ເມື່ອ 18 ມິຖຸນາ 2025 “Mehr” ສຳນັກຂ່າວງທາງການຂອງອີຣ່ານລາຍງານວ່າ ທ່ານອາຫມັດ ເຣຊາ ຣາດານ ຜູ້ບັນຊາການຕຳຫຼວດອີຣ່ານ ເປີດເຜີຍວ່າຕຳຫຼວດໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ເຄືອຂ່າຍສາຍລັບອິສຣາເອລທີ່ແຝງຕົວຢູ່ພາຍໃນປະເທດຂອງເຂົາເຈົ້າ
ທ່ານ ຣາດານລະບຸວ່າ ຜູ້ຕ້ອງສົງໄສຄົນໜຶ່ງຊຶ່ງເປັນສະມາຊິກຂອງ “ມອສຊາດ” ຫນ່ວຍຂ່າວກອງຂອງອິສຣາເອລ ຖືກຈັບກຸມໃນຈັງຫວັດເຄີເດສຖານ ທາງຕະວັນຕົກຂອງປະເທດ
ທັງນີ້ ອີຣ່ານອ້າງວ່າ ເຂົາເຈົ້າຍົກລະດັບການຈັບກຸມຜູ້ຕ້ອງສົງໄສມີສ່ວນກ່ຽວຂ້ອງກັບອິສຣາເອລໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ ໂດຍການຈັບກຸມເກີດຂຶ້ນໃນຫຼາຍແຂວງລວມທັງ ກຸງເຕຫະຣານ, ເມືອງອິສຟາຮານ ແລະ ເມືອງມາກາຊີ
ເມື່ອວັນອັງຄານທີ່ຜ່ານມາ ສຳນັກຂ່າວຂອງອີຣ່ານລາຍງານວ່າ ຕຳຫຼວດຈັບກຸມຄົນຕ່າງປະເທດ ທີ່ຖືກກ່າວຫາວ່າແອບລັກວິດີໂອໂຮງງານນິວເຄລຍ “ບູເຊີຮ໌” (Bushehr) ໃຫ້ກັບຫນ່ວຍຂ່າວກອງອິສຣາເອລ ແຕ່ບໍ່ມີການເປີດເຜີຍວ່າ ຜູ້ຖືກຈັບກຸມເປັນຄົນປະເທດຫຍັງ
ເມື່ອວັນອາທິດທີ່ຜ່ານມາ (15 ມິຖຸນາ) ສຳນັກງານໄອຍະການສູງສຸດຂອງອີຣ່ານອອກມາເຕືອນວ່າ ໃຜກໍຕາມທີ່ຖືກພົບວ່າຮ່ວມມືກັບອິສຣາເອລ ຈະຕ້ອງພົບກັບບົດລົງໂທດຢ່າງໜັກຕາມກົດຫມາຍຂອງອີຣ່ານ ຕໍ່ມາໃນວັນຈັນ ມີຊາຍຄົນໜຶ່ງທີ່ຖືກກ່າວຫາວ່າເປັນສາຍລັບມອສຊາດ ຖືກອີຣ່ານປະຫານຊີວິດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |