_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 July, 2025
ໝວດ: ຂ່າວ

ເຈົ້າໜ້າທີ່ກູ້ໄພໃນລັດເທັກຊັສກຳລັງເຮັດວຽກແຂ່ງກັບເວລາ ເພື່ອຕາມຫາຜູ້ສູນຫາຍຫຼາຍສິບຄົນ ໃນເຫດການນ້ຳຖ້ວມກະທັນຫັນທີ່ເກີດຂຶ້ນຫຼາຍຈຸດໃນພາກກາງຂອງລັດເທັກຊັສ

 

ລວມທັງເດັກນ້ອຍຈາກຄ່າຍລະດູຮ້ອນທີ່ຖືກກະແສນ້ຳພັດພາໄປ ໃນຂະນະທີ່ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 78 ຄົນ ແລະ ສູນຫາຍ 41 ຄົນ

 

ເຫດການນ້ຳຖ້ວມກະທັນຫັນເລີ່ມຂຶ້ນໃນຊ່ວງເຊົ້າວັນສຸກທີ່ຜ່ານມາ ຕາມເວລາທ້ອງຖິ່ນ ໃນຈຸດທີ່ຫ່າງຈາກເມືອງຊານອັນໂຕນິໂອໄປທາງຕາເວັນຕົກສຽງເໜືອ 65 ໄມລ໌ ຫຼັງຈາກຝົນຕົກໜັກຈົນເຮັດໃຫ້ນ້ຳໃນແມ່ນ້ຳກົວດາລູເປ (Guadalupe) ລົ້ນ

 

ໜຶ່ງໃນສະຖານທີ່ທີ່ໄດ້ຮັບຜົນກະທົບແມ່ນ “ແຄມປ໌ ມິສຕິກ” (Camp Mystic) ຄ່າຍລະດູຮ້ອນສຳລັບເດັກຍິງ ທີ່ຕັ້ງຢູ່ໃກ້ກັບແມ່ນ້ຳກົວດາລູເປ ໂດຍກະແສນ້ຳເພີ່ມສູງຂຶ້ນເຖິງ 8 ແມັດ ພາຍໃນເວລາ 45 ນາທີ ແລະ ພັດພາເດັກນ້ອຍໄປຈຳນວນໜຶ່ງ

 

ດ້ານທ່ານ ແດນ ແພທິຣິກ ຮອງຜູ້ວ່າການລັດເທັກຊັສແຈງວ່າ ອາດເກີດນ້ຳຖ້ວມເພີ່ມອີກ ໂດຍສຳນັກງານບໍລິການສະພາບອາກາດແຫ່ງຊາດ (NWS) ເຕືອນວ່າ ພາຍຸຝົນຟ້າຄະນອງເຄື່ອນຕົວຊ້າ ອາດເຮັດໃຫ້ເກີດນ້ຳຖ້ວມກະທັນຫັນໃນພາກກາງຂອງເທັກຊັສເພີ່ມເຕີມ // ສ່ວນທ່ານ ເກຣັກ ແອບບ໌ອັດ ຜູ້ວ່າການລັດເທັກຊັສໃຫ້ຄຳໝັ້ນວ່າ ພວກເຂົາຈະບໍ່ຢຸດຊອກຫາຈົນກວ່າຈະພົບເດັກທີ່ຫາຍໄປຄົບທຸກຄົນ

 

ທັງນີ້ ຊາວເທັກຊັສຫຼາຍຄົນເດີນທາງໄປຍັງເຂດເຄີ ເຄົາຕີ້ ເພື່ອອາສາເຂົ້າຮ່ວມປະຕິບັດການຊອກຫາຜູ້ສູນຫາຍຂອງເຈົ້າໜ້າທີ່ ໂດຍບາງຄົນໃຊ້ໂດຣນສ່ວນຕົວອອກຊອກຫາ ແຕ່ທາງການເທັກຊັສຮຽກຮ້ອງໃຫ້ພວກເຂົາຢຸດເຮັດ ເນື່ອງຈາກອາດເປັນອັນຕະລາຍຕໍ່ເຄື່ອງບິນກູ້ໄພ

 

ປະທານາທິບໍດີໂດນັລດ໌ ທຣັມ ຂອງສະຫະລັດ ລົງນາມໃນກົດໝາຍປະກາດໄພພິບັດໃຫຍ່ສຳລັບເທດສະມົນຊາຍເຄີ ລັດເທັກຊັສແລ້ວ ເມື່ອວານນີ້ (6 ກໍລະກົດ) ຕາມເວລາທ້ອງຖິ່ນ ເພື່ອລະດົມຄວາມຊ່ວຍເຫຼືອ ແລະ ຊັບພະຍາກອນຈາກສ່ວນກາງ ລົງໄປຊ່ວຍປະຕິບັດການກູ້ໄພ ແລະ ຟື້ນຟູຄວາມເສຍຫາຍຈາກເຫດການນ້ຳຖ້ວມກະທັນຫັນຄັ້ງໃຫຍ່ໃນພື້ນທີ່

 

ຕໍ່ມາ ທຣັມ ໂພສຂໍ້ຄວາມໃນສື່ມວນຊົນສັງຄົມອອນລາຍ ທູດ ໂຊຊຽວ ລະບຸວ່າ ການປະກາດໄພພິບັດເປັນການສ້າງຫຼັກປະກັນວ່າ ທີມກູ້ໄພທີ່ກ້າຫານໄດ້ມີຊັບພະຍາກອນທີ່ພວກເຂົາຕ້ອງການໂດຍທັນທີ ຄອບຄົວຜູ້ປະສົບໄພກຳລັງພົບກັບເລື່ອງທີ່ໜ້າເສົ້າທີ່ຈິນຕະນາການບໍ່ອອກ ຫຼາຍຄົນສູນເສຍຊີວິດ ແລະ ຫຼາຍຄົນຍັງສູນຫາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ