
ດວງລາຍອາທິດລະຫວ່າງວັນທີ່ 23-29 ມິຖຸນາ 2025 ໂດຍ ອາຈານກິຕິຄຸນ ພົນວັນ
ເປີດຄົນດວງເຮັງອາທິດນີ້ 3 ວັນເກີດ ຄົນເຮັດວຽກສ່ວນຕົວຈະໄດ້ວຽກໃຫຍ່ໃນບໍ່ດົນ ແຖມໂຊກລາບແບບຟຸກໆ ກຽມຕົວຮັບຊັບ ໄດ້ເລີຍ ຈະມີຄົນເກີດວັນໃດແດ່ ໄປເບິ່ງກັນເລີຍ
ທ່ານທີ່ເກີດວັນອາທິດ
ການງານ ທ່ານຈະເຮັດວຽກຢ່າງເຄັ່ງຄຽດ ເພາະຖືກຄົນປັດແຂ້ງປັດຂາ ຄົນເຮັດວຽກສ່ວນຕົວໄດ້ວຽກໃຫຍ່
ການເງິນ ໂຊກລາບຟຸກໆ ເຂົ້າມາຈາກຄົນໃກ້ຊິດ
ຄວາມຮັກ ຮັກທີ່ມີບັນຫາເຄລຍໃຈກັນໄດ້
ສຸຂະພາບ ຄວາມດັນສູງ
ເຄັດລັບເສີມດວງ ຄວນເຮັດບຸນບູຊາພະພິເຄເນດເພື່ອເສີມດວງຊະຕາຕົນເອງ
ເລກມຸງຄຸນ 51 45
ທ່ານທີ່ເກີດວັນຈັນ
ການງານ ທ່ານຈະເຮັດວຽກຢ່າງດຸໝັ່ນຜົນງານດີຂຶ້ນຊັດເຈນ ຄົນເຮັດວຽກສ່ວນຕົວໄປໄດ້ດີມີລູກຄ້າເພີ່ມຂຶ້ນ
ການເງິນ ໂຊກລາບສິ່ງທີ່ລຸ້ນລະໄວ້ກໍ່ໄດ້ຮັບຜົນສຳເລັດ
ຄວາມຮັກ ເຫດເພາະຄວາມຫຶງຫວງເຮັດໃຫ້ມີບັນຫາກັບຄົນຮັກ
ສຸຂະພາບ ເຈັບຫຼັງເລື້ອຍໆ
ເຄັດລັບເສີມດວງ ຄວນເຮັດທານກັບສັດຈະຈັດເພື່ອເສີມດວງຊະຕາຕົນເອງ
ເລກມຸງຄຸນ 64 15
ທ່ານທີ່ເກີດວັນອັງຄານ
ການງານ ທ່ານຈະເຮັດວຽກໄດ້ສຳເລັດທັນເວລາທີ່ເຈົ້ານາຍກຳນົດ ຄົນເຮັດວຽກສ່ວນຕົວມີລູກຄ້າເພີ່ມຂຶ້ນໜ້າພໍໃຈ
ການເງິນ ທ່ານຈະໄດ້ໂຊກລາບເຂົ້າມາຈາກເລກໃກ້ຕົວ
ຄວາມຮັກ ຮັກເກົ່າມີຣີເທີນ
ສຸຂະພາບ ຈຸກສຽບໜ້າທ້ອງເລື້ອຍໆ
ເຄັດລັບເສີມດວງ ຄວນເຮັດບຸນໄຫວ້ບູຊາທ້າວເວດສຸວັນເພື່ອເສີມດວງຊະຕາຕົນເອງ
ເລກມຸງຄຸນ 19 34
ທ່ານທີ່ເກີດວັນພຸດ
ການງານ ທ່ານຈະເຮັດວຽກຢ່າງໝັ້ນໃຈເພາະຜົນງານໂດດເດັ່ນ ຄົນເຮັດວຽກອິດສະຫຼະໄດ້ວຽກເຂົ້າມາຢ່າງບໍ່ຄາດຄິດ
ການເງິນ ໂຊກລາບເຂົ້າມາເພາະຜົນບຸນຫນູນສົ່ງ
ຄວາມຮັກ ຜິດຖຽງກັບຄົນຮັກເພາະຄວາມຫຶງຫວງ
ສຸຂະພາບ ກຣົດໄຫຼຍ້ອນ
ເຄັດລັບເສີມດວງ ຄວນເຮັດບຸນດ້ວຍການໄຫວ້ບູຊາພະສິວະລີເພື່ອເສີມດວງຊະຕາຕົນເອງ
ເລກມຸງຄຸນ 22 96
ທ່ານທີ່ເກີດວັນພະຫັດ
ການງານ ທ່ານຈະເຮັດວຽກຢ່າງມຸ່ງໝັ້ນຈົນຜົນງານອອກມາໂດດເດັ່ນ ແລະ ຄົນຄ້າຂາຍມີລູກຄ້າເພີ່ມຂຶ້ນ
ການເງິນ ໂຊກລາບເຂົ້າມາຢ່າງບໍ່ຄາດຝັນ
ຄວາມຮັກ ຮັກສາມເສົ້າຈະເຄລຍໄດ້ຈົບ
ສຸຂະພາບ ນ້ຳໃນຫູບໍ່ເທົ່າກັນ
ເຄັດລັບເສີມດວງ ຄວນເຮັດບຸນໄຫວ້ບູຊາພະທາດດອຍຄຳເພື່ອເສີມດວງຊະຕາຕົນເອງ
ເລກມຸງຄຸນ 14 26
ທ່ານທີ່ເກີດວັນສຸກ
ການງານ ທ່ານຈະເຮັດວຽກຢ່າງຕັ້ງໃຈຈົນຜົນງານອອກມາໂດດເດັ່ນ ແລະ ຄົນມີກິດຈະການສ່ວນຕົວກິດຈະການເດີນໜ້າໄປໄດ້ດີ
ການເງິນ ເງິນທອງກ້ອນໃຫຍ່ໄດ້ມາຈາກຄົນໃກ້ຊິດ
ຄວາມຮັກ ຄວາມຮັກສົດໃສຫຼັງຈາກເຄລຍໃຈກັນໄດ້
ສຸຂະພາບ ກຣົດໄຫຼຍ້ອນ
ເຄັດລັບເສີມດວງ ຄວນເຮັດທານດ້ວຍການເຮັດບຸນກັບໂຮງໝໍເພື່ອເສີມດວງຊະຕາຕົນເອງ
ເລກມຸງຄຸນ 61 24
ທ່ານທີ່ເກີດວັນເສົາ
ການງານ ທ່ານທີ່ຄິດປ່ຽນຍ້າຍວຽກໃໝ່ຈະສົມຫວັງ ແລະ ຄົນເຮັດວຽກສ່ວນຕົວມີແນວໂນ້ມໄປໃນທາງທີ່ດີ
ການເງິນ ເງິນທອງເດີນສະພັດໂຊກລາບເຂົ້າມາເກີນລຸ້ນ
ຄວາມຮັກ ຄວາມຮັກຈະເຄລຍໃຈກັນໄດ້
ສຸຂະພາບ ພູມແພ້ມາ
ເຄັດລັບເສີມດວງ ຄວນເຮັດບຸນໄຫວ້ພະ 9 ວັດເພື່ອເສີມດວງຊະຕາຕົນເອງ
ເລກມຸງຄຸນ 35 69
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,920,000 | 48,450,000 |
![]() | 47,296,000 | 48,559,000 |