ເລື່ອງ: ການປິດນ້ຳປະປາຊົ່ວຄາວ ເພື່ອຕັດທໍ່ຂະໜາດ uPVC DN 150mm ສຳໃສ່ທໍ່ນ້ຳ ຂະໜາດ uPVC DN 100mm
ສະຖານທີ່: ບ້ານ ໂນນແກ້ວ ຮ່ອມ 05 ຫາ ບ້ານ ໂນນສະຫວັນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ
ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊາບວ່າ:
ໃນວັນທີ 19 ມິຖຸນາ 2025 ກົງກັບ ວັນພະຫັດ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອດຳເນີນການຕັດທໍ່ຂະໜາດ uPVC DN 150mm ສຳໃສ່ທໍ່ນ້ຳ ຂະໜາດ uPVC DN 100mm
ສະຖານທີ່: ບ້ານ ໂນນແກ້ວ ຮ່ອມ 05 ຫາ ບ້ານ ໂນນສະຫວັນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເພື່ອແກ້ໄຂລະບົບນ້ຳອອກຄ່ອຍ-ນ້ຳບໍ່ອອກ ຢູ່ເຂດດັ່ງກ່າວ, ໃນລະຫວ່າງການດຳເນີນງານ ຈະສົ່ງຜົນກະທົບເຮັດໃຫ້ ນ້ຳປະປາໄຫຼອອກຄ່ອຍ ຫາ ບໍ່ມີນ້ຳໃນຂອບເຂດພື້ນທີ່ ດັ່ງຕໍ່ໄປນີ້: ບ້ານ ໂນນແກ້ວ, ບ້ານ ໂນນສະຫວັນ, ບ້ານໂນນຂີ້ເຫຼັກ ແລະ ບ້ານອື່ນໆທີ່ຢູ່ໃກ້ຄຽງ ຂອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
ດັ່ງນັ່ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ກະກຽມໂຕ່ງນ້ຳ, ເພື່ອຊົມໃຊ້ຊົ່ວຄາວຈົນກວ່າແຮງດັນນ້ຳມາເປັນປົກກະຕິ ແລະ ຂໍອະໄພໃນຄວາມບໍ່ສະດວກຕໍ່ການຊົມໃຊ້ນ້ຳປະປາ ໃນຄັ້ງນີ້ດ້ວຍ.
ທີ່ມາ: ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |