_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 July, 2025
ໝວດ: ຂ່າວ

ສິງກະໂປເລີ່ມບັງຄັບໃຊ້ບົດລົງໂທດປັບແລະຈຳຄຸກ 3 ເດືອນ ຜູ້ທີ່ຝ່າຝືນຂັບຂີ່ພາຫນະເທິງທາງຍ່າງແລ້ວ ຕັ້ງແຕ່ວັນທີ 1 ກໍລະກົດທີ່ຜ່ານມາ

ໂດຍມີເປົ້າໝາຍເພື່ອເພີ່ມຄວາມປອດໄພແກ່ກຸ່ມຜູ້ໃຊ້ທາງຍ່າງທີ່ອ່ອນແອ ເຊັ່ນ: ຜູ້ສູງອາຍຸແລະເດັກ

ວັນທີ 3 ກໍລະກົດ 2025 ອົງການຂົນສົ່ງທາງບົກຂອງສິງກະໂປ ເປີດເຜີຍວ່າ ບົດລົງໂທດຜູ້ທີ່ຂັບຂີ່ລົດຈັກ, ລົດຖີບ ຫຼື ພາຫນະສ່ວນບຸກຄົນທັງທີ່ມີ ຫຼື ບໍ່ມີເຄື່ອງຈັກ ເທິງທາງຍ່າງໃນເຂດຫ້າມ ຈະມີໂທດປັບສູງສຸດ 2,000 ໂດລາສິງກະໂປຈຳຄຸກບໍ່ເກີນ 3 ເດືອນ ຫຼື ທັງຈຳທັງປັບ ຂຶ້ນກັບພຶດຕິກຳການຂັບຂີ່

 

ທາງການລະບຸວ່າ ເຖິງແມ່ນວ່າຫນ່ວຍງານຈະເນັ້ນວ່າການດຳເນີນຄະດີຈະເຮັດດ້ວຍຄວາມລະມັດລະວັງ ແລະ ພິຈາລະນາເປັນກໍລະນີໄປ ແຕ່ຈະບໍ່ມີການຜ່ອນຜັນ ສຳລັບຜູ້ທີ່ຂັບຂີ່ດ້ວຍຄວາມໄວເກີນກຳໜົດ ຫຼື ສະແດງພຶດຕິກຳປະມາດເຊິ່ງອາດກໍ່ໃຫ້ເກີດອັນຕະລາຍຕໍ່ຄົນຍ່າງ

 

ໂດຍ “ທາງຍ່າງທີ່ຫ້າມໃຊ້” ໝາຍເຖິງທາງຍ່າງທີ່ຢູ່ຕິດກັບທາງລົດ ເຊິ່ງມີປ້າຍ ຫຼື ສັນຍາລັກລະບຸຢ່າງຊັດເຈນວ່າ ສະຫງວນໄວ້ສຳລັບຄົນຍ່າງເທົ່ານັ້ນ ໂດຍອະນຸຍາດໃຫ້ສະພາະຜູ້ໃຊ້ຕີນ ແລະ ຜູ້ທີ່ໃຊ້ອຸປະກອນຊ່ວຍການເຄື່ອນຍ້າຍ ເຊັ່ນ: ຜູ້ໃຊ້ລໍ້ວິວແຊ ຫຼື ໄມ້ເທົ້າ ທີ່ສາມາດໃຊ້ທາງຍ່າງນີ້ໄດ້

 

ທັງນີ້ ມາດຕະການໃໝ່ນີ້ມີຂຶ້ນຫຼັງຈາກເກີດຄວາມກັງວົນເລື່ອງອຸປະຕິເຫດ ແລະ ເຫດການຕຳຄົນຍ່າງ ເທິງທາງຍ່າງໃນຊ່ວງຫຼາຍປີທີ່ຜ່ານມາ ໂດຍສະເພາະຈາກຜູ້ທີ່ໃຊ້ລົດໄຟຟ້າ ຫຼື ສະກູດເຕີຄວາມໄວສູງ ເຊິ່ງອາດກໍ່ອັນຕະລາຍກັບຜູ້ໃຊ້ທາງທີ່ຮ່າງກາຍບໍ່ແຂງແຮງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ