_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 20 June, 2025
ໝວດ: ຂ່າວ

ທີມວິໄຈຈາກ MIT ໃນສະຫະລັດອະເມລິກາ ສຶກສາວິໄຈ ແລະ ພົບວ່າ ຜູ້ທີ່ໃຊ້ແຊດຈີພີທີ (ChatGPT) ຫຼື ຜູ້ຊ່ວຍ AI ຊື່ດັງໃນການຂຽນເລື່ອງຄວາມ (Essay) ເລື້ອຍໆຄັ້ງອາດຈະສົ່ງຜົນຕໍ່ຄວາມສາມາດໃນການຈົດຈຳ ເຊັ່ນ: ບໍ່ສາມາດຈົດຈຳຂໍ້ຄວາມໃນເລື່ອງຄວາມທີ່ຕົວເອງຂຽນໄດ້ ແລະ ມີການເຮັດວຽກຂອງສະໝອງນ້ອຍກວ່າປົກກະຕິ ຊຶ່ງອາດສົ່ງຜົນຕໍ່ການພັດທະນາການຮຽນຮູ້ຂອງສະໝອງໃນລະຍະຍາວໄດ້

 

ກະບວນການວິໄຈທີ່ເຜີຍວ່າໃຊ້ AI ເລື້ອຍໆ ອາດເຮັດໃຫ້ສະໝອງຝໍ່

 

ງານວິໄຈນີ້ເປັນຜົນງານການສຶກສາຂອງທີມວິໄຈຈາກ MIT Media Lab ກຸ່ມວິໄຈຊື່ດັງຂອງສະຖາບັນເທັກໂນໂລຊີແມສຊາຊູເຊັດ ຫຼື ເອັມໄອທີ (MIT: Massachusetts Institute of Technology)

 

ໄດ້ທົດລອງການເຮັດວຽກຂອງສະໝອງກັບອາສາສະໝັກທົດລອງ 54 ຄົນ ອາຍຸລະຫວ່າງ 18-39 ປີ ຈາກພື້ນທີ່ໃນເມືອງບອສຕັນ (Boston) ເພື່ອທົດສອບການຂຽນບົດຄວາມຕາມມາດຕະຖານ SAT (ມາດຕະຖານການເສັງເຂົ້າມະຫາວິທະຍາໄລໃນສະຫະລັດ)

 

ໂດຍແບ່ງອອກເປັນ 3 ກຸ່ມ ຄືກຸ່ມທີ່ຂຽນເລື່ອງຄວາມດ້ວຍແຊດຈີພີທີ (ChatGPT) ກຸ່ມທີ່ໃຊ້ເວັບໄຊດ໌ຫາຂໍ້ມູນ ເຊັ່ນ: ກູເກີນ (Google’s search engine) ແລະ ກຸ່ມທີ່ໃຊ້ສະໝອງໃນການຄິດບົດຄວາມເທົ່ານັ້ນ

 

ອາສາສະໝັກທັງ 3 ກຸ່ມ ຈະໄດ້ຮັບການຕິດຕັ້ງເຄື່ອງວັດຄື່ນໄຟຟ້າສະໝອງ ຫຼື EEG (Electroencephalography) ເພື່ອເບິ່ງການເຮັດວຽກຂອງສະໝອງຕະຫຼອດລະຍະເວລາການທົດລອງ ຈາກນັ້ນທັງ 3 ກຸ່ມ ຈະເລີ່ມເຮັດການທົດລອງດ້ວຍການຂຽນບົດຄວາມ 4 ຮອບ ເປັນເວລາ 20 ນາທີ ເພື່ອປຽບທຽບການປ່ຽນແປງຂອງສັນຍານ EEG ລະຫວ່າງການທົດສອບ

 

ທັງນີ້ ທີມວິໄຈໃຊ້ກະບວນການທີ່ເອີ້ນວ່າ NLP (Natural Language Processing) ຊຶ່ງເປັນ AI ຮູບແບບໜຶ່ງທີ່ຊ່ຽວຊານດ້ານພາສາມາຊ່ວຍວິເຄາະບົດຄວາມຮ່ວມກັນກັບຜູ້ຊ່ຽວຊານພາສາທີ່ເປັນມະນຸດ ເພື່ອເບິ່ງວ່າລັກສະນະການຂຽນ ລວມທັງໃຈຄວາມສຳຄັນ ແລະ ທັກສະການຂຽນເປັນແນວໃດ

 

ຈາກນັ້ນ ຜູ້ທົດລອງຈະຕອບຄຳຖາມຕ່າງໆ ທີ່ກ່ຽວຂ້ອງກັບກະບວນການຂຽນບົດຄວາມ ເຊັ່ນ: ການໃຫ້ຜູ້ທົດລອງເບິ່ງຂໍ້ຄວາມບາງສ່ວນຈາກບົດຄວາມທີ່ຕົວເອງຂຽນເພື່ອເບິ່ງວ່າຜູ້ທົດລອງສາມາດຈື່ໄດ້ຫຼືບໍ່ ລວມທັງຖາມວ່າບົດຄວາມທີ່ທີມວິໄຈສະແດງໃຫ້ເບິ່ງນັ້ນເປັນຂອງຜູ້ຂຽນແທ້ຫຼືບໍ່ (Ownership)

 

ຜົນການວິໄຈ

 

ໂດຍຜົນການທົດສອບປະກົດວ່າ ກຸ່ມຜູ້ທົດລອງທີ່ໃຊ້ ChatGPT ໃນການຂຽນບົດຄວາມ ປະສົບບັນຫາການຈື່ຈຳຂໍ້ຄວາມຈາກບົດຄວາມທີ່ຕົວເອງຂຽນ ຕ່າງຈາກກຸ່ມທົດລອງທີ່ໃຊ້ເຄື່ອງມືຄົ້ນຫາເວັບໄຊດ໌ ແລະ ໃຊ້ພຽງຄວາມຄິດຕົວເອງ ທີ່ຍັງສາມາດຈື່ຈຳຂໍ້ຄວາມຈາກບົດຄວາມຂອງຕົນໄດ້

 

ນອກຈາກນີ້ ກຸ່ມຜູ້ທົດລອງທີ່ໃຊ້ ChatGPT ຍັງເປັນກຸ່ມທີ່ບໍ່ໝັ້ນໃຈໃນຄວາມເປັນເຈົ້າຂອງບົດຄວາມຂອງຕົວເອງຫຼາຍທີ່ສຸດ ຕ່າງຈາກກຸ່ມທີ່ໃຊ້ພຽງສະໝອງໃນການຄິດເພື່ອຂຽນບົດຄວາມ ຊຶ່ງໝັ້ນໃຈໃນຄວາມເປັນເຈົ້າຂອງບົດຄວາມທຸກຄົນ

 

ໃນຂະນະດຽວກັນ ການວິເຄາະຜົນຈາກເຄື່ອງວັດຄື້ນໄຟຟ້າສະໝອງຍັງພົບວ່າ ຄ່າ dDTF (dynamic Direct Transfer Function) ຊຶ່ງເປັນຄ່າປະມານສຳລັບການສັງເກດການເຊື່ອມຕໍ່ ແລະ ການເຮັດວຽກຂອງສະໝອງໃນກຸ່ມທົດລອງທີ່ໃຊ້ ChatGPT ນັ້ນຕ່ຳກວ່າກຸ່ມອື່ນໆ ຢ່າງມີໄລຍະສຳຄັນ

 

ແລະ ການວິເຄາະເຊິງກຸ່ມຄຳຂອງພາສາ (NER: Named-entity recognition) ທີ່ໄດ້ຈາກ NLP ແລະ ຜູ້ຊ່ຽວຊານພົບວ່າ ເລື່ອງຄວາມຈາກກຸ່ມທົດລອງທີ່ໃຊ້ ChatGPT ຂາດຄວາມຫຼາກຫຼາຍເມື່ອທຽບກັບກຸ່ມທົດລອງທີ່ໃຊ້ເຄື່ອງມືຄົ້ນຫາເວັບໄຊດ໌ ແລະ ສະໝອງໃນການຄິດເລື່ອງຄວາມຂຶ້ນມາ

 

ຫຼື ສະຫຼຸບແລ້ວ ໃນງານວິໄຈດັ່ງກ່າວນັ້ນລາຍງານວ່າ ກຸ່ມຜູ້ທົດລອງທີ່ໃຊ້ ChatGPT ຂຽນບົດຄວາມນັ້ນມີແນວໂນ້ມການຮຽນຮູ້ ແລະ ການເຮັດວຽກເຊື່ອມຕໍ່ຂອງສະໝອງທີ່ນ້ອຍກວ່າການບໍ່ໃຊ້ງານ ChatGPT

 

ໂດຍສັງເກດໄດ້ຈາກການບໍ່ສາມາດຈົດຈຳຂໍ້ຄວາມບາງສ່ວນຈາກບົດຄວາມທີ່ຕົວເອງຂຽນຂຶ້ນມາໄດ້ ແລະ ຍັງບໍ່ມີຄວາມໝັ້ນໃຈໃນຄວາມເປັນເຈົ້າຂອງຜົນງານ ຊຶ່ງສອດຄ່ອງກັບຄ່າ EEG ທີ່ວິເຄາະໄດ້ວ່າການເຮັດວຽກເຊື່ອມຕໍ່ຂອງສະໝອງໃນກຸ່ມທົດລອງທີ່ໃຊ້ ChatGPT ນ້ອຍກວ່າຄົນທົ່ວໄປທີ່ບໍ່ໄດ້ໃຊ້ໃນກຸ່ມທົດລອງທັງໝົດ

 

ງານວິໄຈທີ່ເຜີຍວ່າໃຊ້ AI ເຮັດສະໝອງຝໍ່ ໜ້າເຊື່ອຖືປານໃດ?

 

ທັງນີ້ ງານວິໄຈດັ່ງກ່າວຍັງຢູ່ໃນລະຫວ່າງການສົ່ງກວດວາລະສານ (Peer-review) ເພື່ອຕີພິມເທົ່ານັ້ນ ຊຶ່ງແປວ່າຍັງບໍ່ມີການຮັບຮອງຢ່າງເປັນທາງການວ່າງານດັ່ງກ່າວຖືກຕ້ອງຕາມຫຼັກການວິໄຈ ຫຼື ສະຫຼຸບຜົນໄດ້ຢ່າງຖືກຕ້ອງ ລວມໄປເຖິງກຸ່ມຕົວຢ່າງພຽງ 54 ຄົນ ກໍອາດເປັນກຸ່ມທົດລອງທີ່ມີຂະໜາດນ້ອຍເກີນກວ່າຈະໃຊ້ອະທິບາຍຜົນໃນວົງກວ້າງ

 

ຢ່າງໃດກໍຕາມ ນາຕາລີຢາ ຄອສມີນ່າ (Nataliya Kosmyna) ຫົວໜ້າທີມວິໄຈງານນີ້ ໃຫ້ສຳພາດກັບນິດຕະຍະສານໄທມ໌ (TIME) ໂດຍເບິ່ງວ່າ ການສຶກສາຂອງເຢົາວະຊົນນັ້ນຫັນມາໃຊ້ AI ຊ່ວຍຮຽນກັນຫຼາຍຂຶ້ນ ແລະ ຂໍ້ເທັດຈິງຈາກງານວິໄຈນີ້ເປັນເລື່ອງໃຫຍ່ທີ່ຕ້ອງຮັບຮູ້ໂດຍໄວ ແລະ ກະບວນການ Peer-review ຊຶ່ງເວລາ 8 ເດືອນ ນັ້ນຊ້າເກີນໄປຕໍ່ຜົນກະທົບໂດຍລວມ

 

“What really motivated me to put it out now before waiting for a full peer review is that I am afraid in 6-8 months, there will be some policymaker who decides, ‘let’s do GPT kindergarten.’ I think that would be absolutely bad and detrimental,”

 

“ສິ່ງທີ່ເຮັດໃຫ້ຂ້ອຍຢາກເວົ້າເລື່ອງນີ້ແທ້ໆ ໂດຍທີ່ບໍ່ລໍຖ້າ Peer review ໃຫ້ສຳເລັດແມ່ນການທີ່ຂ້ອຍຍ້ານວ່າໃນ 6-8 ເດືອນ ຈະມີຄົນທີ່ມີອຳນາດຕັດສິນໃຈຈັກຄົນບອກວ່າ ເຮົາມາເຮັດໂຮງຮຽນອະນຸບານ GPT ກັນເຖາະ ຊຶ່ງຂ້ອຍວ່າມັນບໍ່ຄ່ອຍສົ່ງຜົນດີ ແລະ ເປັນມະຫັນຕະໄພຢ່າງຫຼວງຫຼາຍ”

 

ດ້ວຍເຫດນີ້ ລາວ ແລະ ທີມວິໄຈຈຶ່ງໄດ້ເຜີຍແພ່ງານວິໄຈທີ່ເປັນຮ່າງງານຕີພິມລົງໃນ ອາໄຄຟ໌ (Arxiv) ຊຶ່ງເປັນແພລດຟອມຕີພິມງານກ່ອນວິໄຈ (Pre-print) ຊື່ດັງ ລວມເຖິງສ້າງເວັບບລ໋ອກສຳລັບເຜີຍແພ່ຂໍ້ມູນໃນຊື່ວ່າ “Your Brain on ChatGPT: Accumulation of Cognitive Debt when Using an AI Assistant for Essay Writing Task” ຕະຫຼອດຈົນໃຫ້ສຳພາດກັບສື່ຕ່າງໆ ໃນປັດຈຸບັນ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ