_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 July, 2025
ໝວດ: ຂ່າວ

“ທຣຳ” ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ “ເຫລັກ”

 

ພາສີທຣຳຍັງບໍ່ທັນຈົບ ຍັງເດີນໜ້າຢ່າງຕໍ່ເນື່ອງ ລ່າສຸດລາມໄປຮອດສິນຄ້າສະເພາະກຸ່ມ ຄືເຄື່ອງໃຊ້ໄຟຟ້າໃນເຮືອນ ເພາະສ່ວນໃຫຍ່ເປັນສິນຄ້ານຳເຂົ້າ ຜະລິດຈາກຕ່າງປະເທດ. ດັ່ງນັ້ນທຣຳເລີຍ ຂຶ້ນພາສີຕັ້ງແຕ່ຕູ້ເຢັນ ຮອດຈັກຊັກເຄື່ອງ ໂດຍຈະຄິດຈາກພາສີເຫລັກທີ່ຕອນນີ້ຕັ້ງກຳແພງໄວ້ທີ່ 50%

 

ປະທານາທິບໍດີໂດນາລ ທຣຳ ຜູ້ນຳສະຫະລັດ ຍັງຄົງຍຶດໝັ້ນໃນການຂຶ້ນພາສີນຳເຂົ້າ ຫວັງໃຫ້ເປັນກຳແພງປ້ອງກັນສິນຄ້າຕ່າງໆ ທີ່ນຳເຂົ້າມາຈາກຕ່າງປະເທດ ໃຫ້ຄົນອາເມລິກາໄດ້ກັບຄືນມາໃຊ້ສິນຄ້າໃນປະເທດ ຫຼື ໃຫ້ທຸລະກິດຕ່າງໆ ອຸດສາຫະກຳຕ່າງໆ ເຂົ້າມາຕັ້ງຖານການຜະລິດສິນຄ້າ ຫຼື ຕັ້ງໂຮງງານໃນອາເມລິກາ

 

ນອກຈາກພາສີຕອບໂຕ້ທີ່ຍັງຢູ່ລະຫວ່າງການເຈລະຈາກັບບັນດານາໆຊາດ ກໍຈະມີພາສີລາຍກຸ່ມອຸດສາຫະກຳ ຊຶ່ງມື້ນີ້ທີ່ເຮົາຈະເວົ້າເຖິງກັນກໍຄື ພາສີເຫລັກ ແລະ ອາລູມິນຽມ

 

ລ່າສຸດ ລັດຖະບານສະຫະລັດເລີ່ມເກັບພາສີນຳເຂົ້າເຫລັກ ແລະ ອາລູມິນຽມໃນອັດຕາສູງສຸດທີ່ 50% ຕັ້ງແຕ່ວັນທີ່ 23 ມິຖຸນາ 2025 ເປັນຕົ້ນມາ

 

ແຕ່ປະເດັນສຳຄັນຄືບໍ່ໄດ້ໝາຍເຖິງພຽງແຕ່ເຫລັກກ້າທາງອຸດສາຫະກຳ ແຕ່ໝາຍລວມເຖິງສິນຄ້າຕ່າງໆທີ່ເຮັດຈາກເຫລັກດ້ວຍ ໂດຍສະເພາະເຄື່ອງໃຊ້ໃນເຮືອນຕ່າງໆ ຊຶ່ງມີສ່ວນປະກອບຂອງເຫລັກ ແລະ ອາລູມິນຽມ ທີ່ປາກົດວ່າຖືກເອີ້ນເກັບພາສີນຳເຂົ້າດ້ວຍຕາມປະກາດຂອງກະຊວງການຄ້າ

 

ທີ່ສຳຄັນ ຄືເຄື່ອງໃຊ້ໄຟຟ້າໃນເຮືອນທີ່ຖືກຂຶ້ນພາສີຄັ້ງນີ້ ມີແຕ່ຂອງຈຳເປັນ ຂອງທີ່ຕ້ອງມີກັນທຸກເຮືອນ ໂດຍກະຊວງການຄ້າສະຫະລັດ ໄດ້ຈັດກຸ່ມເອົາໄວ້ທັງໝົດ 8 ປະເພດ ໄດ້ແກ່:

 

ຕູ້ເຢັນພ້ອມຊ່ອງແຊ່ແຂງ

ເຄື່ອງອົບຜ້າຂະໜາດນ້ອຍແລະຂະໜາດໃຫຍ່

ຈັກຊັກເຄື່ອງ

ເຄື່ອງລ້າງຈານ

ຕູ້ແຊ່ແຂງແບບຕັ້ງພື້ນແລະແບບຊົງຢືນ (chest and upright freezers)

ເຕົາເຮັດອາຫານແລະເຕົາອົບ

ເຄື່ອງກຳຈັດຂີ້ເຫຍື້ອອາຫານ

ແລະຊັ້ນວາງຂອງເຮັດດ້ວຍລວດເຊື່ອມ

 

ສິນຄ້າກຸ່ມດັ່ງກ່າວນີ້ ຖ້າໃຫ້ເຫັນພາບຄົນອາເມລິກາມັກເອີ້ນລວມກັນວ່າ ເປັນ “ເຄື່ອງໃຊ້ສີຂາວ” ຊຶ່ງສ່ວນໃຫຍ່ເປັນສິນຄ້ານຳເຂົ້າຈາກຈີນ ເມັກຊິໂກ ແລະ ເກົາຫຼີໃຕ້

 

ໂດຍລັດຖະບານລະບຸວ່າ ອັດຕາພາສີສຳລັບແຕ່ລະຜະລິດຕະພັນ ຈະບໍ່ເທົ່າກັນ ເພາະຈະກຳໜົດໃຫ້ ຕາມມູນຄ່າຂອງປະລິມານເຫລັກທີ່ໃຊ້ ໝາຍຄວາມວ່າຕູ້ເຢັນຂອງເຮົາເຮັດຈາກເຫລັກຫຼາຍເທົ່າໃດ ພາສີກໍຍິ່ງຫຼາຍເທົ່ານັ້ນ ແລະ ແນ່ນອນວ່າພາສີກໍຈະຖືກບວກເຂົ້າໄປກັບລາຄາສິນຄ້າ ແລະ ອາດເຮັດໃຫ້ຂອງໃຊ້ຕ່າງໆເຫຼົ່ານີ້ທີ່ວາງຂາຍໃນສະຫະລັດ ແພງຂຶ້ນ

 

ແຕ່ລັດຖະບານຂອງທຣຳກໍຍັງຄົງຢ້ຳວ່າເລື່ອງນີ້ຈະເປັນຜົນດີກັບຄົນອາເມລິກາ ເພາະເປັນຄວາມຕັ້ງໃຈ ແລະ ຄວາມພະຍາຍາມຢ່າງຍິ່ງໃຫຍ່ ທີ່ຈະມາຊ່ວຍຄຸ້ມຄອງ ແລະ ຟື້ນຟູພາກການຜະລິດໃນປະເທດໄດ້

 

ປົກປ້ອງອຸດສາຫະກຳເຫລັກອາເມລິກາກ່ອນຫາຍສາບສູນ?

 

“Global Times” ລາຍງານເລື່ອງການຂຶ້ນພາສີຂອງທຣຳໃນຄັ້ງນີ້ ໂດຍອ້າງອີງຄວາມເຫັນຂອງຜູ້ຊ່ຽວຊານໃນຈີນ ລະບຸວ່າ ພາສີນຳເຂົ້າເຫລັກ ແລະ ອາລູມິນຽມຂອງລັດຖະບານສະຫະລັດນັ້ນບໍ່ມີເຫດຜົນໃນທາງເສດຖະກິດ ແລະ ຂາດວິໄສທັດທາງການເມືອງ ໂດຍສະເພາະການທີ່ທຣຳອ້າງວ່າການຂຶ້ນພາສີນຳເຂົ້າຈະຊ່ວຍສ້າງວຽກ ແລະ ປົກປ້ອງອຸດສາຫະກຳໃນປະເທດນັ້ນ ຄວາມຈິງແລ້ວຄືການເອົາປຽບຜູ້ບໍລິໂພກຫຼາຍກວ່າ

 

“ໂຈວ ໝີ” ນັກວິໄຈອາວຸໂສ ປະຈຳສະຖາບັນຄວາມຮ່ວມມືດ້ານການຄ້າ ແລະ ເສດຖະກິດລະຫວ່າງປະເທດຂອງຈີນ ເຕືອນວ່າ ມາດຕະການດັ່ງກ່າວຈະສົ່ງຜົນກະທົບດ້ານເງິນເຟີ້

 

ສັ່ນສະເທືອນເສດຖະກິດສະຫະລັດ ເພາະເຫລັກເປັນວັດສະດຸພື້ນຖານໃນຫ່ວງໂຊ່ອຸປະທານຫຼາຍແຫ່ງ ດັ່ງນັ້ນເມື່ອຕົ້ນທຶນເພີ່ມຂຶ້ນກໍຈະສົ່ງຜົນຕໍ່ເນື່ອງໄປທັງຜູ້ຜະລິດ ຜູ້ກໍ່ສ້າງ ແລະ ສຸດທ້າຍກໍຄືພາກຄົວເຮືອນ ຫຼື ປະຊາຊົນຕາດຳໆ ທີ່ຕ້ອງມາແບກຮັບຕົ້ນທຶນທີ່ເພີ່ມຂຶ້ນໃນຕອນທ້າຍທີ່ສຸດແລ້ວນັ້ນເອງ

 

ໃນຂະນະທີ່ “ເກົາ ຫລິງອວິ້ນ” ຜູ້ຊ່ຽວຊານຂອງສະຖາບັນສັງຄົມສາດຈີນໃນກຸງປັກກິ່ງຊີ້ວ່າ ຈຳນວນວຽກທີ່ເກີດຈາກມາດຕະການພາສີຖືວ່ານ້ອຍຫຼາຍ ເມື່ອທຽບກັບຜົນກະທົບໂດຍລວມ ເຂົ້າກັບສຸພາສິດທີ່ວ່າ ເກັບເມັດງາ ແຕ່ເບິ່ງບໍ່ເຫັນໝາກແຕງໂມ

 

ທັງນີ້ ໃນຍຸກສະໄໝຂອງລັດຖະບານປະທານາທິບໍດີທຣຳສະໄໝແລກ (2017-2021) ຫຼື ທຣຳ 1.0 ທຣຳເອງກໍເຄີຍເກັບພາສີນຳເຂົ້າເຫລັກ 25% ແລະ ອາລູມິນຽມ 10% ມາແລ້ວ ໂດຍອ້າງວ່າເຮັດໄປເພື່ອຄວາມໝັ້ນຄົງຂອງຊາດ

 

ຢ່າງໃດກໍຕາມ ຜົນການສຶກສາຂອງທະນາຄານກາງສະຫະລັດ ສາຂານິວຢອກລະບຸວ່າ ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ

 

ການກຳໜົດມາດຕະການກີດກັ້ນການຄ້າແຕ່ຝ່າຍດຽວຂອງລັດຖະບານສະຫະລັດ ຊຶ່ງລວມເຖິງພາສີນຳເຂົ້າເຫລັກ ແລະ ອາລູມິນຽມກັບປະເທດຄູ່ຄ້າ ສົ່ງຜົນໃຫ້ເກີດການເລີກຈ້າງວຽກໃນພາກການຜະລິດຂອງສະຫະລັດ ອ້າງອີງຕາມລາຍງານຂອງສຳນັກຂ່າວຊິນຫົ້ວເມື່ອເດືອນກຸມພາ

 

ສອດຄ້ອງກັບຂໍ້ມູນຈາກລາຍງານຂອງ CNN ທີ່ບອກວ່າ ໃນຍຸກສະໄໝຂອງທຣຳ 1.0 ມີການເກັບພາສີນຳເຂົ້າຈັກຊັກເຄື່ອງ 20% ເຖິງ 50% ແລະ ເຮັດໃຫ້ບໍລິສັດ “Whirlpool” ຜູ້ຜະລິດສິນຄ້າສັນຊາດອາເມລິກາອອກມາຊື່ນຊົມ ແລະ ຍົກຍ້ອງພາສີນີ້ໃນຕອນທຳອິດ

 

ແຕ່ພາຍຫຼັງຄືກົງກັນຂ້າມ ເພາະບໍລິສັດກັບສະແດງຄວາມເສຍໃຈຕໍ່ພາສີເຫລັກຂອງທຣຳ ໂດຍຊີ້ວ່າຕົ້ນທຶນການຜະລິດສິນຄ້າຂອງບໍລິສັດມີການປັບຕົວເພີ່ມສູງຂຶ້ນຫຼາຍຮ້ອຍລ້ານໂດລາ ແລ້ວກໍມີຜົນເຮັດໃຫ້ລາຄາຈັກຊັກເຄື່ອງໂດຍສະເລ່ຍເພີ່ມຂຶ້ນປະມານ 90 ໂດລາ

 

ແລະ ສ້າງວຽກເຮັດງານທຳໃນອາເມລິກາໄດ້ພຽງແຄ່ 1,800 ຕຳແໜ່ງເທົ່ານັ້ນເອງ ອ້າງອີງຈາກຂໍ້ມູນຂອງທະນາຄານກາງສະຫະລັດ ແລະ ມະຫາວິທະຍາໄລຊິຄາໂກ

 

ລວມໄປເຖິງພາກການຜະລິດຂອງສະຫະລັດ ທີ່ເຖິງວ່າຈະມີການຂະຫຍາຍຕົວຂຶ້ນມາເລັກນ້ອຍ ແຕ່ສົ່ງຜົນໃຫ້ຕົ້ນທຶນຂອງລົດຍົນ ເຄື່ອງມື ແລະ ເຄື່ອງຈັກເພີ່ມຂຶ້ນ ແລະ ເຮັດໃຫ້ຜົນຜະລິດຂອງອຸດສາຫະກຳຫົດຕົວລົງຫຼາຍກວ່າ 3 ພັນລ້ານໂດລາ ຈາກບົດການວິເຄາະຂອງຄະນະກຳມະການການຄ້າລະຫວ່າງປະເທດສະຫະລັດ

 

ເປັນຫຍັງຕ້ອງຂຶ້ນພາສີຕູ້ເຢັນ ແລ້ວເປັນຫຍັງຕ້ອງຂຶ້ນເຖິງ 50%? ຈຸດເລີ່ມຕົ້ນ ກໍຄືທຣຳເຮັດເພື່ອປ້ອງກັນຊາດ ບໍ່ເຊັ່ນນັ້ນອຸດສາຫະກຳເຫລັກໃນສະຫະລັດອາດຈະຫາຍສາບສູນ ໂຮງງານຕ້ອງປິດຕາຍ

 

ພາສີເຫລັກໃນສະຫະລັດອາເມລິກາສູງຂຶ້ນມາເຖິງສອງຮອບ ກ່ອນໜ້ານີ້ເມື່ອເດືອນມີນາທີ່ຜ່ານມາ ລັດຖະບານທຣຳໄດ້ປະກາດປັບຂຶ້ນພາສີນຳເຂົ້າເຫລັກຄັ້ງທຳອິດທີ່ 25%

 

ໂດຍສຳນັກຂ່າວຣອຍເຕີລາຍງານຂໍ້ມູນວ່າ ໃນການຂຶ້ນພາສີ 25% ນັ້ນທາງການສະຫະລັດກໍໄດ້ເພີ່ມສິນຄ້າຕ່າງໆ ເຂົ້າໄປເຊັ່ນກັນ ເກືອບ 300 ປະເພດ ຊຶ່ງສິນຄ້າທີ່ຖືກພາສີມີຕັ້ງແຕ່ເກືອກມ້າໄປຈົນເຖິງໃບມີດຂອງລົດຂຸດດິນ

 

ທັງນີ້ ຂໍ້ມູນຈາກສູນວິໄຈກະສິກອນໄທລະບຸວ່າສະຫະລັດຂຶ້ນພາສີນຳເຂົ້າເຫລັກ ແລະ ອາລູມິນຽມ ເພາະຕ້ອງການຫຼຸດການນຳເຂົ້າ ເພື່ອຊ່ວຍເຫຼືອຜູ້ຜະລິດໃນປະເທດ ເນື່ອງຈາກທີ່ຜ່ານມາພົບປັນຫາອັດຕາການໃຊ້ກຳລັງການຜະລິດຫຼຸດຕ່ຳກວ່າ 80%

 

ທຣຳຈຶ່ງຕ້ອງປະກາດຂຶ້ນພາສີນຳເຂົ້າເຫລັກແລະອາລູມິນຽມ 25% ທຸກປະເທດ ລວມເຖິງຍົກເລີກການຍົກເວັ້ນພາສີນຳເຂົ້າ ແລະ ການໃຫ້ໂຄຕາ ມີຜົນຕັ້ງແຕ່ 12 ມີນາ 2025

 

ທັງນີ້ສາເຫດສຳຄັນທີ່ເຮັດໃຫ້ສະຫະລັດ ຂຶ້ນພາສີນຳເຂົ້າເຫລັກທຸກປະເທດແບບບໍ່ມີຂໍ້ຍົກເວັ້ນ ເພາະວ່າ ຍ້ອນກັບໄປໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ສະຫະລັດມີການນຳເຂົ້າເຫລັກ ແລະ ອາລູມິນຽມຈາກທົ່ວໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ

 

ສະເລ່ຍຕໍ່ປີຫຼາຍກວ່າ 10% ຈົນໄປກະທົບກັບຜູ້ຜະລິດໃນປະເທດເອງ ຊຶ່ງການຂຶ້ນພາສີນຳເຂົ້າເຫລັກແລະອາລູມິນຽມ ຈະກະທົບຄູ່ຄ້າຫຼັກແບບແຄນາດາ ເມັກຊິໂກ ແລະ ຈີນ ທີ່ສະຫະລັດນຳເຂົ້າລວມກັນກວ່າ 48%

 

ແຕ່ຖາມວ່າເປັນຫຍັງຕ້ອງຂຶ້ນພາສີໄປຮອດ 50% ແລະ ເປັນຫຍັງຕ້ອງກຳໜົດລາຍຊື່ສິນຄ້າ ເຊັ່ນ: ຕູ້ເຢັນ, ຈັກຊັກເຄື່ອງ ຄຳຕອບຈາກລາຍງານຂອງ CNN ອະທິບາຍວ່າ ພາສີອາກອນທີ່ປະທານາທິບໍດີໂດນາລ ທຣຳກຳໜົດຂຶ້ນນັ້ນເຮັດໃຫ້ຜູ້ຜະລິດບາງລາຍໃນອາເມລິກາມີຕົ້ນທຶນເພີ່ມສູງຂຶ້ນ

 

ເພາະຕ້ອງນຳເຂົ້າຊິ້ນສ່ວນ ແລະ ສ່ວນປະກອບຫຼາຍຊິ້ນ ເນື່ອງຈາກຫາທີ່ຜະລິດໃນອາເມລິກາບໍ່ໄດ້ ຫຼື ມີກໍຍັງແພງກວ່ານຳເຂົ້າມາ ແລະ ມີຜູ້ຜະລິດເຄື່ອງໃຊ້ໄຟຟ້າໃນອາເມລິກາທີ່ອອກມາວິຈານວ່າ ສິນຄ້າຂອງຄູ່ແຂ່ງສາມາດຫຼີກຫຼ່ຽງພາສີທຣຳໄດ້ ດ້ວຍການສົ່ງສິນຄ້າມາບາດດຽວ ບໍ່ຕ້ອງມາປະກອບ ຫຼື ຜະລິດໃນສະຫະລັດ

 

ດັ່ງນັ້ນລັດຖະບານທຣຳຈຶ່ງຮັບຟັງ ແລະ ເປັນເຫດຜົນທີ່ຝ່າຍບໍລິຫານໄດ້ປະກາດລາຍຊື່ສິນຄ້າຕ່າງໆ ອອກມາ ເປົ້າໝາຍເພື່ອປ້ອງກັນບໍ່ໃຫ້ເກີດການຫລີກຫຼ່ຽງພາສີໄດ້

 

ທັງນີ້ປະທານາທິບໍດີທຣຳ ຍ້ອງຍໍພາສີນຳເຂົ້າຂອງຕົນເອງວ່າ ເປັນສິ່ງທີ່ມາຊ່ວຍອຸດສາຫະກຳເຫລັກຂອງສະຫະລັດ ແລະ ອ້າງວ່າຖ້າລາວບໍ່ດຳເນີນການຈັດເກັບພາສີນຳເຂົ້າໃນຄັ້ງນີ້ ອາດຈະໜັກເຖິງຂັ້ນວ່າອຸດສາຫະກຳເຫລັກຂອງສະຫະລັດຈະຕ້ອງສູນຫາຍໄປ ເພາະເຫລັກທັງໝົດຈະໄປຜະລິດໃນຕ່າງປະເທດແທນ ແລະ ໂຮງງານຕ່າງໆ ໃນສະຫະລັດຈະຕ້ອງປິດຕາຍ

 

ແຕ່ຢ່າງໃດກໍຕາມນະໂຍບາຍອັນສຸດຂົ້ວຂອງທຣຳ ກໍມີສຽງເຕືອນອອກມາຢ່າງຕໍ່ເນື່ອງວ່າອາດຈະບໍ່ແມ່ນຫົນທາງທີ່ດີ ໂດຍສະເພາະນັກເສດຖະສາດທີ່ເຕືອນວ່າ

 

ອາດເຮັດໃຫ້ເກີດພາວະເງິນເຟີ້ ແລະ ຖ່ວງດຶງການເຕີບໂຕທາງເສດຖະກິດໄດ້ ເຊັ່ນ: ທະນາຄານກາງສະຫະລັດ ທີ່ລາຍງານວ່າຕ້ອງເຝົ້າລະວັງ ແລະ ຈັບຕາເງິນເຟີ້

 

ລວມເຖິງການຈ້າງງານ ທີ່ອາດຈະຜົນກະທົບຈາກມາດຕະການພາສີຂອງທຣຳ ແມ້ກະທັ້ງລາຍງານຈາກກະຊວງການຄ້າສະຫະລັດ ກໍຍັງຊີ້ໃຫ້ເຫັນວ່າ ຜູ້ບໍລິໂພກເລີ່ມຊະລໍການໃຊ້ຈ່າຍ ແລະ ຍອດການຄ້າຍ່ອຍຫຼູດລົງ ຫຼັງຈາກພາສີທຣຳເລີ່ມມີຜົນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 1 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
657.10
669.58
european-union
EUR
24,148
24,630
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
pele - 2025-07-01T091535.094
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
ຢ່າລື່ມກົດຕິດຕາມ