ໄຟປ່າເທິງເກາະຄິອອສເຂົ້າສູ່ວັນທີ່ 3 ໃນວັນນີ້ (24 ມິຖຸນາ) ເກີດໄຟປ່າໃຫຍ່ທັງໝົດ 5 ຈຸດ ຍັງລຸກລາມ ແລະ ຄວບຄຸມບໍ່ໄດ້ເນື່ອງຈາກກະແສລົມແຮງ ບວກກັບອຸນຫະພູມສູງເທິງເກາະຄິອອສ 30 ອົງສາເຊນຊຽສ ແລະ ຍັງຄາດວ່າອຸນຫະພູມຈະຮ້ອນຍິ່ງຂຶ້ນໄປຈົນເຖິງທ້າຍອາທິດນີ້
ສື່ທ້ອງຖິ່ນກຣີສລາຍງານອົບພະຍົບ 17 ຊຸມຊົນ ຫຼັງໄຟປ່າລາມເຖິງບ້ານເຮືອນປະຊາຊົນເທິງເກາະອີຈຽນ (Aegean) ອາຄານບ້ານເຮືອນຫຼາຍຫຼັງຖືກເຜົາໄໝ້ ລວມໄປເຖິງພື້ນທີ່ປູກຝັງ ແລະ ໂຄງສ້າງພື້ນຖານດ້ວຍ
ເກີດໄຟຟ້າດັບເປັນວົງກວ້າງ ຫຼັງເຄືອຂ່າຍຈ່າຍກະແສໄຟຟ້າໃນພື້ນທີ່ໄຟປ່າເສຍຫາຍຈາກໄຟປ່າ ແລະ ກຳລັງມີແຜນຈະຕັດໄຟຟ້າ ເພື່ອໃຫ້ເຈົ້າໜ້າທີ່ດັບເພີງທີ່ກຳລັງດັບໄຟປ່າ ເຮັດວຽກໄດ້ງ່າຍຂຶ້ນ
ເຈົ້າໜ້າທີ່ດັບເພີງຈາກພື້ນທີ່ອື່ນຖືກລະດົມໄປຊ່ວຍດັບໄຟທີ່ເກາະຄິອອສເມື່ອວານນີ້ (23 ມິຖຸນາ) ນັກດັບເພີງຈາກກຸງເອເທນສ໌ ເມືອງຫຼວງ ແລະ ເມືອງເທດຊາໂລນິກິ 90 ຄົນ ຈະຖືກສົ່ງໄປສົມທົບຊ່ວຍນັກດັບເພີງ 190 ຄົນ ທີ່ກຳລັງດັບໄຟປ່າຢູ່ເທິງເກາະຄິອອສ ໂດຍມີເຮືອບິນ ແລະ ເຮລິຄອບເຕີສະໜັບສະໜູນຫຼາຍກວ່າ 10 ລຳ
ໄຟປ່າເທິງເກາະຄິອອສທີ່ເລີ່ມຂຶ້ນຕັ້ງແຕ່ວັນອາທິດທີ່ຜ່ານມາ (22 ມິຖຸນາ 2025) ຖຶວ່າເປັນໄຟປ່າໃຫຍ່ຄັ້ງທຳອິດໃນລະດູຮ້ອນປີນີ້ຂອງກຣີສ ປະເທດທີ່ການເກີດໄຟປ່າຮຸນແຮງ ແລະ ອາກາດຮ້ອນຈັດບໍ່ແມ່ນເລື່ອງແປກ
ໃນປີ 2012 ຫຼື 13 ປີກ່ອນ ເກາະຄິອອສແຫ່ງນີ້ເຄີຍເກີດໄຟປ່າຮຸນແຮງ ເຜົາພື້ນທີ່ໄໝ້ໄປຫຼາຍກວ່າຄຶ່ງໜຶ່ງຂອງພື້ນທີ່ທັງໝົດຂອງເກາະ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |