_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 20 June, 2025
ໝວດ: ຂ່າວ

ຍານສະຕຣາຊິບຂອງສະເປດເອັກຊ໌ລະເບີດຄາແທ່ນປ່ອຍ ຂະນະກະກຽມການທົດສອບຄັ້ງທີ 10 ຫຼັງຈາກການທົດສອບປ່ອຍຈະລວດ 3 ຄັ້ງກ່ອນໜ້ານີ້ລົ້ມເຫຼວທັງໝົດ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ຍານອະວະກາດ “ສະຕາຊິບ” ຂອງບໍລິສັດ ສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຈລວດເມື່ອຄືນວັນພຸດທີ 18 ມິຖຸນາ 2025 ທີ່ຜ່ານມາ ທີ່ລັດເທັກຊັສ ຂະນະເຈົ້າໜ້າທີ່ກຳລັງກະກຽມການທົດສອບປ່ອຍຈະລວດຄັ້ງທີ 3 ຊຶ່ງຍັງດີທີ່ບໍ່ມີລາຍງານວ່າພົບຜູ້ບາດເຈັບ ຫຼື ເສຍຊີວິດ

 

ຕະຫຼອດປີ 2025 ຍານສະຕຣາຊິບປະສົບຄວາມລົ້ມເຫຼວຫຼາຍຄັ້ງ ແລະ ແຕກເປັນສະແຈກກະຈາຍ ໃນການທົດສອບປ່ອຍຈະລວດ 3 ຄັ້ງຫຼ້າສຸດ ຢ່າງໃດກໍຕາມ ອີລອນ ມັສກ໌ ມະຫາເສດຖີລະດັບທັອບຂອງໂລກ ແລະ ຊີອີໂອຂອງສະເປດເອັກຊ໌ ໂພດຂໍ້ຄວາມຜ່ານ X ໂດຍລະບຸວ່າການລະເບີດຄັ້ງຫຼ້າສຸດເປັນພຽງ “ແຄ່ຮອຍຂີດຂ່ວນ”

 

ແຕ່ບໍລິສັດ ສະເປດເອັກຊ໌ ລະບຸວ່າເຫດລະເບີດທີ່ເກີດຂຶ້ນເປັນຄວາມຜິດປົກກະຕິຄັ້ງໃຫຍ່ ສ່ວນທາງການທ້ອງຖິ່ນຂອງສະຫະລັດ ກໍອອກມາບອກວ່າ ນີ້ເປັນຄວາມລົ້ມເຫຼວຢ່າງຮ້າຍແຮງ ລະຫວ່າງການທົດສອບປ່ອຍຈະລວດຕາມກຳນົດການ

 

ຫຼັງຈາກຄວາມລົ້ມເຫຼວເມື່ອເດືອນພຶດສະພາ ທ່ານ ແດນ ຮູໂອດ ໂຄສົກຂອງສະເປດເອັກຊ໌ກ່າວວ່າ “ພວກເຮົາກຳລັງພະຍາຍາມເຮັດບາງຢ່າງທີ່ຍາກຫຼາຍຈົນເກືອບຈະເປັນໄປບໍ່ໄດ້” “ທ່ານບໍ່ສາມາດເອື້ອມໄປເຖິງມັນໄດ້ດ້ວຍການເດີນທາງເປັນເສັ້ນຕົງ” “ພວກເຮົາບອກໄວ້ແລ້ວວ່າມັນຈະບໍ່ງ່າຍ ແລະ ມີທາງລ້ຽວຫຼາຍຄັ້ງ”

 

ທັງນີ້ ຍານສະຕຣາຊິບຊຶ່ງຕິດຕັ້ງຢູ່ເທິງຈະລວດຊຸບເປີເຮຟວີ ຖືກເອີ້ນລວມກັນວ່າຍານສະຕຣາຊິບ ມັນຖືກອອກແບບມາເພື່ອບັນທຸກຄົນ ແລະ ສິນຄ້າຂຶ້ນສູ່ວົງໂຄຈອນໂລກ, ໄປດວງຈັນ, ດາວອັງຄານ ຫຼື ໄກກວ່ານັ້ນ

 

ສະເປດເອັກຊ໌ຍົກໃຫ້ຈລວດຊຸບເປີເຮຟວີເປັນຈລວດສົ່ງຍານອະວະກາດທີ່ອັດສະຈັນພະລັງ ທີ່ສຸດໃນໂລກ ສາມາດບັນທຸກນ້ຳໜັກໄດ້ເຖິງ 150-250 ຕັນ ສາມາດນຳກັບມາໃຊ້ຊ້ຳໄດ້

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ