_cover (77)
ຍີ່ປຸ່ນປະທ້ວງ ຈີນຊ້ອມຮົບທາງທະເລໃກ້ນ່ານນ້ຳ ພ້ອມທັງເຜີຍແພ່ເສັ້ນທາງເຮືອບັນທຸກເຮືອບິນຈີນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 19 June, 2025

ການຊ້ອມຮົບທາງທະເລຂອງຈີນໃກ້ກັບປະເທດຍີ່ປຸ່ນໄດ້ສ້າງຄວາມກັງວົນໃຫ້ກັບລັດຖະບານຍີ່ປຸ່ນ ຊຶ່ງໄດ້ຍື່ນປະທ້ວງຕໍ່ລັດຖະບານຈີນ ແລະ ຕັດສິນໃຈເປີດເຜີຍຄວາມເຄື່ອນໄຫວຂອງເຮືອຮົບຂອງຈີນຕໍ່ສາທາລະນະ ຊຶ່ງເປັນສິ່ງທີ່ບໍ່ຄ່ອຍເຄີຍເກີດຂຶ້ນ

 

ໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາ ເຮືອບັນທຸກເຮືອບິນສອງລຳຂອງຈີນ ຄື: ຊານຕົງ ແລະ ຫຼຽວຫນິງ ໄດ້ຊ້ອມຮົບພ້ອມກັນໃນມະຫາສະໝຸດແປຊິຟິກ ຊຶ່ງຖືເປັນການເຄື່ອນໄຫວທີ່ບໍ່ເຄີຍເກີດຂຶ້ນມາກ່ອນ

 

ເຮືອບິນຂັບໄລ່ຂອງຈີນໄດ້ເຮັດການຂຶ້ນ ແລະ ລົງຈາກເຮືອບັນທຸກເຮືອບິນຫຼາຍຮ້ອຍຄັ້ງ ແລະ ບາງລຳເຂົ້າໃກ້ເຮືອບິນກວດການຂອງຍີ່ປຸ່ນ ເຮັດໃຫ້ຍີ່ປຸ່ນຕ້ອງແຈ້ງເຖິງ “ຄວາມກັງວົນຢ່າງຈິງຈັງ” ຕໍ່ທາງການຈີນ ແນວໃດກໍຕາມ ຈີນກ່າວວ່າກິດຈະກຳຂອງຕົນ ສອດຄ້ອງກັບກົດໝາຍລະຫວ່າງປະເທດ ແລະ ກ່າວຫາວ່າຍີ່ປຸ່ນດຳເນີນການ “ຢ່າງອັນຕະລາຍ”

 

ເມື່ອວັນອັງຄານ (17 ມິຖຸນາ) ກະຊວງພາຍໃນ ຂອງຍີ່ປຸ່ນໄດ້ເຜີຍແພ່ແຜນທີ່ຊຶ່ງຕິດຕາມຕຳແໜ່ງປະຈຳວັນຂອງເຮືອບັນທຸກເຮືອບິນຂອງຈີນ ຕັ້ງແຕ່ວັນທີ່ 25 ພຶດສະພາ ທັງທີ່ໂດຍປົກກະຕິແລ້ວ ຍີ່ປຸ່ນຈະບໍ່ເປີດເຜີຍລາຍລະອຽດຄວາມເຄື່ອນໄຫວຂອງກອງທັບຕ່າງຊາດ

 

ແຜນທີ່ດັ່ງກ່າວສະແດງໃຫ້ເຫັນວ່າເຮືອບັນທຸກເຮືອບິນທັງສອງລຳເຂົ້າໃກ້ໝູ່ເກາະຂອງຍີ່ປຸ່ນ ແລະ ບາງຄັ້ງກໍແລ່ນຜ່ານເຂດເສດຖະກິດຈຳເພາະຂອງຍີ່ປຸ່ນ

 

ທັງນີ້ ເຂດເສດຖະກິດພິເສດຄືພື້ນທີ່ນອກເໜືອນ່ານນ້ຳອານາເຂດຂອງປະເທດ ຊຶ່ງປະເທດນັ້ນໆ ມີສິດພິເສດໃນການສຳຫຼວດ ແລະ ສະແຫວງຫາປະໂຫຍດຈາກຊັບພະຍາກອນທາງທະເລ ແຕ່ປະເທດອື່ນໆ ໄດ້ຮັບອະນຸຍາດໃຫ້ເດີນເຮືອຜ່ານເຂດດັ່ງກ່າວໄດ້ຢ່າງອິດສະຫຼະ

 

ຕາມລາຍງານຂອງສຳນັກຂ່າວຍີ່ປຸ່ນ ແຜນທີ່ຍັງສະແດງໃຫ້ເຫັນເຮືອບັນທຸກເຮືອບິນຫຼຽວຫນິງແລ່ນຜ່ານ “ໝູ່ເກາະຊັ້ນສອງ” ຊຶ່ງເປັນແນວປ້ອງກັນທີ່ລະບຸໄວ້ ໃນຫຼັກນະໂຍບາຍຕ່າງປະເທດຂອງສະຫະລັດທີ່ເຊື່ອມຍີ່ປຸ່ນກັບເກາະກວມ ເຮັດໃຫ້ເປັນເຮືອບັນທຸກເຮືອບິນລຳທຳອິດຂອງຈີນທີ່ເຮັດແບບນີ້

 

ກະຊວງພາຍໃນຂອງຍີ່ປຸ່ນຍັງກ່າວອີກວ່າ ພວກເຂົາໄດ້ສັງເກດການຂຶ້ນລົງຂອງເຄື່ອງບິນຂັບໄລ່ ແລະ ເຮລິຄອບເຕີຂອງຈີນຫຼາຍກວ່າ 500 ຄັ້ງໃນລະຫວ່າງການຝຶກຊ້ອມ

 

ເມື່ອວັນທີ່ 7 ມິຖຸນາ ເຮືອບິນຂັບໄລ່ຂອງຈີນໄດ້ບິນຂຶ້ນຈາກຊານຕົງ ແລະ ຕິດຕາມເຮືອບິນກວດການຂອງຍີ່ປຸ່ນເປັນເວລາປະມານ 40 ນາທີ ໃນມື້ຕໍ່ມາ ເຮືອບິນຂັບໄລ່ຂອງຈີນໄດ້ບິນເຂົ້າໃກ້ເຮືອບິນຂອງຍີ່ປຸ່ນ ເປັນເວລາສອງເທົ່າ ແລະ ບິນຜ່ານດ້ານໜ້າເຮືອບິນ

 

ໂຢຊິມາຊະ ຮາຢາຊິ ເລຂາທິການຄະນະລັດຖະມົນຕີຍີ່ປຸ່ນ ກ່າວເມື່ອອາທິດທີ່ແລ້ວວ່າ ທາງການຈີນໄດ້ແຈ້ງຄວາມກັງວົນກ່ຽວກັບ “ແນວທາງທີ່ຜິດປົກກະຕິ” ເຫຼົ່ານີ້ ຊຶ່ງອາດເຮັດໃຫ້ເກີດການຕຳກັນໂດຍບໍ່ໄດ້ຕັ້ງໃຈ ໄປຍັງລັດຖະບານຈີນ

 

ຫຼິນ ຈຽນ ໂຄສົກກະຊວງຕ່າງປະເທດຈີນ ກ່າວວ່າ “ກິດຈະກຳຂອງພວກເຂົາໃນນ່ານນ້ຳ ແລະ ນ່ານຟ້າທີ່ກ່ຽວຂ້ອງສອດຄ້ອງກັບກົດໝາຍລະຫວ່າງປະເທດແລະແນວທາງປະຕິບັດລະຫວ່າງປະເທດ” ແລະ ທັງສອງປະເທດກຳລັງສື່ສານກັນຜ່ານຊ່ອງທາງທີ່ມີຢູ່

 

“ຂໍຊີ້ແຈງວ່າການລາດຕະເວນລະຍະໃກ້ຂອງເຮືອ ແລະ ເຮືອບິນຂອງຍີ່ປຸ່ນກ່ຽວກັບກິດຈະກຳທາງທະຫານຕາມປົກກະຕິຂອງຈີນເປັນສາເຫດຂອງຄວາມສ່ຽງຕໍ່ຄວາມປອດໄພທາງທະເລແລະທາງອາກາດ ຈີນຮຽກຮ້ອງໃຫ້ຍີ່ປຸ່ນຢຸດການເຄື່ອນໄຫວທີ່ອັນຕະລາຍເຫຼົ່ານັ້ນ”

 

ຂະນະທີ່ເຮືອບັນທຸກເຮືອບິນທັງສອງລຳຂອງຈີນຍັງຄົງແລ່ນຜ່ານມະຫາສະໝຸດແປຊິຟິກ ກອງທັບຈີນໄດ້ລາຍງານຄວາມຄືບໜ້າກ່ຽວກັບເຮືອບັນທຸກເຮືອບິນລຳໃໝ່ລ່າສຸດຂອງຈີນ ຊຶ່ງກໍຄື ຝູຈ້ຽນ ເມື່ອວັນອັງຄານທີ່ຜ່ານມາ ໂດຍລະບຸວ່າການທົດສອບໃນທະເລເປັນໄປຕາມແຜນ ແລະ ຄາດວ່າເຮືອບັນທຸກເຄື່ອງບິນລຳນີ້ຈະເລີ່ມໃຫ້ບໍລິການໄດ້ໃນຊ່ວງປາຍປີນີ້

 

ຝູຈ້ຽນ ຈະເປັນເຮືອບັນທຸກເຮືອບິນລຳທຳອິດ ຂອງຈີນທີ່ຈະໃຊ້ເຄື່ອງຍິງແມ່ເຫຼັກໄຟຟ້າເພື່ອປ່ອຍເຄື່ອງບິນ ຊຶ່ງເປັນເທັກໂນໂລຍີທີ່ປັດຈຸບັນມີພຽງເຮືອບັນທຸກເຮືອບິນຂອງສະຫະລັດເທົ່ານັ້ນທີ່ຄອບຄອງ ເທັກໂນໂລຍີດັ່ງກ່າວຊ່ວຍໃຫ້ເຮືອບັນທຸກເຮືອບິນສາມາດປ່ອຍເຮືອບິນໄດ້ຫຼາກຫຼາຍຂຶ້ນ ແລະ ປ່ອຍເຮືອບິນຂັບໄລ່ໄດ້ໄວຂຶ້ນຫຼາຍ

 

ໜັງສືພິມ Global Times ຂອງຈີນ ລາຍງານວ່າ ເຮືອບິນຂັບໄລ່ຂອງຈີນຈະສາມາດຂຶ້ນບິນດ້ວຍເຊື້ອເພີງ ແລະ ອາວຸດທີ່ບັນທຸກມາເຕັມລຳຈາກຝູຈ້ຽນໄດ້ ແລະ ເຮືອບັນທຸກເຮືອບິນຈະສາມາດປ່ອຍເຮືອບິນຮົບໄດ້ “ຫຼາຍຂຶ້ນຢ່າງເຫັນໄດ້ຊັດ” ເມື່ອທຽບກັບຮຸ່ນກ່ອນໆ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ