_cover - 2025-06-26T105007.119
ເກົາຫຼີເໜືອເປີດໂຄງການຣີສອດແຄມທະເລສຸດຫຼູ ກຽມຮັບນັກທ່ອງທ່ຽວໃນປະເທດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 June, 2025
ໝວດ: ຂ່າວ

ຄິມຈົງອຶນ ນຳພັນລະຍາ-ລູກສາວ ເປີດໂຕໂຄງການຣີສອດຊາຍທະເລສຸດຫຼູໃກ້ວອນຊານ ກຽມເປີດຮັບນັກທ່ອງທ່ຽວໃນປະເທດ 1 ກໍລະກົດນີ້

 

ນັກຂ່າວທາງການຂອງເກົາຫຼີເໜືອລາຍງານວ່າ ຄິມຈົງອຶນ ຜູ້ນຳສູງສຸດຂອງປະເທດ ເປັນປະທານໃນພິທີເປີດ “ຄັລມາ ບີສຣີສອດ” ຣີສອດຂະໜາດໃຫຍ່ຕິດແຄມຝັ່ງຕາເວັນອອກຂອງປະເທດ ໂດຍມີຮູບພາບເຜີຍແຜ່ຈາກສຳນັກຂ່າວ KCNA ສະແດງໃຫ້ເຫັນຄິມຈົງອຶນພ້ອມກັບພັນລະຍາ ຣີ ຊອລຈູ ແລະ ລູກສາວ ຄິມ ຈູແອ ຮ່ວມພິທີຕັດຣິບບິ້ນເປີດໂຄງການຄັ້ງນີ້

 

 

ນັບເປັນຄັ້ງທຳອິດໃນຮອບໄລຍະເວລາຫຼາຍເດືອນທີ່ນັກຂ່າວເກົາຫຼີເໜືອເປີດເຜີຍພາບຂອງສຸພາບສະຕີຫມາຍເລກໜຶ່ງ ຣີ ຊອລຈູ ອີກທັງຍັງຕອກຍ້ຳພາບຄານຄອບຄົວຜູ້ນຳຕໍ່ສາທາລະນະຊົນ

 

 

ຣີສອດຄັລມາ ຕັ້ງຢູ່ໃກ້ເມືອງທ່າແຄມຝັ່ງຕາເວັນອອກ ວອນຊານ ຊຶ່ງໃນອະດີດເຄີຍເປັນເມືອງທີ່ຮຸ່ງເຮືອງດ້ານເສດຖະກິດ ໂດຍສະເພາະການເຊື່ອມຕໍ່ທາງເຮືອກັບປະເທດຍີ່ປຸ່ນ ທັງການຂົນສົ່ງຜູ້ໂດຍສານ ລົດຍົນມືສອງ ແລະ ລົດຖີບ ແຕ່ບໍລິການນີ້ໄດ້ຍຸດຕິລົງໃນປີ 2006 ຫຼັງຍີ່ປຸ່ນລະງັບການດຳເນີນເຮືອ ເນື່ອງຈາກເກົາຫຼີເໜືອເຮັດການທົດສອບນິວເຄຼຍເປັນຄັ້ງທຳອິດ

 

 

ໂຄງການຣີສອດແຄມທະເລແຫ່ງນີ້ເລີ່ມຕົ້ນມາຕັ້ງແຕ່ປີ 2018 ກ່ອນທີ່ໂຄວິດ-19 ຈະລະບາດ ແລະ ຖືເປັນໜຶ່ງໃນຄວາມພະຍາຍາມຂອງລັດຖະບານເກົາຫຼີເໜືອໃນການກະຕຸ້ນການທ່ອງທ່ຽວພາຍໃນປະເທດ ໂດຍຈະອະນຸຍາດໃຫ້ນັກທ່ອງທ່ຽວຊາວເກົາຫຼີເໜືອເຂົ້າໃຊ້ບໍລິການຣີສອດແຫ່ງໃໝ່ນີ້ໄດ້ຕັ້ງແຕ່ວັນທີ່ 1 ກໍລະກົດເປັນຕົ້ນໄປ ຂະນະທີ່ຍັງບໍ່ມີລະບົບເປີດຮັບນັກທ່ອງທ່ຽວຕ່າງປະເທດຢ່າງເປັນທາງການ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
ຢ່າລື່ມກົດຕິດຕາມ