_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 June, 2025
ໝວດ: ຂ່າວ

ເມື່ອບໍ່ດົນມານີ້ປະເທດຈີນໄດ້ມີການອອກ ກົດລະບຽບໃໝ່ທີ່ເຮັດໃຫ້ນັກເດີນທາງຕ້ອງລະວັງຫຼາຍຂຶ້ນ ໂດຍສຳນັກງານການບິນພົນລະເຮືອນຂອງຈີນ (CAAC) ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ ໂດຍສັ່ງ ຫ້າມນຳ Power Bank ທີ່ບໍ່ມີເຄື່ອງໝາຍຮັບຮອງພາກບັງຄັບຂອງຈີນ (China Compulsory Certification – CCC) ຂຶ້ນຍົນໃນທຸກຖ້ຽວບິນພາຍໃນປະເທດ

 

ຖືເປັນການຍົກລະດັບມາດຕະການຄວາມປອດໄພຄັ້ງສຳຄັນ ຫຼັງເກີດເຫດການທີ່ກ່ຽວຂ້ອງກັບ Power Bank ໄໝ້ກາງອາກາດ ແລະ ບັນຫາດ້ານຄຸນນະພາບທີ່ໜ້າກັງວົນ ໂດຍກົດລະບຽບໃໝ່ທີ່ປະກາດອອກມານີ້ມີຄວາມຊັດເຈນ ແລະ ເຂັ້ມງວດກວ່າເກົ່າຫຼາຍ ໂດຍລະບຸວ່າ Power Bank ທີ່ຈະນຳຂຶ້ນຍົນໃນປະເທດຈີນໄດ້ນັ້ນ ຕ້ອງມີຄຸນສົມບັດນັ້ນຄື:

 

  • ຕ້ອງມີເຄື່ອງໝາຍ CCC ປາກົດຢູ່ເທິງຕົວຜະລິດຕະພັນຢ່າງຊັດເຈນ
  • ເຄື່ອງໝາຍ CCC ຫຼື ປ້າຍຂໍ້ມູນຕ່າງໆ ຕ້ອງບໍ່ຈາງ ຫຼື ລົບເລືອນ ຈົນບໍ່ສາມາດອ່ານໄດ້
  • ຕ້ອງບໍ່ແມ່ນລຸ້ນທີ່ຢູ່ໃນລາຍການ “ສິນຄ້າທີ່ຖືກເອີ້ນຄືນ” (Product Recall)

 

 

CAAC ໃຫ້ເຫດຜົນວ່າ “ເຫດການທີ່ເກີດຂຶ້ນໃນຊ່ວງກ່ອນບົ່ງຊີ້ວ່າ Power Bank ທີ່ຜູ້ໂດຍສານພົກພາຕິດຕົວນັ້ນມີອັນຕະລາຍດ້ານຄວາມປອດໄພ ແລະ ຄຸນນະພາບ ແລະ ຄວາມສ່ຽງຕໍ່ຄວາມປອດໄພການບິນພົນລະເຮືອນກຳລັງເພີ່ມສູງຂຶ້ນ” ເຊິ່ງຫາກຜູ້ໂດຍສານຝ່າຝືນ Power Bank ຈະຖືກຍຶດທີ່ຈຸດກວດຄວາມປອດໄພ ຫຼື ອາດຖືກປະຕິເສດບໍ່ໃຫ້ຂຶ້ນຍົນໄດ້

 

ເຊິ່ງເຫດຜົນຫຼັກໆ ນັ້ນເກີດຈາກເລື່ອງຂອງບັນຫາພາວເວີແບັງລະເບີດ ຫຼື ເກີດໄຟລຸກເອງຫຼາຍຄັ້ງບໍ່ວ່າຈະເປັນ ເຫດການຈາກ ຖ້ຽວບິນຂອງ China Southern Airlines ທີ່ເກີດບັນຫາ Powerbank ໄຟລຸກຂຶ້ນຈົນເຄື່ອງຈັບຄວັນກວດສອບໄດ້ ແລະ ຖ້ຽວບິນຂອງ Hong Kong Airlines ຕ້ອງປ່ຽນເສັ້ນທາງລົງຈອດສຸກເສີນ ຫຼັງເກີດໄຟໄໝ້ໃນຊ່ອງເກັບເຄື່ອງເທິງບ່ອນນັ່ງຂອງຜູ້ໂດຍສານ ເຊິ່ງຄາດວ່າສາເຫດມາຈາກ Power Bank

 

ທີ່ໜ້າສົນໃຈໄປກວ່ານັ້ນຄື ບັນຫາບໍ່ໄດ້ເກີດຈາກ Power Bank ທີ່ບໍ່ມີຍີ່ຫໍ້ພຽງຢ່າງດຽວ ແຕ່ຍັງລາມມາເຖິງແບຣນອີເລັກໂທຣນິກລາຍໃຫຍ່ທີ່ຮູ້ຈັກກັນດີ

 

  • Anker ແລະ Romoss: ສອງຜູ້ຜະລິດລາຍໃຫຍ່ເພີ່ງປະກາດ ເອີ້ນຄືນ (Recall) Power Bank ລຸ້ນທີ່ມີບັນຫາລວມກັນກວ່າ 1.2 ລ້ານຊິ້ນທົ່ວໂລກ ເນື່ອງຈາກສ່ຽງຕໍ່ການເກີດອັກຄີໄພ
  • Baseus ແລະ Ugreen: ມີລາຍງານວ່າ Power Bank ບາງລຸ້ນຂອງທັງສອງແບຣນນີ້ ຖືກລະງັບ ຫຼື ຖອນໃບຮັບຮອງ CCC ໃນປະເທດຈີນ ເນື່ອງຈາກບັນຫາດ້ານຄວາມປອດໄພ

 

 

ຜົນກະທົບທີ່ເກີດຂຶ້ນ

 

ແນ່ນອນວ່າກົດລະບຽບໃໝ່ນີ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ໂດຍສານທຸກຄົນທີ່ເດີນທາງໃນຖ້ຽວບິນພາຍໃນປະເທດຈີນ ເຊິ່ງລວມເຖິງນັກທ່ອງທ່ຽວຊາວຕ່າງປະເທດທີ່ຕ້ອງເດີນທາງຕໍ່ໄປຍັງເມືອງອື່ນໆ ໃນຈີນເຊັ່ນດຽວກັນ

 

ສິ່ງທີ່ເຮົາຈະເຮັດໄດ້ນັ້ນຄືການກວດສອບ Power Bank ວ່າມີເຄື່ອງໝາຍນີ້ບໍ່ເຊິ່ງຄວາມຈິງ ແລ້ວການອອກກົດລະບຽບແບບໄວວາ ແບບນີ້ເຮັດໃຫ້ອາດຈະຍັງບໍ່ມີເຄື່ອງໝາຍນີ້ຫຼາຍລວມເຖິງ Powerbank ທີ່ມີການເອີ້ນຄືນໃນບາງຍີ່ຫໍ້

 

ແລະ ເຖິງວ່າກ່ອນໜ້ານີ້ Power Bank ຈາກແບຣນສາກົນທີ່ໜ້າເຊື່ອຖືເຊິ່ງມີຂໍ້ມູນຄວາມຈຸຊັດເຈນວ່າສາມາດນຳຂຶ້ນຍົນໄດ້ ແຕ່ດ້ວຍກົດລະບຽບໃໝ່ທີ່ລະບຸ “CCC” ຢ່າງຊັດເຈນ ເຮັດໃຫ້ການໃຊ້ Power Bank ທີ່ບໍ່ມີເຄື່ອງໝາຍນີ້ມີຄວາມສ່ຽງທີ່ຈະຖືກເຈົ້າໜ້າທີ່ຍຶດໄວ້ສູງກວ່າເກົ່າຫຼາຍ

 

ດັ່ງນັ້ນເລື່ອງນີ້ ເປັນສັນຍານຊັດເຈນວ່າມາດຕະຖານຄວາມປອດໄພຂອງອຸປະກອນອີເລັກໂທຣນິກ ໂດຍສະເພາະອຸປະກອນທີ່ມີແບັດເຕີຣີລິທຽມໄອອອນກຳລັງຖືກເອົາໃຈໃສ່ ຢ່າງເຂັ້ມຂົ້ນ ແລະ ສຳລັບຜູ້ບໍລິໂພກ ການເລືອກຊື້ຜະລິດຕະພັນທີ່ຜ່ານການຮັບຮອງມາດຕະຖານທີ່ຊັດເຈນ ບໍ່ແມ່ນພຍງແຕ່ເລື່ອງຂອງຄຸນນະພາບ ແຕ່ຄືເລື່ອງຂອງຄວາມປອດໄພໂດຍກົງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
ຢ່າລື່ມກົດຕິດຕາມ