_cover - 2025-06-26T101038.357
"ກຸ້ຍໂຈວ" ນ້ຳຖ້ວມຄັ້ງໃຫຍ່ ເລັ່ງອົບພະຍົບປະຊາຊົນເກືອບແສນຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 June, 2025

ແຂວງກຸ້ຍໂຈວ ທາງຕາເວັນຕົກສຽງໃຕ້ຂອງຈີນ ກຳລັງປະເຊີນກັບວິກິດການນ້ຳຖ້ວມຄັ້ງໃຫຍ່ ຫຼັງຈາກເກີດຝົນຕົກໜັກຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ເມືອງຫຣົງຈຽງ (Rongjiang) ແລະເມືອງສົງຫຽງ (Congjiang) ຕ້ອງປະກາດສະຖານະສຸກເສີນລະດັບສູງສຸດ ພ້ອມອົບພະຍົບປະຊາຊົນກວ່າ 83,000 ຄົນອອກຈາກພື້ນທີ່ສ່ຽງເພື່ອຄວາມປອດໄພ

 

ລັດຖະບານຈີນໄດ້ຍົກລະດັບການເຕືອນໄພນ້ຳຖ້ວມຈາກລະດັບ 1 ເປັນລະດັບ 4 ຊຶ່ງເປັນລະດັບສູງສຸດຂອງປະເທດ ໂດຍສະຖານະການໃນ “ຫຣົງຈຽງ” ໜ້າເປັນຫ່ວງຢ່າງຍິ່ງ ເນື່ອງຈາກຝົນຕົກບໍ່ຢຸດຕັ້ງແຕ່ຄືນວັນຈັນທີ່ຜ່ານມາ ສົ່ງຜົນໃຫ້ລະດັບນ້ຳໃນແມ່ນ້ຳຕູຫຼິ່ວ (Duliu River) ເພີ່ມສູງເກີນລະດັບເຕືອນໄພເຖີງ 6.68 ແມັດ ພາຍໃນໄລຍະເວລາພຽງ 18 ຊົ່ວໂມງ

 

 

ໜ່ວຍກູ້ໄພຈາກກອງທັບຈີນ ນັກດັບເພີງ ແລະ ອາສາສະໝັກຕ່າງໆ ເລັ່ງເຂົ້າພື້ນທີ່ພ້ອມເຮືອ ແລະ ອຸປະກອນກູ້ຊີບ ເພື່ອຊ່ວຍເຫຼືອປະຊາຊົນທີ່ຕິດຄ້າງຢູ່ໃນພື້ນທີ່ນ້ຳຖ້ວມ ລວມເຖິງຂົນຍ້າຍສິ່ງຂອງຈຳເປັນອອກຈາກພື້ນທີ່ສ່ຽງຢ່າງເລັ່ງດ່ວນ

 

ດ້ານຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ (NDRC) ໄດ້ອະນຸມັດງົບປະມານຊ່ວຍເຫຼືອສຸກເສີນຈຳນວນ 100 ລ້ານຫຍວນ ເພື່ອໃຊ້ໃນການຟື້ນຟູໂຄງສ້າງພື້ນຖານທີ່ໄດ້ຮັບຄວາມເສຍຫາຍຈາກນ້ຳຖ້ວມ ບໍ່ວ່າຈະເປັນຖະໜົນຫົນທາງ ລະບົບຄວບຄຸມນ້ຳຖ້ວມ ໂຮງໝໍ ແລະ ໂຮງຮຽນໃນພື້ນທີ່ປະສົບໄພ

 

ສະຖານະການນ້ຳຖ້ວມຄັ້ງນີ້ສະແດງເຖິງຄວາມທ້າທາຍທີ່ຈີນຕ້ອງປະເຊີນຈາກພາວະອາກາດປ່ຽນແປງສຸດຂັ້ນໃນປະຈຸບັນ ໂດຍສະເພາະໃນພື້ນທີ່ຊົນນະບົດທີ່ມີພູມິປະເທດຊັບຊ້ອນ ແລະ ຍັງຂາດລະບົບປ້ອງກັນໄພທີ່ຄຸ້ມຄອງ ລັດຖະບານຈີນຈຶ່ງເລັ່ງເດີນໜ້າດຳເນີນມາດຕະການຟື້ນຟູຄວບຄູ່ກັບການກຽມຄວາມພ້ອມຮັບມືກັບໄພທຳມະຊາດທີ່ອາດເກີດຂຶ້ນໃນອະນາຄົດ

 

ທັງນີ້ ເຈົ້າໜ້າທີ່ໄດ້ຂໍໃຫ້ປະຊາຊົນຕິດຕາມປະກາດເຕືອນໄພຈາກທາງການຢ່າງໃກ້ຊິດ ແລະ ຫຼີກຫຼ່ຽງການເດີນທາງເຂົ້າສູ່ພື້ນທີ່ສ່ຽງຈົນກວ່າສະຖານະການຈະຄີ່ຄາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ