_cover - 2025-06-26T140557.539
ຜັກຊີລາວ ສະໝຸນໄພກິ່ນແຮງທີ່ຫຼາຍຄົນບໍ່ມັກກິນ ແຕ່ມີປະໂຫຍດຫຼາຍກວ່າທີ່ຄິດ!
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 June, 2025

ຜັກຊີລາວ ເປັນສະໝຸນໄພບ້ານໆ ທີ່ອຸດົມໄປດ້ວຍປະໂຫຍດ ທັງຊ່ວຍຍ່ອຍ ຂັບລົມ ຫຼຸດກິ່ນປາກ ແຖມຍັງມີສານຕ້ານອະນຸມູນອິດສະຫຼະອີກຫຼາຍ ແລ້ວຮູ້ບໍ່ວ່າດຽວນີ້ຄົນຮຸ່ນໃໝ່ຫຼາຍຄົນບໍ່ມັກກິນກັນເພາະ “ເປັນຜັກທີ່ມີກິ່ນສະເພາະຕົວ” ທັງທີ່ຈິງແລ້ວ ມັນດີຕໍ່ຮ່າງກາຍຫຼາຍ

 

ຜັກຊີລາວແມ່ນຫຍັງ?

 

ຜັກຊີລາວ (ຊື່ວິທະຍາສາດ: Anethum graveolens) ເປັນພືດລົ້ມລຸກໃນຕະກູນດຽວກັບຜັກຊີ, ແຄຣອດ ຫຼື ຂຶ້ນສ່າຍ ໜ້າຕາຂອງຜັກຊີລາວຄ່ອນຂ້າງເປັນເອກະລັກ ໃບຝອຍລະອຽດ ສີຂຽວອ່ອນ ອອກດອກເປັນຊໍ່ນ້ອຍໆ ສີເຫຼືອງອ່ອນໆ ຄ້າຍຄັນຮົ່ມຄວ່ຳ ເວລາມີດອກບານເຕັມທີ່ກໍງາມໄປອີກແບບ ແລະ ມີກິ່ນຫອມຊຸນເປັນເອກະລັກສະເພາະຕົວ ທີ່ຄ່ອນຂ້າງແຮງ ແລະ ໂດດເດັ່ນ ລົດຊາດອອກໄປທາງຊ່າໆ ຊ່າລີ້ນໜ້ອຍໜຶ່ງ

 

ນິຍົມໃຊ້ໃນອາຫານຫຼາຍປະເພດເຊັ່ນ: ແກງອ່ອມ, ລາບ, ແກງໜໍ່ໄມ້, ແກງປາ ຫຼື ນຳໄປໃຊ້ຕົກແຕ່ງໃນອາຫານຝຣັ່ງເຊັ່ນ ແກງຄຣີມ, ດອງແຕງກວາ, ຊອດປາແຊລມອນ

 

ປະໂຫຍດຂອງຜັກຊີລາວ

 

1.ຊ່ວຍຂັບລົມ ແກ້ທ້ອງອືດ

 

ນ້ຳມັນຫອມລະເຫີຍໃນຜັກຊີລາວຊ່ວຍຜ່ອນຄາຍລຳໄສ້ ເຮັດໃຫ້ຮູ້ສຶກ ສະບາຍທ້ອງ ແກ້ອາການແໜ້ນ ອຶດອັດຫຼັງມື້ອາຫານ ຊຶ່ງກິ່ນຫອມ ແລະ ສານໃນຜັກຊີລາວຊ່ວຍກະຕຸ້ນການເຮັດວຽກຂອງກະເພາະອາຫານ ແລະ ລຳໄສ້ ຊ່ວຍຂັບລົມ ຫຼຸດອາການແໜ້ນທ້ອງ ທ້ອງອືດ ທ້ອງເຟີ້ ໄດ້ດີ

 

2.ມີສານຕ້ານອະນຸມູນອິດສະຫຼະສູງ

 

ຜັກຊີລາວອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດ ເຊັ່ນ: ຟລາໂວນອຍດ໌, ວິຕາມິນຊີ, ຊຶ່ງຊ່ວຍປົກປ້ອງເຊວໃນຮ່າງກາຍຈາກການຖືກທຳລາຍ ຫຼຸດຄວາມສ່ຽງຂອງໂລກເຣື້ອຣັງຕ່າງໆ ແລະ ຊ່ວຍຊະລໍ້ໄວໄດ້ດ້ວຍ

 

3.ຕ້ານການອັກເສບ ແລະ ເຊື້ອແບັກທີເຣຍ

 

ກິ່ນແຮງໆ ທີ່ບາງຄົນບໍ່ມັກ ຄວາມຈິງ ແລ້ວເປັນແຫຼ່ງລວມສານຂ້າເຊື້ອຈາກທຳມະຊາດ ຊ່ວຍຫຼຸດໂອກາດການຕິດເຊື້ອໃນລະບົບຍ່ອຍອາຫານ

 

4.ຫຼຸດກິ່ນປາກແບບທຳມະຊາດ

 

ພຍງຄ້ຽວໃບສົດເລັກນ້ອຍຫຼັງອາຫານກໍຊ່ວຍໃຫ້ລົມຫາຍໃຈສົດຊື່ນຂຶ້ນໄດ້ ໂດຍບໍ່ຕ້ອງພຶ່ງຢາອົມຫຼຸດກິ່ນປາກ

 

5.ບຳລຸງກະດູກ

 

ເຖິງວ່າຈະເປັນຜັກເບົາໆ ແຕ່ກໍມີແຄວຊ້ຽມ, ຟອດຟອຣັດ ແລະ ແມັກນີຊ້ຽມໃນປະລິມານບໍ່ນ້ອຍເລີຍ ຊ່ວຍເສີມຄວາມແຂງແຮງຂອງກະດູກໄດ້ເຊັ່ນກັນ

 

ຂໍ້ຄວນລະວັງໃນການກິນຜັກຊີລາວ

 

  • ກິ່ນແຮງ ຄົນທີ່ບໍ່ລື້ງອາດຮູ້ສຶກວ່າກິ່ນຊຸນເກີນໄປ ຕ້ອງຝຶກຄ່ອຍໆ ກິນ
  • ນ້ຳມັນຫອມລະເຫີຍຫຼາຍ ກິນໃນປະລິມານຫຼາຍອາດເຮັດໃຫ້ຄື່ນໄສ້ ຫຼື ຮູ້ສຶກວຽນຫົວໃນບາງລາຍ ໂດຍສະເພາະຄົນທີ່ໄວຕໍ່ກິ່ນ
  • ແມ່ຍິງຖືພາ ບໍ່ຄວນກິນຫຼາຍເກີນໄປ

 

ສະຫຼຸບ ຜັກຊີລາວ ສະໝຸນໄພຈິ່ວແຕ່ແຈ໋ວທີ່ຕ້ອງມີ!

 

ຜັກຊີລາວເປັນຫຼາຍກວ່າພຽງຜັກໂຫ່ຍໜ້າ! ມັນຄືສະໝຸນໄພທີ່ມີຄຸນຄ່າທາງໂພຊະນາການ ແລະ ສັນນະຄຸນທາງຢາຫຼາກຫຼາຍ ທັງຊ່ວຍເລື່ອງລະບົບຍ່ອຍອາຫານ, ບຳລຸງກະດູກ, ບຳລຸງສາຍຕາ ແລະ ເປັນແຫຼ່ງສານຕ້ານອະນຸມູນອິດສະຫຼະຊັ້ນດີ

 

ຖ້າໃຜຍັງບໍ່ເຄີຍລອງຕື່ມຜັກຊີລາວໃນເມນູອາຫານ ລອງເບິ່ງໄດ້ເລີຍ ບໍ່ວ່າຈະເປັນແກງອ່ອມ  ຫຼື ຈະນຳໄປເຮັດທອດໄຂ່ຜັກຊີລາວກໍແຊບ! ພຽງຈື່ໄວ້ວ່າກິນໃນປະລິມານທີ່ພໍເໝາະ ແລະ ປຶກສາຜູ້ຊ່ຽວຊານຫາກມີຂໍ້ສົງໄສ ຫຼື ມີຂໍ້ຈຳກັດດ້ານສຸຂະພາບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ