_cover - 2025-07-03T144001.784
ແຜ່ນດິນໄຫວກວ່າ 900 ຄັ້ງ ສັ່ນສະເທືອນໝູ່ເກາະໂທຄາຣະຂອງຍີ່ປຸ່ນໃນເວລາພຽງ 2 ອາທິດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 3 July, 2025
ໝວດ: ຂ່າວ

ແຜ່ນດິນໄຫວຫຼາຍກວ່າ 900 ຄັ້ງສັ່ນສະເທືອນ “ໝູ່ເກາະໂທຄາຣະ” ອັນຫ່າງໄກຂອງຍີ່ປຸ່ນໃນຊ່ວງ 2 ອາທິດທີ່ຜ່ານມາ

 

ທາງການຍີ່ປຸ່ນລະບຸວ່າກິດຈະກຳແຜ່ນດິນໄຫວໃນບໍລິເວນນີ້ເກີດຂຶ້ນ “ຫຼາຍຄັ້ງ” ຮອບໆ ໝູ່ເກາະໂທຄາຣະມາຕັ້ງແຕ່ວັນທີ 21 ມິຖຸນາທີ່ຜ່ານມາ ແລະ ລ່າສຸດມື້ວານນີ້ (2 ກໍລະກົດ) ກໍໄດ້ເກີດແຜ່ນດິນໄຫວຂະໜາດ 5.5 ຣິກເຕີ້ດ້ວຍ

 

ໂດຍແຜ່ນດິນໄຫວນັບຮ້ອຍຄັ້ງທີ່ສະເທືອນໝູ່ເກາະແຫ່ງນີ້ຍັງຄົງບໍ່ມີລາຍງານຄວາມເສຍຫາຍໃດໆ ແລະ ຍັງບໍ່ມີການເຕືອນສຶນາມິເກີດຂຶ້ນ ແຕ່ທາງການທ້ອງຖິ່ນໄດ້ຂໍໃຫ້ປະຊາຊົນກຽມຄວາມພ້ອມຕະຫຼອດເວລາສໍາລັບການອົບພະຍົບທີ່ອາດເກີດຂຶ້ນໄດ້ທຸກເມື່ອ

 

ໝູ່ເກາະໂທຄາຣະມີປະຊາຊົນອາໄສຢູ່ບໍ່ຫຼາຍ ຫວ່າ 700 ຄົນ ແລະ ບໍ່ມີໂຮງໝໍຕັ້ງຢູ່ເທິງເກາະແຫ່ງນີ້ ໂຮງໝໍທີ່ໃກ້ທີ່ສຸດຈະຕ້ອງເດີນທາງຈາກເກາະດ້ວຍເຮືອເຟີຣີ່ໂດຍໃຊ້ເວລາຢ່າງໜ້ອຍ 6 ຊົ່ວໂມງ ເພື່ອໄປເຖິງແຂວງຄະໂງະຊິມະ

 

ໜຶ່ງໃນຜູ້ທີ່ອາໄສຢູ່ເທິງໝູ່ເກາະໂທຄາຣະເປີດເຜີຍຄວາມຮູ້ສຶກກັບນັກຂ່າວທ້ອງຖິ່ນວ່າ ການເຄື່ອນຕົວຂອງເປືອກໂລກເຮັດໃຫ້ພວກເຂົາຢ້ານຫຼາຍຈົນເຖິງຂັ້ນນອນບໍ່ຫຼັບ ແລະ ຮູ້ສຶກຄືວ່າພື້ນດິນເກີດການສັ່ນໄຫວຢູ່ຕະຫຼອດເວລາ ເຊັ່ນດຽວກັບຊາຍຄົນໜຶ່ງທີ່ໄດ້ເປີດເຜີຍຄວາມຮູ້ສຶກກັບໜັງສືພິມ ອາຊາຮິ ຊິມບຸນ ວ່າໄດ້ຍິນສຽງຄໍາຮາມມາຈາກມະຫາສະມຸດກ່ອນທີ່ແຜ່ນດິນໄຫວຈະເກີດໂດຍສະເພາະໃນຕອນກາງຄືນຊຶ່ງມັນເຮັດໃຫ້ໜ້າຂົນລຸກ

 

ເປັນທີ່ຮູ້ກັນວ່າຍີ່ປຸ່ນຄືປະເທດໜຶ່ງເທິງໂລກທີ່ປະເຊີນກັບໄພຈາກແຜ່ນດິນໄຫວຫຼາຍທີ່ສຸດ ດ້ວຍພູມິປະເທດທີ່ຕັ້ງຢູ່ເທິງ Pacific Ring of Fire ຫຼື ວົງແຫວນໄຟໃນມະຫາສະມຸດແປຊິຟິກ

 

ຈຸດທີ່ແຜ່ນເປືອກໂລກຫຼາຍແຜ່ນມາບັນຈົບກັນ ຈົນເຮັດໃຫ້ຍີ່ປຸ່ນຕ້ອງປະເຊີນແຜ່ນດິນໄຫວບໍ່ຕໍ່າກວ່າ 1,500 ຄັ້ງທຸກໆ ປີ ແຕ່ນັກຂ່າວຍີ່ປຸ່ນລາຍງານວ່າ ເຖິງແມ່ນໃນອະດີດໝູ່ເກາະໂທຄາຣະຈະປະເຊີນກັບແຜ່ນດິນໄຫວຢູ່ຫຼາຍຄັ້ງ ແຕ່ການເກີດແຮງສັ່ນສະເທືອນຫຼາຍກວ່າ 900 ຄັ້ງໃນຊ່ວງ 2 ອາທິດນັ້ນ ຄື “ຄວາມຜິດປົກກະຕິ”

 

ແຜ່ນດິນໄຫວຕໍ່ເນື່ອງນີ້ເກີດຂຶ້ນ ທ່າມກາງຄວາມກັງວົນຈາກກະແສຂ່າວໃນຍີ່ປຸ່ນວ່າໃນອີກບໍ່ດົນຫຼັງຈາກນີ້ ຈະເກີດແຜ່ນດິນໄຫວຄັ້ງໃຫຍ່ທີ່ຈະພາກຊີວິດຜູ້ຄົນຈຳນວນຫຼາຍ

 

ແຕ່ກະແສຂ່າວຍິ່ງສ້າງຄວາມເຊື່ອທີ່ຮຸນແຮງຫຼາຍຂຶ້ນ ເມື່ອມີຜູ້ຍົກເລື່ອງລາວໃນໜັງສືມັງງະຂອງຍີ່ປຸ່ນທີ່ແຕ່ງໂດຍ ຣຽວ ທັດສຶກິ ໃນປີ 1999 ທີ່ກ່າວວ່າແຜ່ນດິນໄຫວຄັ້ງໃຫຍ່ຈະເກີດຂຶ້ນໃນວັນທີ 5 ກໍລະກົດປີນີ້

 

ຊຶ່ງຖ້ານັບຈາກມື້ນີ້ກໍຄືອີກ 2 ວັນ ຍິ່ງເພີ່ມຄວາມກັງວົນໃຫ້ກັບຊາວຍີ່ປຸ່ນ ໂດຍສະເພາະຜູ້ຄົນທີ່ອາໄສຢູ່ເທິງໝູ່ເກາະໂທຄາຣະ ແລະ ກະແສຄວາມກັງວົນທີ່ເກີດຂຶ້ນເຮັດໃຫ້ນັກທ່ອງທ່ຽວຈຳນວນຫຼາຍພາກັນຍົກເລີກທຣິບເດີນທາງໃນຫຼາຍໆ ພື້ນທີ່ຂອງຍີ່ປຸ່ນ ດ້ວຍຄວາມຍ້ານວ່າແຜ່ນດິນໄຫວຄັ້ງໃຫຍ່ຈະເກີດຂຶ້ນຕາມກະແສຂ່າວ

 

ບໍ່ແມ່ນແຕ່ຊາວຍີ່ປຸ່ນ ແລະ ນັກທ່ອງທ່ຽວເທົ່ານັ້ນ ເລື່ອງນີ້ເຮັດໃຫ້ລັດຖະບານຍີ່ປຸ່ນເກີດຄວາມຍ້ານ ແລະ ກັງວົນມາເປັນເວລາກວ່າທົດສະວັດ

 

ວ່າແຜ່ນດິນໄຫວຄັ້ງໃຫຍ່ໃນລະດັບທີ່ 100 ປີ ຈະເກີດຂຶ້ນຄັ້ງໜຶ່ງຈະເກີດຂຶ້ນແທ້ທີ່ຍີ່ປຸ່ນ ຊຶ່ງຄວາມກັງວົນຂອງລັດຖະບານໄດ້ກາຍເປັນແຜນຮັບມືດ້ວຍການຄາດການວ່າຄວາມເສຍຫາຍໃນລະດັບສູງທີ່ສຸດອາດພາກຊີວິດຜູ້ຄົນໄປກວ່າ 300,000 ຄົນ

 

ໂດຍເມື່ອຕົ້ນອາທິດທີ່ຜ່ານມາ ລັດຖະບານຍີ່ປຸ່ນໄດ້ຮຽກຮ້ອງໃຫ້ມີມາດຕະການໃໝ່ໆ ເຊັ່ນການສ້າງຄັນກັ້ນນ້ຳ ແລະ ອາຄານສຳລັບອົບພະຍົບເພື່ອເສີມຄວາມພ້ອມຂອງປະຊາຊົນໃນກໍລະນີທີ່ເກີດໄພພິບັດລັກສະນະນີ້ຂຶ້ນ

 

ຢ່າງໃດກໍ່ຕາມລັດຖະບານຍີ່ປຸ່ນເຕືອນວ່າ ຍັງມີຂັ້ນຕອນອີກຫຼາຍທີ່ຕ້ອງດຳເນີນການຕໍ່ໄປເພື່ອຮັບມືເຫດການບໍ່ຄາດຝັນທີ່ອາດເກີດຂຶ້ນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ