັນພັກ
  2. ໃຊ້ແອັບເຕືອນໄພຈາກເພື່ອອັບເດດຂໍ້ມູນຕາມພື້ນທີ່ແບບເວລາຈິງ
  3. ທຸກຄົນຢູ່ໃນຄວາມສ່ຽງ ເຖິງແມ່ນຈະເປັນຄົນແຂງແຮງ ຈຶ່ງຄວນຫຼີກເວັ້ນກິດຈະກຳກາງແຈ້ງໃນຊ່ວງບ່າຍ ແລະ ດື່ມນ້ຳຢ່າງສະໝ່ຳສະເໝີ
  4. ປັບອຸນຫະພູມເຮືອນໃຫ້ເຢັນ ເຊັ່ນ: ປິດຜ້າກັ້ງ, ເປີດປ່ອງຢ້ຽມ ໃຫ້ລົມຜ່ານຊ່ວງແລງ ກວດເບິ່ງເພື່ອນບ້ານໂດຍສະເພາະຜູ້ສູງອາຍຸທີ່ຢູ່ຄົນດຽວ
  5. ຈັດສັນພື້ນທີ່ລວມໃນຄອບຄົວ ຫຼື ຊຸມຊົນໃຫ້ເປັນ “ຫ້ອງເຢັນ” ໂດຍໃຊ້ພັດລົມ ຫຼື ແອຮ່ວມກັນ ແລະ ເຕືອນສະຖານທີ່ສຶກສາ ແລະ ສະຖານທີ່ເຮັດວຽກໃຫ້ເຂົ້າໃຈຜົນກະທົບຂອງຄວາມຮ້ອນ

 

ເພື່ອຮັບມືກັບຄວາມຮ້ອນທີ່ຮຸນແຮງຂຶ້ນ ລັດຖະບານສະເປນໄດ້ອອກແຜນຮັບມືປະຈຳປີ ໂດຍປັບການແຈ້ງເຕືອນແບບເກົ່າໃຫ້ລະອຽດຂຶ້ນ ໂດຍແບ່ງປະເທດຈາກ 52 ແຂວງເປັນ 182 ເຂດ “meteosalud”

 

ເພື່ອເຕືອນໄພລະດັບພື້ນທີ່ຢ່າງແມ່ນຍຳ ພ້ອມຂໍ້ມູນສີຂຽວ-ເຫຼືອງ-ສົ້ມ-ແດງ ທີ່ມີຄຳແນະນຳດ້ານສຸຂະພາບຄຽງຄູ່ ຊຶ່ງລວມເຖິງການເຕືອນການອອກແດດ ດື່ມນ້ຳ ແລະ ການສັງເກດອາການເຈັບປ່ວຍຈາກຄວາມຮ້ອນ ໂດຍສະເພາະກັບຜູ້ທີ່ອາໄສຫຼື ເດີນທາງມາຈາກຕ່າງປະເທດ ມີພາສາອັງກິດເພື່ອໃຫ້ນັກທ່ອງທ່ຽວ ນັກຮຽນ ແລະ ຄົນຕ່າງປະເທດສາມາດເຂົ້າເຖິງຂໍ້ມູນໄດ້ທັນທີ

 

ບໍ່ພຽງແຕ່ສະເປນທີ່ຕ້ອງກຽມຮັບມືກັບຄື້ນຄວາມຮ້ອນໃນລະດູຮ້ອນນີ້ ປະເທດອື່ນໆ ໃນເອີຣົບ ເຊັ່ນ: ຝຣັ່ງ, ສະຫະລາຊະອານາຈັກ (ອັງກິດ), ເຢຍລະມັນ ແລະ ສະວິດເຊີແລນ ກໍ່ມີແນວໂນ້ມໄດ້ຮັບຜົນກະທົບຈາກມວນອາກາດຮ້ອນດຽວກັນ

 

ໂດຍນະຄອນປາຣີດ ອາດພົບກັບອຸນຫະພູມເຖິງ 37°C ໃນອາທິດໜ້າ ແລະ ລອນດອນອາດສູງເຖິງ 33–34°C ເມື່ອໂລກມີອຸນຫະພູມສະເລ່ຍເພີ່ມຂຶ້ນ ຄວາມຖີ່ ແລະ ຄວາມຮຸນແຮງຂອງຄື້ນຄວາມຮ້ອນຈະທະວີຄູນຂຶ້ນຢ່າງຕໍ່ເນື່ອງ

 

ປີ 2024 ເປັນປີທຳອິດທີ່ອຸນຫະພູມໂລກສະເລ່ຍທັງປີສູງເກີນ 1.5°C ເມື່ອທຽບກັບຍຸກກ່ອນອຸດສາຫະກຳ ແລະ ລະດັບຄາບອນໄດອອກໄຊໃນບັນຍາກາດສູງເຖິງ 430 ppm ຊຶ່ງຖືເປັນຕົວເລັ່ງສຳຄັນຂອງພາວະໂລກຮ້ອນ

 

ສິ່ງທີ່ສະເປນ ແລະ ເອີຣົບກຳລັງພົບໃນມື້ນີ້ ແມ່ນຜົນລັບຈາກການສະສົມຂອງ ການປ່ອຍແກັສເຮືອນກະຈົກນານຫຼາຍທົດສະວັດ ຄື້ນຄວາມຮ້ອນບໍ່ໄດ້ເກີດຂຶ້ນແບບສຸ່ມອີກຕໍ່ໄປ ແຕ່ມາຈາກລະບົບພູມອາກາດທີ່ຖືກເລັ່ງໃຫ້ຜິດປົກກະຕິໂດຍກິດຈະກຳຂອງມະນຸດ

 

ຫາກບໍ່ມີການເລັ່ງແກ້ໄຂບັນຫາໂລກຮ້ອນຢ່າງຈິງຈັງ ຄື້ນຄວາມຮ້ອນອາດກາຍເປັນ “ວິຖີຊີວິດໃໝ່” ທີ່ປະຊາຊົນຕ້ອງຢູ່ກັບມັນທຸກປີ ແລະ ສູນເສຍຫຼາຍຂຶ້ນທຸກຄັ້ງ ທັງຊີວິດ ເສດຖະກິດ ແລະ ຄວາມໝັ້ນຄົງຂອງສັງຄົມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ