_cover (98)
ຢາກໃຫ້ບ້ານດຶງດູດໂຊກລາບ ຕ້ອງຮັກສາສົມດຸນຮວງຈຸ້ຍໃນ 3 ຈຸດສຳຄັນນີ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 June, 2025

ການຈັດບ້ານຕາມຫຼັກຮວງຈຸ້ຍ ບໍ່ແມ່ນພຽງແຕ່ເລື່ອງຄວາມສວຍງາມ ແຕ່ຍັງກ່ຽວກັບການຮັກສາສົມດຸນຂອງພະລັງງານດີ ໃຫ້ໄຫຼວຽນໄດ້ຢ່າງລາບລື່ນ ລາຍລະອຽດນ້ອຍໆ ທີ່ຫຼາຍຄົນເບິ່ງຂ້າມ ອາດເປັນສັນຍານເຕືອນເຖິງຄວາມບໍ່ໝັ້ນຄົງທີ່ຈະເກີດຂຶ້ນໄດ້

 

ເປັນຄວາມເຊື່ອສ່ວນບຸກຄົນ ກະລຸນາໃຊ້ວິຈາລະນະຍານ

 

ໂຕະບູຊາ ຫຼື ຮິ້ງພະອຽງ ບໍ່ສົມດຸນ

 

ໂຕະບູຊາ ຫຼື ຮິ້ງພະ ຖືເປັນສິ່ງສັກສິດປະຈຳບ້ານ ຫາກສິ່ງນີ້ອຽງ ຫຼື ບໍ່ມີຄວາມສົມດຸນ ອາດເປັນການຂັດຂວາງພະລັງງານດີໆ ທີ່ເຂົ້າມາ ຫຼື ທີ່ໄຫຼວຽນຢູ່ໃນບ້ານ ສົ່ງຜົນຕໍ່ໂຊກລາບ ໜ້າທີ່ການງານ ການເງິນ ແລະ ສຸຂະພາບຂອງຄົນໃນບ້ານ ຄວນຈັດວາງຮິ້ງພະໃນຕຳແໜ່ງທີ່ໝັ້ນຄົງ ບໍ່ບ້ຽວ ບໍ່ອຽງ ເພື່ອໃຫ້ພະລັງງານດີໄດ້ເຮັດວຽກຢ່າງເຕັມທີ່

 

ປະຕູບ້ານບິດ ບ້ຽວ ເປີດ-ປິດລຳບາກ

 

ປະຕູບ້ານ ຄືຈຸດຮັບພະລັງງານຫຼັກຈາກພາຍນອກ ຫາກປະຕູຄົດ ອຽງ ຫຼື ຕິດຂັດ ອາດເຮັດໃຫ້ພະລັງງານດີໄຫຼເຂົ້າສູ່ບ້ານໄດ້ບໍ່ເຕັມທີ່ ສົ່ງຜົນໃຫ້ໂຊກລາບຕິດຂັດ ວຽກງານບໍ່ກ້າວໜ້າ ຫຼື ອາດສູນເສຍໂອກາດດີໃນຊີວິດ ແນະນຳໃຫ້ໝັ່ນກວດເບິ່ງບານພັບ ແລະ ສະພາບຂອງປະຕູຢູ່ສະເໝີ ຫາກພົບບັນຫາຄວນຟ້າວສ້ອມແຊມ ຫຼື ປ່ຽນທັນທີ ເພື່ອປ້ອງກັນພະລັງລົບສະສົມ

 

ແກ້ວອຽງ ຫຼື ມີຮອຍແຕກ

 

ແກ້ວ ຕາມຫຼັກຮວງຈຸ້ຍມີບົດບາດໃນການສະທ້ອນ ແລະ ກະຈາຍພະລັງງານພາຍໃນບ້ານ ຫາກແກ້ວຕິດຕັ້ງບໍ່ຊື່ ມີຮອຍແຕກຫຼື ບິດບ້ຽວ ຈະສົ່ງຜົນໃຫ້ພະລັງງານພາຍໃນບ້ານບິດເບືອນຕາມໄປດ້ວຍ ຄວນປ່ຽນແກ້ວທີ່ເສຍຫາຍທັນທີ ແລະ ຕິດຕັ້ງແກ້ວໃນຕຳແໜ່ງທີ່ເໝາະສົມ ເພື່ອສົ່ງເສີມຄວາມກົມກຽວພາຍໃນບ້ານ

 

ດູແລບ້ານໃຫ້ສົມດຸນ ເພື່ອຊີວິດທີ່ໝັ້ນຄົງ

 

ຮວງຈຸ້ຍ ບໍ່ແມ່ນຄວາມເຊື່ອພຽງຢ່າງດຽວ ແຕ່ຄືສິລະປະຂອງການຈັດວາງທີ່ຢູ່ອາໄສໃຫ້ສອດຄ້ອງກັບສິ່ງແວດລ້ອມ ເມື່ອໃສ່ໃຈໃນລາຍລະອຽດນ້ອຍໆ ພາຍໃນບ້ານ ກໍສາມາດຊ່ວຍດຶງດູດພະລັງງານດີ ໂຊກລາບ ຄວາມໝັ່ງມີ ເຂົ້າມາໃນບ້ານໄດ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 24 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,489
21,765
thailand (1)
THB
673.42
684.19
european-union
EUR
24,492
24,983
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
jane (79)
ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II
ຢ່າລື່ມກົດຕິດຕາມ