
ພົບສົບ ນັກທ່ອງທ່ຽວສາວ ຄົນບຣາຊິວ ເສຍຊີວິດແລ້ວ ຫຼັງຕົກພູເຂົາໄຟຣິນຈານີໃນອິນໂດເນເຊຍ ແລະ ຄົ້ນຫານານ 4 ມື້
ເມື່ອວັນພຸດທີ່ 25 ມິຖຸນາ 2025 ສຳນັກຂ່າວ NBC News ລາຍງານວ່າ ຄວາມຫວັງຂອງຄົນບຣາຊິວນັບລ້ານໄດ້ສິ້ນສຸດລົງພ້ອມກັບເຫດການໂສກເສົ້າ ເມື່ອປະຕິບັດການຄົ້ນຫາ ນາງ ຈູເລຍນາ ມາຣິນສ໌ ນັກທ່ອງທ່ຽວສາວຄົນບຣາຊິວອາຍຸ 26 ປີ ຕະຫຼອດ 4 ວັນເຕັມ ໄດ້ຢຸດຕິລົງຫຼັງທີມຄົ້ນພົບສົບຂອງນາງທີ່ບໍ່ມີຊີວິດຢູ່ໃກ້ກັບປາກປ່ອງພູເຂົາໄຟຣິນຈານີ ປະເທດອິນໂດເນເຊຍ
ເຫດການທີ່ ຈູເລຍນາ ພະລາດຕົກບໍລິເວນປາກປ່ອງພູເຂົາໄຟໃນອິນໂດເນເຊຍ ເກີດຂຶ້ນເມື່ອວັນເສົາທີ່ຜ່ານມາ (21 ມິຖຸນາ 2025) ຂະນະທີ່ຈູເລຍນາພ້ອມເພື່ອນຄົນຕ່າງປະເທດອີກ 5 ຄົນ ແລະ ໄກ້ນຳທາງ ກຳລັງປີນພູເຂົາໄຟຣິນຈານີທີ່ຍັງຄົງຄຸກຮຸ່ນຢູ່ເທິງເກາະລອມບອກ ປະເທດອິນໂດເນເຊຍ
ກ່ອນທີ່ລາວຈະປະສົບອຸບັດຕິເຫດຕົກລົງໄປ ທີມຄົ້ນຫາ ແລະ ກູ້ໄພແຫ່ງຊາດຂອງອິນໂດເນເຊຍໄດ້ລະດົມກຳລັງຄົ້ນຫາຢ່າງໜັກຕະຫຼອດ 4 ມື້ ທ່າມກາງສະພາບອາກາດ ແລະ ພູມິປະເທດທີ່ຮ້າຍແຮງຢ່າງຍິ່ງ ຈົນກະທັ້ງໂດຣນກວດຈັບຄວາມຮ້ອນສາມາດຄົ້ນພົບສົບຂອງນາງໃນທີ່ສຸດ
ແຕ່ທ່າມກາງຄວາມໂສກເສົ້າ ກັບມີປະເດັນຮ້ອນທາງການທູດປະທຸຂຶ້ນ ເມື່ອສະຖານທູດບຣາຊິວໃນກຸງຈາກາຕາໄດ້ອອກມາເປີດໂປງວ່າ ລັດຖະບານອິນໂດເນເຊຍໄດ້ໃຫ້ຂໍ້ມູນທີ່ບໍ່ເປັນຄວາມຈິງ ກັບຄອບຄົວຂອງຈູເລຍນາໃນຊ່ວງທຳອິດຂອງການຄົ້ນຫາ ໂດຍອ້າງວ່າໄດ້ພົບໂຕນາງແລ້ວ ແລະ ກຳລັງໃຫ້ຄວາມຊ່ວຍເຫຼືອທັງນ້ຳ ແລະ ອາຫານ ຊຶ່ງເປັນການສ້າງຄວາມຫວັງລົມໆ ແລ້ງໆ ໃຫ້ກັບຄອບຄົວທີ່ກຳລັງທຸກໃຈຢ່າງແສນສາຫັດ
ສຳລັບຈູເລຍນາ ນາງແມ່ນນັກເຕັ້ນສາວຜູ້ມີຄວາມຝັນ ແລະ ອອກເດີນທາງທ່ອງທ່ຽວພຽງລຳພັງທົ່ວເອເຊຍ ຕັ້ງແຕ່ເດືອນກຸມພາທີ່ຜ່ານມາ ໂດຍນາງໄດ້ເດີນທາງມາແລ້ວທັງຟິລິບປິນ, ຫວຽດນາມ ແລະ ປະເທດໄທ ກ່ອນທີ່ການເດີນທາງຂອງນາງຈະສິ້ນສຸດລົງຢ່າງໜ້າເສົ້າທີ່ອິນໂດເນເຊຍ ຊຶ່ງກາຍເປັນຈຸດໝາຍສຸດທ້າຍໃນຊີວິດຂອງນາງ
ແນວໃດກໍຕາມ ຂະນະນີ້ທາງລັດຖະບານອິນໂດເນເຊຍຍັງບໍ່ໄດ້ອອກມາຕອບໂຕ້ຂໍ້ກ່າວຫາດັ່ງກ່າວຈາກສະຖານທູດບຣາຊິວແຕ່ຢ່າງໃດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |