_cover (99)
ສົງຄາມ 12 ວັນ! ຍອດຜູ້ເສຍຊີວິດອີຫຼ່ານ 610 ຄົນ ອິສຣາເອນ 28 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 June, 2025
ໝວດ: ຂ່າວ

ຊີຊີທີວີຂອງຈີນລາຍງານວ່າ “ສົງຄາມ 12 ວັນ” ລະຫວ່າງອີຫຼ່ານ-ອິສຣາເອນ ລະຫວ່າງວັນທີ່ 13-24 ມິຖຸນາ ທີ່ຜ່ານມາ ໄດ້ຢຸດຕິລົງຢ່າງເປັນທາງການແລ້ວເມື່ອວານນີ້ 24 ມິຖຸນາ ທັງ 2 ປະເທດຕ່າງສະຫຼຸບຕົວເລກຜູ້ເສຍຊີວິດ ແລະ ຄວາມເສຍຫາຍ

 

ຮອສເຊນ ເຄີຣ໌ມານປູຣ໌ ຫົວໜ້າຝ່າຍປະຊາສຳພັນກະຊວງສາທາລະນະສຸກອີຫຼ່ານ ຢືນຢັນວານນີ້ (24 ມິຖຸນາ) ຜ່ານສື່ສັງຄົມອອນລາຍວ່າ ອິສຣາເອນໄດ້ໂຈມຕີທົ່ວອີຫຼ່ານຕັ້ງແຕ່ວັນທີ່ 13 ມິຖຸນາທີ່ຜ່ານມາ ເຮັດໃຫ້ອີຫຼ່ານເສຍຊີວິດ 610 ຄົນ ບາດເຈັບ 4,746 ຄົນ ແຕ່ບໍ່ໄດ້ລາຍງານຄວາມເສຍຫາຍທີ່ເກີດຈາກການໂຈມຕີຂອງອິສຣາເອນ

 

ດ້ານວິທະຍຸກອງທັບອິສຣາເອນລາຍງານວ່າ ອີຫຼ່ານຍິງຂີປະນາວຸດຖິ້ມຕົວ 500-550 ລູກ ແລະ ສົ່ງໂດຣນອາກາດຍານໄຮ້ຄົນຂັບໂຈມຕີອີຫຼ່ານກວ່າ 1,000 ລຳໃນຊ່ວງສົງຄາມ 12 ວັນ

 

ເຮັດໃຫ້ຊາວອິສຣາເອນເສຍຊີວິດ 28 ລາຍ ແລະ ສ້າງຄວາມເສຍຫາຍຢ່າງກວ້າງຂວາງ ໂຄງສ້າງພື້ນຖານໃນອິສຣາເອນຫຼາຍກວ່າ 10 ແຫ່ງເສຍຫາຍ ບ້ານເຮືອນເສຍຫາຍຈົນຢູ່ອາໄສບໍ່ໄດ້ຫຼາຍຮ້ອຍຫຼັງ ແລະ ພົນລະເຮືອນອິສຣາເອນໄຮ້ທີ່ຢູ່ອາໄສຈຳນວນຫຼາຍ

 

ມື້ວານນີ້ (24 ມິຖຸນາ) ປະທານາທິບໍດີມາຊູດ ເປເຊຊຄຽນຂອງອີຫຼ່ານ ປະກາດວ່າ ຄວາມຂັດແຍ້ງທີ່ຈຸດຊະນວນຂຶ້ນໂດຍອິສຣາເອນໃນຄັ້ງນີ້ ໄດ້ຈົບລົງແລ້ວ

 

ໃນການຫາລືທາງໂທລະສັບກັບນາຍົກລັດຖະມົນຕີອັນວາຣ໌ ອິບຣາຮິມຂອງມາເລເຊຍວານນີ້ ເປເຊຊຄຽນຢືນຢັນຕໍ່ຜູ້ນຳມາເລເຊຍ ເຖິງຄວາມພ້ອມຂອງອີຫຼ່ານໃນການເຄົາລົບຂໍ້ຕົກລົງຢຸດຍິງ ຖ້າຫາກວ່າອິສຣາເອນກໍເຮັດເຊັ່ນດຽວກັນ ແລະ ຢືນຢັນອີຫຼ່ານເຕັມໃຈຫວນກັບໂຕະເຈລະຈາ ແຕ່ຂະນະດຽວກັນກໍຈະປົກປ້ອງສິດອັນຊອບທຳຂອງປະຊາຊົນຊາວອີຫຼ່ານດ້ວຍ

 

ສ່ວນທາງກອງທັບອິສຣາເອນອອກຖະແຫຼງການວານນີ້ວ່າ ອາຍຍານ ຊາມີຣ໌ ປະທານຄະນະເສນາທິການກອງທັບອິສຣາເອນ ໄດ້ປະກາດຍຸດທະສາດຕໍ່ໄປວ່າ ກອງທັບອິສຣາເອນ ຈະຫັນກັບໄປເນັ້ນການເຮັດສົງຄາມໃນກາຊາໃໝ່ ເພື່ອກຳຈັດການປົກຄອງຂອງຮາມາສໃນຂົງເຂດກາຊາ ແລະ ໃຫ້ຄວາມສຳຄັນກັບການຊ່ວຍຕົວປະກັນທີ່ຍັງຖືກຮາມາສຈັບໄວ້ໃນກາຊາ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-11T163146.201
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ
pele - 2025-09-11T154026.474
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
ຢ່າລື່ມກົດຕິດຕາມ