
ເກີດເຫດເຮືອເຟີຣີ່ຫຼົ້ມນອກຕາຝັ່ງໃກ້ເກາະບາຫລີຂອງອິນໂດເນເຊຍເມື່ອຊ່ວງເຊົ້າວັນທີ 3 ກໍລະກົດ 2025
ມີລາຍງານວ່າເຮືອລຳດັ່ງກ່າວບັນທຸກຜູ້ໂດຍສານທັງໝົດ 53 ຄົນ ລູກເຮືອ 12 ຄົນ ພ້ອມດ້ວຍຍານພາຫະນະອີກ 22 ຄັນທີ່ມີລົດບັນທຸກ 14 ຄັນ ລວມຢູ່ດ້ວຍ ເບື້ອງຕົ້ນທີມກູ້ໄພທ້ອງຖິ່ນເປີດເຜີຍວ່າຂະນະນີ້ມີຜູ້ເສຍຊີວິດແລ້ວ 4 ຄົນ ແລະ ຍັງສູນຫາຍອີກຫຼາຍກວ່າ 30 ຄົນ ໂດຍສາມາດຊ່ວຍຊີວິດສຳເລັດແລ້ວ 29 ຄົນ
ເຮືອເຟີຣີ່ລຳນີ້ມີຊື່ວ່າ The KMP Tunu Pratama Jaya ເກີດຫຼົ້ມປະມານເຄິ່ງຊົ່ວໂມງຫຼັງຈາກທີ່ຫາກໍອອກເດີນທາງຈາກທ່າເຮືອ ເກຕາປັງທາງຕາເວັນອອກຂອງເກາະຊວາໃນຊ່ວງກາງຄືນຂອງວັນພຸດ ໂດຍກຳລັງມຸ່ງໜ້າໄປຍັງທ່າເຮືອກິລີມານຸກຂອງບາຫລີ
ຈົນເຖິງຕອນີ້ນີ້ ມີການລະດົມທີມເຈົ້າໜ້າທີ່ກູ້ໄພຈຳນວນຫຼາຍເລັ່ງຄົ້ນຫາຜູ້ສູນຫາຍ ແຕ່ເພາະກະແສນ້ຳທີ່ແຮງ ແລະ ຄວາມມືດກາງທະເລຈຶ່ງເປັນອຸປະສັກຕໍ່ການເຮັດວຽກຂອງເຈົ້າໜ້າທີ່
ເຖິງຢ່າງໃດກໍ່ຕາມ ມີລາຍງານວ່າຜູ້ລອດຊີວິດທີ່ສາມາດຊ່ວຍເຫຼືອໄດ້ພົບວ່າຫຼາຍຄົນມີອາການໝົດສະຕິ ເນື່ອງຈາກຕ້ອງລອຍຄໍຢູ່ກາງທະເລທີ່ກະແສນ້ຳໄຫລແຮງເປັນເວລາເກືອບຊົ່ວໂມງລະຫວ່າງລໍຖ້າຄວາມຊ່ວຍເຫຼືອ
ສ່ວນສາເຫດທີ່ເຮືອຫຼົ້ມຍັງຄົງຕ້ອງລໍການສືບສວນຕໍ່ໄປ ແຕ່ຜູ້ປະກອບການເຮືອເຟີຣີ່ເປີດເຜີຍກັບນັກຂ່າວທ້ອງຖິ່ນວ່າໄດ້ລາຍງານປັນຫາເຄື່ອງຈັກຈາກເຮືອເຟີຣີ່ລຳນີ້ບໍ່ດົນກ່ອນເກີດເຫດ
ທັງນີ້ ອຸບັດຕິເຫດທາງການເດີນເຮືອໃນອິນໂດເນເຊຍບໍ່ຄ່ອຍເກີດຂຶ້ນ ເນື່ອງຈາກສະພາບພູມິປະເທດທີ່ເຕັມໄປດ້ວຍເກາະຫຼາຍກວ່າ 17,000 ແຫ່ງ ແລະ ການເດີນທາງດ້ວຍເຮືອເຟີຣີ່ກໍເປັນວິທີການເດີນທາງຍອດນິຍົມທີ່ທັງນັກທ່ອງທ່ຽວ ແລະປະຊາຊົນໃຊ້ສັນຈອນເພື່ອເດີນທາງຂ້າມໄປຍັງເກາະຕ່າງໆ ແຕ່ກໍພົບວ່າກົດລະບຽບໃນການເດີນທາງຍັງຄົງມີຊ່ອງວ່າງທີ່ຄວນແກ້ໄຂ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |