_cover (87)
145 ຄົນຖືກແທງໃນງານເທດສະການດົນຕີຝຣັ່ງ ຕຳຫຼວດຈັບຜູ້ຕ້ອງສົງໄສ 12 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 24 June, 2025
ໝວດ: ຂ່າວ

ເອເຈນຊີ່ – ກະຊວງພາຍໃນໄທຝຣັ່ງຖະແຫຼງການ ມີຜູ້ຖືກເຄາະຮ້າຍລວມ 145 ຄົນທົ່ວປະເທດ ຕົກເປັນເຫຍື່ອຖືກຄົນບໍ່ຫວັງດີໃຊ້ເຂັມສັກຢາໄລ່ແທງເມື່ອທ້າຍອາທິດ ໃນງານເທດສະການດົນຕີສະຕຣີດເຟສຕິວັນປະຈຳປີທີ່ຈັດຂຶ້ນໃນຊ່ວງລະດູຮ້ອນເພື່ອການສະເຫຼີມສະຫຼອງ ຕຳຫຼວດຝຣັ່ງຈັບຜູ້ຕ້ອງສົງໄສມືໄລ່ແທງໄດ້ 12 ຄົນ

 

 

ເດີ່ກາຮ໌ດຽນຂອງອັງກິດລາຍງານວັນຈັນ (23 ມິຖຸນາ) ວ່າ ຫຼາຍລ້ານຄົນໃນຕອນຄ່ຳວັນເສົາ (21 ມິຖຸນາ) ເຂົ້າຮ່ວມງານ Fête de la Musique ປະຈຳປີທີ່ມີຊື່ສຽງທີ່ເກີດຂຶ້ນພ້ອມກັນທົ່ວຝຣັ່ງ ໂດຍມີລາຍງານຈຳນວນຜູ້ເຂົ້າຮ່ວມງານສູງເປັນປະຫວັດສາດທີ່ກຸງປາຣີສ

 

Abrège Soeur ອິນຟລູເອັນເຊີ ນັກສິດທິສະຕີຊື່ດັງໄດ້ອອກມາເຕືອນທາງອອນລາຍ ກ່ອນເລີ່ມງານວ່າ ກຸ່ມຜູ້ຍິງຈະຕົກເປັນເປົ້າໃນການໄລ່ແທງດ້ວຍເຂັມສັກຢາ ໄດ້ກາຍເປັນຄວາມວິຕົກທີ່ຫວນກັບມາອີກຄັ້ງຫຼັງເຄີຍເກີດເມື່ອປີ 2022 ໃນລະຫວ່າງທີ່ກຸງປາຣີສກຳລັງກະກຽມພ້ອມກັບການຈັດເທດສະການດົນຕີເພື່ອສະເຫຼີມສະຫຼອງຮັບໜ້າຮ້ອນຂອງຕົນເອງ

 

ດ້ານກະຊວງພາຍໃນຝຣັ່ງຖະແຫຼງການວ່າ ມີຄົນຕົກເປັນເຫຍື່ອໃນການໄລ່ແທງດ້ວຍເຂັມສັກຢາທົ່ວປະເທດຈຳນວນ 145 ຄົນ ທີ່ກຸງປາຣີສມີຜູ້ຕົກເປັນເຄາະຮ້າຍຈຳນວນ 13 ຄົນ

 

ກະຊວງພາຍໃນຝຣັ່ງກ່າວຜ່ານຖະແຫຼງການວ່າ “ມີຜູ້ຖືກເຄາະຮ້າຍບາງສ່ວນຖືກສົ່ງຕົວໄປໂຮງໝໍເພື່ອກວດຫາສານພິດ”

 

ທີ່ກຸງປາຣີສມີການເປີດການສອບສວນຫຼັງມີເຄາະຮ້າຍ 3 ຄົນ ລວມເດັກຍິງອາຍຸ 15 ປີແລະ ໄວຮຸ່ນຊາຍອາຍຸ 18 ປີ ມີລາຍງານວ່າຖືກ ໄລ່ແທງທຳຮ້າຍບໍ່ພ້ອມກັນໃນເຫດການທີ່ເກີດໄປທົ່ວກຸງປາຣີສ ອ້າງອິງຈາກຖະແຫຼງການຂອງໄອຍະການຝຣັ່ງ ຜູ້ທີ່ຖືກເຄາະຮ້າຍທັງ 3 ຄົນມີລາຍງານວ່າມີອາການເຈັບປ່ວຍ

 

ເດີ່ກາຮ໌ດຽນລາຍງານຕໍ່ວ່າ ກະຊວງພາຍໃນຝຣັ່ງຖະແຫຼງການວ່າ ໄດ້ມີການຈັບຕົວ 12 ຄົນສຳລັບຜູ້ຕ້ອງສົງໄສຄະດີໃຊ້ເຂັມສັກຢາໄລ່ແທງທົ່ວຝຣັ່ງ ໂດຍໃນຈຳນວນທັງໝົດມີ 4 ຄົນໂດນຈັບໄດ້ທີ່ເມືອງ Angoulême ທາງຕາເວັນຕົກ ໂດຍຕ້ອງສົງໄສວ່າທຳຮ້າຍປະມານ 50 ຄົນ

 

ແຫຼ່ງຂ່າວຕຳຫຼວດຝຣັ່ງເປີດເຜີຍບໍ່ຕ່ຳກວ່າ 370 ຄົນຍັງຖືກຄວບຄຸມຕົວລະຫວ່າງເທດສະການດົນຕີທີ່ຈັດຂຶ້ນພ້ອມກັນທົ່ວປະເທດໃນຂໍ້ຫາທີ່ຕ່າງກັນໄປ ແລະ ໃນຈຳນວນທັງໝົດມີການຄວບຄຸມຕົວ 90 ຄົນໃນກຸງປາຣີສ

 

ສຳນັກຂ່າວອັງກິດຊີ້ວ່າ ມີຜູ້ຮ່ວມງານ 14 ຄົນໃນງານເທດສະການດົນຕີໄດ້ຮັບບາດເຈັບຮ້າຍແຮງ ລວມເຖິງຜູ້ເຂົ້າຊົມອາຍຸ 17 ປີທີ່ຕ້ອງເຂົ້າຮັບການຮັກສາເບື້ອງຕົ້ນ ຫຼັງພົບນັ່ງຢູ່ໃນສະພາບອ່ອນແອເທິງຫົນທາງ ຂະນະທີ່ມີບາດແຜຖຶກແທງທີ່ບໍລິເວນທ້ອງນ້ອຍ

 

ຕາມລາຍງານຍັງກ່າວວ່າມີເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຝຣັ່ງ 13 ຄົນໄດ້ຮັບບາດເຈັບເຊັ່ນກັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
pele - 2025-09-08T094057.550
ປະທານຄະນະກໍາມະການປກຊ-ປກສ ແຂວງຈຳປາສັກ ຢ້ຽມຢາມ ກອງຮ້ອຍທະຫານຊາຍແດນ 522 ແລະ ປະຊາຊົນ ບ້ານຄັນຍາງ
ຢ່າລື່ມກົດຕິດຕາມ