_cover (85)
"ທຣຳ" ປະກາດອິສຣາເອລ-ອີຣ່ານບັນລຸຂໍ້ຕົກລົງຢຸດຍິງ ມີຜົນໃນ 6 ຊົ່ວໂມງຂ້າງໜ້າ ຂອງວັນທີ່ 24 ມິຖຸນາ 2025 
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 24 June, 2025
ໝວດ: ຂ່າວ

ປະທານາທິບໍດີໂດນາລ ທຣຳ ຜູ້ນຳສະຫະລັດ ປະກາດວ່າ ອິສຣາເອລ ແລະ ອີຣ່ານໄດ້ບັນລຸຂໍ້ຕົກລົງຢຸດຍິງຢ່າງສົມບູນ ຊຶ່ງຈະເລີ່ມຂຶ້ນໃນອີກປະມານ 6 ຊົ່ວໂມງ ຂອງວັນທີ່ 24 ມິຖຸນາ 2025

 

ສຳນັກຂ່າວກຽວໂດ ລາຍງານວ່າປະທານາທິບໍດີ ທຣຳ ໂພສຂໍ້ຄວາມເທິງທຣູທ ໂຊຊຽວວ່າ “ຂໍສະແດງຄວາມຍິນດີກັບທຸກຄົນ! ອິສຣາເອລ ແລະ ອີຣ່ານໄດ້ຕົກລົງກັນແລ້ວວ່າຈະຢຸດຍິງຢ່າງສົມບູນ ແລະ ເດັດຂາດ ເປັນເວລາ 12 ຊົ່ວໂມງ ຊຶ່ງ ນະຈຸດນັ້ນ ສົງຄາມຈະຖືວ່າສິ້ນສຸດລົງ

 

ປະທານາທິບໍດີ ທຣຳ ຍັງກ່າວດ້ວຍວ່າການຢຸດຍິງຈະມີການດຳເນີນການເປັນໄລຍະໆ ພາຍໃນ 24 ຊົ່ວໂມງຂ້າງໜ້າ “ຢ່າງເປັນທາງການ ອີຣ່ານຈະເລີ່ມການຢຸດຍິງ ເມື່ອຄົບ 12 ຊົ່ວໂມງ ອິສຣາເອລຈະເລີ່ມການຢຸດຍິງ ແລະ ເມື່ອຄົບ 24 ຊົ່ວໂມງ ການສິ້ນສຸດລົງຢ່າງເປັນທາງການຂອງສົງຄາມ 12 ວັນຈະໄດ້ຮັບການສະເຫຼີມສະຫຼອງຈາກທົ່ວໂລກ ໃນຊ່ວງທີ່ແຕ່ລະຝ່າຍຢຸດຍິງ ອີກຝ່າຍຈະຕ້ອງສະຫງົບສຸກ ແລະ ໃຫ້ຄວາມເຄົາລົບ”ທຣຳກ່າວ

 

ທັງນີ້ ທຣຳກ່າວວ່າ ລາວເຊື່ອວ່າທຸກຢ່າງຈະເປັນໄປຢ່າງງ່າຍດາຍ ຕາມທີ່ຄວນຈະເປັນ ແລະ ລາວຂໍຊົມເຊີຍອິສຣາເອລ ແລະ ອີຣ່ານທີ່ມີ “ຄວາມແຂງແກ່ງ ຄວາມກ້າຫານ ແລະ ສະຕິປັນຍາ” ໃນການຢຸດຕິຄວາມຂັດແຍ້ງຊຶ່ງອາດຍືດຍາວມານານຫຼາຍປີ ແລະ ທຳລາຍຕາເວັນອອກກາງທັງໝົດ “ແຕ່ສິ່ງເຫຼົ່ານີ້ກໍບໍ່ເກີດຂຶ້ນ ແລະ ຈະບໍ່ມີວັນເກີດຂຶ້ນ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ