
ອາຫານບາງຊະນິດທີ່ພວກເຮົາບໍລິໂພກໃນຊີວິດປະຈຳວັນອາດແຝງໄປດ້ວຍສານພິດຫາກກະກຽມ ຫຼື ປຸງບໍ່ຖືກວິທີ ມາເບິ່ງອາຫານທີ່ອາດກໍ່ໃຫ້ເກີດສານພິດກັນດີກວ່າວ່າມີຫຍັງແດ່
1. ມັນເທດ ມັນເທດດິບມີສານໄຊຍາໂນຈີນິກໄກລໂຄໄຊ ຊຶ່ງສາມາດປ່ຽນເປັນໄຊຍາໄນທີ່ເປັນພິດຕໍ່ຮ່າງກາຍໄດ້ ຫາກບໍ່ຜ່ານການປຸງສຸກຢ່າງຖືກວິທີ ເຊັ່ນ: ການປອກເປືອກ, ແຊ່ນ້ຳ ແລະ ຕົ້ມຈົນສຸກ
2. ຖົ່ວແດງດິບ ຖົ່ວແດງດິບມີສານເລັກຕິນຊະນິດໜຶ່ງທີ່ເອີ້ນວ່າໄຟໂຕຮີແມກກລູຕິນິນ ຊຶ່ງອາດເຮັດໃຫ້ເກີດອາການຄື່ນໄສ້ ອາເຈຍນ ແລະທ້ອງເສຍໄດ້ ການປຸງຖົ່ວແດງຄວນແຊ່ນ້ຳຢ່າງໜ້ອຍ 5 ຊົ່ວໂມງ ແລະຕົ້ມດ້ວຍນ້ຳເດືອດຢ່າງໜ້ອຍ 10 ນາທີ
3. ປາປັກເປົ້າ ປາປັກເປົ້າມີສານພິດເຕໂຕຣໂດທ໋ອກຊິນທີ່ເປັນອັນຕະລາຍເຖິງຊີວິດ ການປຸງປາປັກເປົ້າຕ້ອງເຮັດໂດຍພໍ່ຄົວທີ່ໄດ້ຮັບໃບອະນຸຍາດເທົ່ານັ້ນ
4. ນ້ຳເຜິ້ງດິບ ນ້ຳເຜິ້ງດິບອາດມີສະປໍຂອງແບັກທີເຣຍທີ່ກໍ່ໃຫ້ເກີດໂຣກໂບທູລິຊຶມ ໂດຍສະເພາະໃນເດັກນ້ອຍອາຍຸຕ່ຳກວ່າ 1 ປີ ຄວນຫຼີກລ່ຽງການໃຫ້ນ້ຳເຜິ້ງແກ່ເດັກນ້ອຍໃນໄວນີ້
5. ມັນຝຣັ່ງທີ່ມີສີຂຽວ ມັນຝຣັ່ງທີ່ມີສີຂຽວມີສານໂຊລານິນ ຊຶ່ງເປັນສານພິດທີ່ອາດເຮັດໃຫ້ເກີດອາການປວດຮາກ ອາຈຽນ ແລະ ເຈັບທ້ອງ ຄວນຫຼີກລ່ຽງການບໍລິໂພກສ່ວນທີ່ມີສີຂຽວ
6. ຖົ່ວລິງໃນຜູ້ທີ່ແພ້ ຖົ່ວລິງເປັນສາເຫດຫຼັກຂອງອາການແພ້ອາຫານທີ່ຮຸນແຮງ ຊຶ່ງອາດນຳໄປສູ່ພາວະແອນາຟິແລັກຊິສທີ່ເປັນອັນຕະລາຍເຖິງຊີວິດໃນຜູ້ທີ່ແພ້
7. ເນື້ອໝູດິບຫຼືບໍ່ສຸກ ການບໍລິໂພກເນື້ອໝູດິບຫຼືບໍ່ສຸກ ອາດມີຄວາມສ່ຽງຕໍ່ການຕິດເຊື້ອພະຍາທິໄຕຣຄິເນນລາ ຊຶ່ງສາມາດເຮັດໃຫ້ເກີດອາການເຈັບກ້າມເນື້ອແລະໄຂ້
8. ອາຫານທີ່ໄໝ້ ການປຸງອາຫານທີ່ໄໝ້ເຊັ່ນ: ການປິ້ງຈົນໄໝ້ ອາດເຮັດໃຫ້ເກີດສານອະຄຣິລາໄມ ຊຶ່ງເປັນສານທີ່ອາດກໍ່ໃຫ້ເກີດມະເຣັງ
ເຄັດລັບການບໍລິໂພກອາຫານຢ່າງປອດໄພ
- ລ້າງແລະປຸງອາຫານໃຫ້ສຸກຢ່າງທົ່ວເຖິງ
- ຫຼີກລ່ຽງການບໍລິໂພກອາຫານດິບຫຼືບໍ່ສຸກ
- ເກັບຮັກສາອາຫານໃນອຸນຫະພູມທີ່ເໝາະສົມ
- ອ່ານສະລາກແລະວັນໝົດອາຍຸຂອງຜະລິດຕະພັນ
- ຫຼີກລ່ຽງການບໍລິໂພກອາຫານທີ່ມີສີ, ກິ່ນ ຫຼື ລົດຊາດຜິດປົກກະຕິ
ການຮູ້ຈັກແລະລະມັດລະວັງໃນການບໍລິໂພກອາຫານທີ່ອາດມີສານພິດເປັນສິ່ງສຳຄັນເພື່ອປ້ອງກັນອັນຕະລາຍຕໍ່ສຸຂະພາບ ການກະກຽມແລະປຸງອາຫານຢ່າງຖືກວິທີ ລວມເຖິງການເລືອກບໍລິໂພກອາຫານທີ່ປອດໄພ ຈະຊ່ວຍຫຼຸດຜ່ອນຄວາມສ່ຽງຈາກສານພິດໃນອາຫານໄດ້ຢ່າງມີປະສິດທິຜົນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














