_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 July, 2025
ໝວດ: ຂ່າວ

ປະທານາທິບໍດີທຣຳໂປຣໂມດນ້ຳຫອມໃໝ່ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຂາຍສິນຄ້າທີ່ສ້າງລາຍໄດ້ມະຫາສານໃຫ້ຕົວເອງ ແລະ ຄອບຄົວ

 

ປະທານາທິບໍດີສະຫະລັດ ໂດນັນດ໌ ທຣຳ ໂພສຂໍ້ຄວາມເທິງ Truth Social ໂປຣໂມດນ້ຳຫອມແບຣນດ໌ໃໝ່ທີ່ມີຊື່ວ່າ “ວິກຕໍລີ” (Victory) ຖືເປັນສິນຄ້າລ່າສຸດໃນອານາຈັກມູນຄ່າຫຼາຍຮ້ອຍລ້ານໂດລາຂອງຕົວເອງ ແລະ ຄອບຄົວທີ່ຄອບຄຸມຕັ້ງແຕ່ສະໜາມກອລ໌ຟໄປຈົນເຖິງຂອງທີ່ລະລຶກ

 

ໂພສກ່ຽວກັບນ້ຳຫອມຂອງທຣຳຢູ່ລະຫວ່າງຂໍ້ຄວາມກ່ຽວກັບການເມືອງພາຍໃນປະເທດ ແລະ ນະໂຍບາຍລະຫວ່າງປະເທດ

 

ໂດຍທຣຳຮຽກຮ້ອງໃຫ້ຜູ້ຕິດຕາມຊື້ໂຄໂລນສຳລັບຜູ້ຊາຍ ແລະ ນ້ຳຫອມສຳລັບຜູ້ຍິງໂຕໃໝ່ ກິ່ນ “ວິກຕໍລີ 45-47” (Victory 45-47) ເຊິ່ງໂຄສະນາເທິງເວັບໄຊວ່າເປັນນ້ຳຫອມສຳລັບຜູ້ຮັກຊາດທີ່ບໍ່ເຄີຍຍອມຈຳນົນ ເຊັ່ນດຽວກັບປະທານາທິບໍດີທຣຳ

 

ນ້ຳຫອມນີ້ເປັນໜຶ່ງໃນຜະລິດຕະພັນກຸ່ມນ້ຳຫອມແບຣນທຣຳ ເຊິ່ງວາງຈຳໜ່າຍແລ້ວດ້ວຍລາຄາ 249 ໂດລາ ຖືເປັນລາຄາໃນລະດັບດຽວກັບນ້ຳຫອມຊື່ດັງ ເຊັ່ນ “ຊາແນລ ນຳເບີ ໄຟວ໌” (Chanel No 5) ໜຶ່ງໃນນ້ຳຫອມທີ່ມີກິ່ນເປັນເອກະລັກສະເພາະທີ່ສຸດຂອງໂລກ

 

ຢ່າງໃດກໍຕາມ ການເປີດຕົວສິນຄ້າດັ່ງກ່າວກໍ່ໃຫ້ເກີດກະແສຢ່າງໄວໃນອອນລາຍ ໂດຍນັກວິຈານບາງສ່ວນ ກ່າວຫາທຣຳວ່າທຸຈະລິດຄໍຣັບຊັນ ແລະ ນຳໄປສູ່ການຕັ້ງຄຳຖາມກ່ຽວກັບຄວາມເໝາະສົມໃນການໃຊ້ຕຳແໜ່ງປະທານາທິບໍດີໃນການຂາຍຜະລິດຕະພັນທີ່ເຮັດໃຫ້ຕົວເອງ ແລະ ຄອບຄົວຮັ່ງມີ

 

ທັງນີ້ ນ້ຳຫອມດັ່ງກ່າວເປັນຜະລິດຕະພັນລ່າສຸດທີ່ຄອບຄົວທຣຳເປີດຕົວຕໍ່ສາທາລະນະ ຕໍ່ຈາກບໍລິການເຄືອຂ່າຍໂທລະສັບ “ຢູ.ເອສ ໂມບາຍ” (U.S. Mobile) ແລະ ສະມາດໂຟນສີທອງສຸດຫຼູລາຄາ 499 ໂດລາ ເມື່ອເດືອນທີ່ແລ້ວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ