_cover - 2025-06-26T111922.942
'ທຣັມ' ອາດສົ່ງ 'ຂີປະນາວຸດແພທຣິອອດ' ຊ່ວຍຢູເຄຣນເພີ່ມ ຢ້ຳ 'ປູຕິນ' ຕ້ອງຢຸດຕິສົງຄາມລົງໄດ້ແລ້ວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 June, 2025
ໝວດ: ຂ່າວ

ປະທານາທິບໍດີ ໂດນັນ ທຣັມ ແຫ່ງສະຫະລັດຯ ລະບຸເມື່ອວັນພຸດ (25 ມິຖຸນາ 2025 ) ວ່າ ຕົນຈະພິຈາລະນາການຈັດສົ່ງ “ຂີປະນາວຸດແພທຣິອອດ” ເພີ່ມເຕີມຊຶ່ງຢູເຄຣນຈຳເປັນຕ້ອງໃຊ້ເພື່ອປ້ອງກັນການໂຈມຕີຂອງລັດເຊຍ ພ້ອມເສີມວ່າ ປະທານາທິບໍດີ ວລາດິມີ ປູຕິນ ແຫ່ງຣັດເຊຍ “ຈຳເປັນຕ້ອງຢຸດຕິສົງຄາມນີ້ແທ້ໆ”

 

ຄຳເວົ້າຂອງ ທຣັມ ມີຂຶ້ນຫຼັງຈາກທີ່ເຂົາໄດ້ຫາລືນອກຮອບກັບປະທານາທິບໍດີ ໂວໂລດິມີ ເຊເລນສກີ ແຫ່ງຢູເຄຣນເປັນເວລາ 50 ນາທີ ລະຫວ່າງການປະຊຸມສຸດຍອດຜູ້ນຳອົງການສົນທິສັນຍາແອດແລນຕິກເໜືອ (ນາໂຕ) ທີ່ກຸງເຮກ ຜູ້ນຳທັງສອງກ່າວຕົງກັນວ່າ ນີ້ຄືຂັ້ນຕອນສຳຄັນເຊີງບວກສຳລັບຄວາມຂັດແຍ້ງທີ່ ທຣັມກ່າວວ່າ “ຍາກລຳບາກກວ່າສົງຄາມອື່ນໆ”

 

ລະຫວ່າງຖະແຫຼງຂ່າວຍົກຍ້ອງຄວາມພະຍາຍາມທາງການທູດຂອງຕົວເອງໃນຕາເວັນອອກກາງ ທຣັມ ກ່າວວ່າຂີປະນາວຸດແພທຣິອອດ “ຍາກຫຼາຍທີ່ຈະໄດ້ມາ” ແຕ່ “ເຮົາຈະລອງເບິ່ງວ່າພໍຈະຈັດຫາໃຫ້ໄດ້ຫຼືບໍ່”

 

ທາງດ້ານ ເຊເລນສກີ ເວົ້າເຖິງລະບົບປ້ອງກັນໄພທາງອາກາດຕ່າງໆ ແຕ່ບໍ່ຄ່ອຍຊັດເຈນປານໃດວ່າ ສິ່ງທີ່ ທຣັມ ເວົ້ານັ້ນໝາຍເຖິງສະເພາະຕົວຂີປະນາວຸດຫຼືຫມູ່ຍິງທີ່ຄົບຊຸດ

 

ທຣຳ ຍັງເປີດໂອກາດໃນການໃຫ້ຄວາມຊ່ວຍເຫຼືອທາງທະຫານເພີ່ມເຕີມແກ່ເຄຍຟ ຊຶ່ງກຳລັງປະເຊີນການຮຸກຢ່າງໜັກຂອງຣັດເຊຍໃນສະໜາມຮົບຕະຫຼອດຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ

 

ກ່ອນໜ້ານີ້ ທຣຳ ບໍ່ໄດ້ສະແດງທ່າທີວ່າຈະກັບມາບໍລິຈາກອາວຸດໃຫ້ຢູເຄຣນອີກຄັ້ງຢ່າງທີ່ອະດີດປະທານາທິບໍດີ ໂຈ ໄບເດນ ເຄີຍເຮັດມາຢ່າງຕໍ່ເນື່ອງ ຫຼັງຈາກທີ່ລັດເຊຍເປີດສາກການຮຸກຮານຢູເຄຣນເຕັມຮູບແບບໃນປີ 2022

 

ເມື່ອຖືກຖາມໂດຍກົງໆ ວ່າ ສະຫະລັດຯ ຈະສະໜັບສະໜຸນເງິນທຶນໃນການປ້ອງກັນຢູເຄຣນຫຼາຍຂຶ້ນໃນປີນີ້ຫຼືບໍ່ ທຣັມ ກ່າວວ່າ “ໃນສ່ວນຂອງເງິນນັ້ນ ລໍຖ້າເບິ່ງກ່ອນວ່າຈະເປັນແນວໃດ”

 

ຫມູ່ຍິງຂີປະນາວຸດແພທຣິອອດທີ່ຜະລິດໃນສະຫະລັດຯ ມີຄວາມສຳຄັນອັນຍິ່ງຕໍ່ການປ້ອງກັນຂີປະນາວຸດໄລຍະໄກຂອງລັດເຊຍທີ່ຖະຫຼົ່ມເມືອງຕ່າງໆ ຂອງຢູເຄຣນຢ່າງໜັກຕະຫຼອດຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ

 

ຢູເຄຣນມີຜູ້ເສຍຊີວິດໄປຫຼາຍສິບຄົນໃນອາທິດທີ່ແລ້ວ ທັງຢູ່ກຸງເຄຍຟ ແລະ ເມືອງດະນິໂພຣ ຊຶ່ງເປັນເມືອງເອກຂອງພູມິພາກທາງຕາເວັນອອກສຽງໃຕ້

 

ເຊເລນສກີ ຖະແຫຼງກ່ອນການປະຊຸມໃນວັນພຸດ ທີ່25 ວ່າຢູເຄຣນຍິນດີທີ່ຈະຈ່າຍເງິນຊື້ຂີປະນາວຸດແພທຣິອອດເພີ່ມຫາກສະຫະລັດຯ ບໍ່ເຕັມໃຈບໍລິຈາກໃຫ້ ລາວຍັງກ່າວດ້ວຍວ່າ ການເຈລະຈາກັບ ທຣັມ ນັ້ນ “ຍາວນານ ແລະ ໄດ້ເນື້ອໃນສາລະ”

 

“ຢູເຄຣນພ້ອມທີ່ຈະຊື້ອຸປະກອນເຫຼົ່ານັ້ນ ແລະ ຈະສະໜັບສະໜຸນຜູ້ຜະລິດອາວຸດຂອງສະຫະລັດຯ” ຜູ້ນຳຢູເຄຣນໂພສຂໍຄວາມໃນ X “ນອກຈາກນີ້ເຮົາຍັງໄດ້ຫາລືເຖິງຄວາມເປັນໄປໄດ້ໃນການຜະລິດໂດຣນຮ່ວມກັນ ເຮົາສາມາດເສີມຄວາມແຂງແກ່ງໃຫ້ແກ່ກັນແລະກັນໄດ້”

 

ດ້ານ ທຣັມ ປະກາດວ່າ ຕົນຈະໂອ້ລົມກັບ ປູຕິນ ອີກຄັ້ງໄວໆນີ້ ພ້ອມກັບເສີມວ່າ “ຟັງເດີ້ ວລາດິມີ ປູຕິນ ຈະຕ້ອງຢຸດຕິສົງຄາມຄັ້ງນີ້ແທ້ໆ”

 

ເປັນທີ່ໜ້າສັງເກດວ່າ ເຊເລນສກີ ເລືອກສວມເສື້ອແຈັກເກັດທຣົງສູດສີເຂັມໄປປະຊຸມ ຊຶ່ງຕ່າງຈາກຊຸດທະຫານທີ່ບໍ່ເປັນທາງການຊຶ່ງລາວຖືກວິພາກວິຈານວ່າໃສ່ໄປປະຊຸມທີ່ທຳນຽບຂາວກັບ ທຣຳ ເມື່ອເດືອນ ກຸມພາ

 

ພາຍຫຼັງເຫດການ “ວິວາທະ” ສະເທືອນໂລກທີ່ຫ້ອງເຮັດວຽກຮູບໄຂ່ຂອງທຳນຽບຂາວ ເຊເລນສກີ ກໍພະຍາຍາມຢ່າງຫຼາຍທີ່ຈະຟື້ນຟູຄວາມສຳພັນອັນດີກັບລັດຖະບານທຣຳ ຊຶ່ງໄປສະແດງທ່າທີເຫັນອົກເຫັນໃຈຝ່າຍລັດເຊຍຈົນເຮັດໃຫ້ເຄຍຟເປັນກັງວົນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ