_cover (94)
ຈີນສັ່ງປະຫານຊີວິດອະດີດຜູ້ບັນຊາການຊັ້ນສູງ ຂອງກອງທັບປົກປ້ອງຄວາມສະຫງົບ ຂໍ້ຫາຮັບສິນບົນ 121 ລ້ານຫຍວນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 June, 2025
ໝວດ: ຂ່າວ

ສານຈີນສັ່ງປະຫານຊີວິດ “ອະດີດຜູ້ບັນຊາການຕຳຫຼວດປາບປາມຢາເສບຕິດ” ຖານຮັບສິນບົນ ລວມ 121 ລ້ານຫຍວນຕັດສິດທາງການເມືອງ-ຍຶດຊັບສົມບັດທັງໝົດ

 

ສຳນັກຂ່າວຊິນຫົວ ລາຍງານວ່າ ເມື່ອວັນທີ 23 ມິຖຸນາ 2025 ທີ່ຜ່ານມາວ່າ ສານແຂວງຟູເຈ້ຍນທາງຕາເວັນອອກຂອງຈີນເປີດເຜີຍວ່າ ຫລິວ ເຍ່ຈິນ ອະດີດທີ່ປຶກສາທາງການເມືອງລະດັບຊາດ ແລະ ອະດີດຜູ້ບັນຊາການຕຳຫຼວດປາບປາມຢາເສບຕິດ ຖືກຕັດສິນໂທດປະຫານຊີວິດໂດຍລໍຖ້າລົງອາຍາ 2 ປີ ຖານກະທຳຄວາມຜິດກ່ຽວກັບການຮັບສິນບົນ

 

ໂດຍຄຳພິພາກສາຂອງສານເປີດເຜີຍວ່າ ລະຫວ່າງປີ 1992-2020 ຫລິວ ເຍ່ຈິນ  ໄດ້ໃຊ້ອຳນາດຈາກຫຼາຍຕຳແຫນ່ງໃນອົງການຕຳຫຼວດເພື່ອສະແຫວງຫາຜົນປະໂຫຍດໃຫ້ຜູ້ອື່ນ ເຊັ່ນ: ການດຳເນີນທຸລະກິດ ແລະ ການຈັດຫາເງິນທຶນ ຊຶ່ງຫລິວ ເຍ່ຈິນ  ໄດ້ຮັບເງິນ ແລະ ຂອງຕິດສິນບົນຢ່າງຜິດກົດໝາຍເປັນການຕອບແທນ ລວມມູນຄ່າຫຼາຍກວ່າ 121 ລ້ານຫຍວນ

 

 

ດ້ວຍສາເຫດນີ້ ສານຈຶ່ງມີຄຳພິພາກສາໃຫ້ ຫລິວ ເຍ່ຈິນ ຖືກເພີກຖອນສິດທາງການເມືອງຕະຫຼອດຊີວິດ ຊັບສິນສ່ວນຕົວທັງໝົດຖືກຍຶດ ແລະ ຊັບສິນທີ່ໄດ້ມາໂດຍບໍ່ຊອບທຳຖືກນຳຄືນໃຫ້ລັດ

 

ສານລະບຸວ່າ ຈຳນວນການຕິດສິນບົນໃນຄະດີຂອງບລາວສູງເປັນພິເສດ ແລະ ກໍໃຫ້ເກີດຄວາມເສຍຫາຍຮ້າຍແຮງຕໍ່ຜົນປະໂຫຍດຂອງປະເທດ ແລະ ປະຊາຊົນ ແຕ່ສານໄດ້ພິຈາລະນາຜອ່ນຜັນບົດລົງໂທດຕາມກົດໝາຍເນື່ອງຈາກມີປັດໄຈຫຼຸດໂທດ ໄດ້ແກ່ ການຮັບສາລະພາບ ແລະ ການຄືນຊັບສິນທີ່ໄດ້ມາໂດຍບໍ່ຊອບທຳທັງໝົດແລ້ວ

 

ສຳລັບ ຫລິວ ເຍ່ຈິນ ເຄີຍດຳລົງຕຳແຫນ່ງເປັນສະມາຊິກຄະນະກຳມະການແຫ່ງຊາດປະຈຳສະພາທີ່ປຶກສາທາງການເມືອງແຫ່ງປະຊາຊົນຈີນ (CPPCC) ຊຸດທີ່ 13 ແລະ ເປັນຜູ້ບັນຊາການສຳນັກປາບປາມຢາເສບຕິດ ສັງກັດກະຊວງຄວາມໝັ້ນຄົງສາທາລະນະ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-11T163146.201
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ
pele - 2025-09-11T154026.474
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
ຢ່າລື່ມກົດຕິດຕາມ