_cover - 2025-06-27T102356.557
ພະມ້າເຜົາທຳລາຍຢາເສບຕິດຂອງກາງ ມູນຄ່າກວ່າ 300 ລ້ານໂດລາ ເຈົ້າໜ້າທີ່ເປີດເຜີຍສົງຄາມກາງເມືອງເຮັດໃຫ້ຍອດຈັບຢຶດຫຼຸດລົງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 June, 2025

ເອເອຟພີ – ລັດຖະບານທະຫານພະມ້າໄດ້ຈັດພິທີເຜົາທຳລາຍຢາເສບຕິດທີ່ຢຶດໄດ້ມູນຄ່າປະມານ 300 ລ້ານໂດລາໃນມື້ນີ້ 26 ມິຖຸນາ 2025  ແຕ່ເຈົ້າໜ້າທີ່ຕຳຫຼວດລະດັບສູງກ່າວວ່າການຈັບຢຶດຢາເສບຕິດຫຼຸດລົງເນື່ອງຈາກການສູ້ຮົບທະວີຄວາມຮຸນແຮງຫຼາຍຂຶ້ນໃນສົງຄາມກາງເມືອງຂອງປະເທດ

 

 

ເມື່ອລັດຖະບານທະຫານເຂົ້າຢຶດອຳນາດໃນການລັດປະຫານປີ 2021 ໄດ້ກໍ່ໃຫ້ເກີດຄວາມຂັດແຍງລະຫວ່າງກອງທັບ ແລະ ຝ່າຍກົງກັນຂ້າມຫຼາຍຝ່າຍ ໂດຍທຸກຝ່າຍຖືກກ່າວຫາວ່ານຳເງິນທີ່ໄດ້ຈາກການເຮັດທຸລະກິດໃນຕະຫຼາດມືດໄປເປັນທຶນໃນການຕໍ່ສູ້

 

ນັກວິເຄາະກ່າວວ່າການຜະລິດຢາເສບຕິດ ການເຮັດເຫມືອງທີ່ປາດສະຈາກການຄວບຄຸມ ແລະ ສູນກາງຫຼອກລວງອອນລາຍ ລ້ວນຮຸ່ງເຮືອງເຕີບໂຕທ່າມກາງຄວາມວຸ່ນວາຍຕັ້ງແຕ່ລັດຖະບານປະຊາທິປະໄຕຖືກໂຄ່ນລົ້ມ

 

ກະຊວງພາຍໃນຂອງພະມ້າໄດ້ເຜົາທຳລາຍຢາເສບຕິດທີ່ຢຶດໄດ້ໃນ 3 ແຫ່ງທົ່ວປະເທດໃນມື້ນີ້ ທີ່ຕຳຫຼວດປາບປາມຢາເສບຕິດໃນກຸງເນປີດໍ ລະບຸວ່າມີມູນຄ່າເກືອບ 298 ລ້ານໂດລາ

 

 

ຢາເສບຕິດທີ່ຖືກເຜົາທຳລາຍເນື່ອງໃນວັນຕໍ່ຕ້ານຢາເສບຕິດໂລກ ແລະ ການຄ້າຢາເສບຕິດຜິດກົດໝາຍ ມີມູນຄ່າຫຼຸດລົງປະມານ 50 ລ້ານໂດລາຈາກປີກ່ອນ ແລະ ລຸດລົງ 150 ລ້ານໂດລາຈາກຕົວເລກໃນປີ 2023

 

ເຈົ້າໜ້າທີ່ປາບປາມຢາເສບຕິດລະດັບສູງທີ່ຂໍບໍ່ເປີດເຜີຍຊື່ກ່າວວ່າການສູ້ຮົບໃນຫຼາຍພື້ນທີ່ເປັນສາເຫດຫຼັກທີ່ເຮັດໃຫ້ການປາບປາມການຜະລິດ ແລະ ຄ້າຢາເສບຕິດຍາກລຳບາກຂຶ້ນ

 

ຕຳຫຼວດເປີດເຜີຍວ່າຢາເສບຕິດທີ່ຖືກເຜົາໃນພິທີທີ່ຈັດຂຶ້ນໃນຢ່າງກຸ້ງ ມັນດະເລ ແລະ ຕົງຢີ ປະກອບດ້ວຍເຮໂຣອີນຫຼາຍກວ່າ 1,700 ກິໂລກາມ ຢາໄອສ໌ 16,000 ກິໂລກາມ ແລະ ຢາບ້າ 281 ລ້ານເມັດ

 

 

ລັດຖະບານທະຫານພະມ້າກຳລັງຕໍ່ສູ້ກັບກຸ່ມຕິດອາວຸດຕໍ່ຕ້ານການລັດປະຫານ ແລະ ກຸ່ມຕິດອາວຸດຊົນກຸ່ມນ້ອຍຊາດພັນທີ່ເຄື່ອນໄຫວຢູ່ຕາມຊາຍແດນຂອງປະເທດທີ່ຕະຫຼາດມືດເຟື່ອງຟູ

 

ລັດຖະມົນຕີກະຊວງພາຍໃນກ່າວໃນຂໍ້ຄວາມທີ່ເຜີຍແພ່ໃນສື່ຂອງລັດວ່າ “ກຸ່ມຕິດອາວຸດຊາດພັນບາງກຸ່ມມີສ່ວນຮ່ວມໃນການຜະລິດແລະຄ້າຢາເສບຕິດ ທີ່ສ້າງລາຍໄດ້ໄດ້ຢ່າງງ່າຍດາຍໂດຍອາໄສປະໂຫຍດຈາກການຂາດສັນຕິພາບແລະສະຖຽນລະພາບ”

 

 

ກ່ອນໜ້ານີ້ ນັກວິເຄາະກ່າວວ່າກອງທັບພະມ້າຍັງມີຄວາມເຊື່ອມໂຍງກັບການຜະລິດຢາເສບຕິດທີ່ສ້າງກຳໄລມະຫາສານດ້ວຍ

 

ສຳນັກງານວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດລະບຸເມື່ອເດືອນທີ່ຜ່ານມາວ່າ ການຢຶດຢາໄອສ໌ໃນເອເຊຍຕາເວັນອອກ ແລະ ເອເຊຍຕາເວັນອອກສຽງໃຕ້ໃນປີ 2024 ເຮັດສະຖິຕິສູງເປັນປະຫວັດສາດ ແລະ ຫົວໜ້າງານຍັງລະບຸວ່າການຢຶດຢາໄອສ໌ທົ່ວທັງປະເທດມີທັງໝົດ 236 ໂຕນໃນປີ 2024  ຊຶ່ງເພີ່ມຂຶ້ນແບບກ້າວກະໂດດເຖິງ 24% ທຽບກັບປີ 2023.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ