
“ໃຊ້ເງິນແນວໃດ ຊີວິດກໍເປັນແບບນັ້ນ”
ປະໂຫຍກທີ່ເໝືອນເວົ້າໄປເລື່ອຍ ແຕ່ມັນກັບສະທ້ອນຄວາມຈິງຂອງຊີວິດເສຍຍິ່ງກວ່າ
ຫາກພຶດຕິກຳການໃຊ້ເງິນຂອງເຮົາໃນມື້ນີ້ ກຳລັງວາງຮາກຖານໃຫ້ຊີວິດໃນວັນໜ້າ ເປັນຕົວກຳໜົດວ່າມັນຈະເຮັດໃຫ້ເຮົາ ທຸກຍາກ, ພໍຢູ່ ພໍກິນ ຫຼື ເປັນຄົນລວຍ ມັ່ງຄັ່ງ ບໍ່ຕ້ອງເຈັບຫົວກັບເລື່ອງການເງິນ
ກ່າວໃຫ້ເຫັນພາບ ບາງຄົນຫາເງິນເກັ່ງ ແຕ່ເກັບບໍ່ຢູ່ ຂະນະບາງຄົນມີລາຍໄດ້ ຫາເງິນໄດ້ນ້ອຍ ແຕ່ຮູ້ຈັກບໍລິຫານ ສຸດທ້າຍ ຄົນທີ່ໄປໄດ້ໄກ ບໍ່ແມ່ນຄົນທີ່ຫາໄດ້ຫຼ່າຍທີ່ສຸດ ແຕ່ຄືຄົນທີ່ “ໃຊ້ເປັນ” ຫຼາຍທີ່ສຸດ
ແລະ ນີ້ເປັນເຫດຜົນດຽວກັນ ໃນການຕອບຄຳຖາມທີ່ວ່າ: ເງິນເດືອນເທົ່າກັນ ແຕ່ເປັນຫຍັງບາງຄົນລວຍ ບາງຄົນລົ້ມລະລາຍ? ກໍເພາະ “ວິທີໃຊ້ເງິນ” ຕ່າງກັນ
ນິໄສການໃຊ້ເງິນແຕ່ລະແບບ ບໍ່ໄດ້ພຽງແຕ່ສະທ້ອນຕົວຕົນ ແຕ່ມັນກຳລັງ “ຂຽນແຜນທີ່ຊີວິດ” ໃຫ້ເຮົາແບບມິດໆ
ຄຳຖາມສຳຄັນ ຄື ຕອນນີ້ ເຮົາຢູ່ບ່ອນໃດ ໃນເສັ້ນທາງນີ້
ຫາໄດ້ 100 ໃຊ້ 120 ແລ້ວຍັງກູ້ໜີ້-ຢືມສິນເກັ່ງ > ລົ້ມລະລາຍແນ່ນອນ
“ຊີວິດວົນຢູ່ກັບການໜີໜີ້ ຖືກທວງ-ຖືກຟ້ອງ ຖືກຍຶດ ຖືກໄລ່ລ່າ ເພາະມາຈາກການໃຊ້ເງິນເກີນຕົວ ຊຶ່ງບໍ່ແມ່ນແຕ່ຕິດລົບທຸກເດືອນ ແຕ່ຍັງມີພຶດຕິກຳ ພຶ່ງພາບັດເຄຣດິດ-ໜີ້ນອກລະບົບ ຈົນດອກເບ້ຍກິນເງິນຕົ້ນ ໝຸນເງິນບໍ່ທັນ”
ຫາໄດ້ 100 ໃຊ້ 120 > ເປັນໜີ້ຕະຫຼອດຊີວິດ
“ບໍ່ມີເງິນພໍໃຊ້ ຕັ້ງແຕ່ມື້ເງິນເດືອນອອກ ຕ້ອງຢືມເດືອນໜ້າ ມາໃສ່ເດືອນນີ້ ໝຸນໄປບໍ່ຈົບບໍ່ສິ້ນ ຈົນກາຍເປັນ ລູກໜີ້ປະຈຳລະບົບ”
ຫາໄດ້ 100 ໃຊ້ 100 ບໍ່ມີເຫຼືອເກັບ > ທຸກຍາກ ແລະ ບໍ່ໝັ້ນຄົງ ແຕ່ບໍ່ເປັນໜີ້
“ຄົນທີ່ມີພຶດຕິກຳແບບນີ້ ເບິ່ງຄືຈະລອດ ແຕ່ກໍແສນຈະເປາະບາງຫຼາຍ ເພາະຊີວິດຢູ່ໄດ້ແບບວັນຕໍ່ວັນ ເດືອນຕໍ່ເດືອນ ບໍ່ມີເງິນສຳຮອງ ບໍ່ມີເງິນອອມ ບໍ່ມີພູມຄຸ້ມກັນ ພຽງເຈັບປ່ວຍ ຕົກງານ ຫຼື ລົດເສຍຄັ້ງດຽວ ກໍປັ່ນປ່ວນໄປທັງລະບົບໄດ້”
ຫາໄດ້ 100 ໃຊ້ 90 ອີກ 10 ເປັນເງິນອອມ > ຊົນຊັ້ນກາງ
“ເປັນຄົນເລີ່ມຮູ້ຈັກວາງແຜນ ແລະ ສ້າງຄວາມໝັ້ນຄົງ ມີເງິນເກັບເພື່ອສຸກເສີນ ແລະ ຕັ້ງເປົ້າໝາຍໄດ້ແດ່ແລ້ວ ເຖິງວ່າຊີວິດບໍ່ຫຼູຫຼາ ແຕ່ບໍ່ລຳບາກ ເປັນຈຸດເລີ່ມຕົ້ນຂອງຄົນທີ່ ເອົາຕົວລອດໄດ້ ແລະ ມີໂອກາດຕໍ່ຍອດໃນອະນາຄົດ”
ຫາໄດ້ 100 ໃຊ້ 80 ອີກ 20 ເປັນເງິນອອມ > ຮວຍ ມີຄວາມໝັ້ນຄົງ
“ເລີ່ມມີຊັບສິນທີ່ເຕີບໂຕໄດ້ເອງ ເຊັ່ນ: ເງິນຝາກ, ດອກເບ້ຍ, ກອງທຶນ ໃຊ້ເງິນຢ່າງມີສະຕິ ບໍ່ອວດລວຍ ບໍ່ໃຊ້ຕາມໃຈ ຄົນກຸ່ມນີ້ຮູ້ວ່າເງິນທີ່ບໍ່ຖືກໃຊ້ ກໍສາມາດເຮັດວຽກໃຫ້ເຮົາໄດ້ ຈຶ່ງມີອະນາຄົດທາງການເງິນທີ່ຊັດເຈນອແລະ ໝັ້ນຄົງກວ່າຄົນສ່ວນໃຫຍ່”
ຫາໄດ້ 100 ໃຊ້ 50 ອີກ 50 ເປັນເງິນອອມ ແລະ ລົງທຶນ > ເສດຖີເງິນລ້ານ
“ຕ້ອງບອກວ່າ ນີ້ຄືເສັ້ນທາງຂອງ ນັກວາງແຜນຕົວຈິງ ທີ່ຫາຕົວຈັບຍາກ ເພາະໃຊ້ຊີວິດຕ່ຳກວ່າຖານລາຍໄດ້ ສ້າງຊັບສິນແທນໜີ້ ລົງທຶນໃຫ້ເງິນງອກເງີຍ ສະສົມສິນຊັບທີ່ໃຫ້ຜົນຕອບແທນໃນລະຍະຍາວ ເຖິງລາຍໄດ້ເທົ່າກັນ ແຕ່ເວລາ 10-20 ປີຕໍ່ມາ ຈະມີເງິນເຮັດວຽກແທນ ແລະ ເລືອກຊີວິດໄດ້ ຫຼາຍກວ່າຄົນອື່ນ”
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














