_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 July, 2025
ໝວດ: ຂ່າວ

ທີມນັກໂບຮານຄະດີຄົ້ນພົບຫຼັກຖານທີ່ບົ່ງຊີ້ວ່າມະນຸດນີແອນເດີທານໃນຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ ມີການແປຮູບໄຂກະດູກຈາກສັດຢ່າງເປັນລະບົບໃນພື້ນທີ່ Neumark-Nord ທາງຕອນໃຕ້ຂອງເມືອງຮັນເລີ ປະເທດເຢຍລະມັນ ການຄົ້ນພົບນີ້ຖືກປຽບທຽບວ່າເປັນ “ໂຮງງານໄຂມັນ” ແຫ່ງທຳອິດຂອງມະນຸດຊາດ

 

ວິທີການເລືອກເຫຍື່ອ ແລະ ສະກັດໄຂມັນ

 

ນັກຄົ້ນຄວ້າວິເຄາະຊິ້ນສ່ວນກະດູກກວ່າ 120,000 ຊິ້ນ ແລະ ເຄື່ອງມືຫີນກວ່າ 16,000 ຊິ້ນ ທີ່ພົບຄຽງຄູ່ກັບຫຼັກຖານການໃຊ້ໄຟ ເພື່ອສະກັດໄຂມັນຂອງສັດສຳລັບໃຊ້ເປັນອາຫານ ແລະ ຍຸດທະສາດການຢູ່ລອດຂອງມະນຸດນີແອນເດີທານ

 

ທີມງານນັກຄົ້ນຄວ້າເຊື່ອວ່າມະນຸດນີແອນເດີທານເລືອກເຫຍື່ອຂະໜາດໃຫຍ່ ເຊັ່ນ: ມ້າ ກວາງ ແລະ ອໍຣອກ (ງົວປ່າໂບຮານທີ່ສູນພັນໄປແລ້ວ) ໂດຍເນັ້ນເລາະເອົາກະດູກຊິ້ນຍາວທີ່ມີໄຂກະດູກສະສົມຢູ່ຫຼາຍທີ່ສຸດ ແລະ ໃຊ້ຄ້ອນຫີນທຸບກະດູກໃຫ້ເປັນຊິ້ນນ້ອຍໆ ກ່ອນນຳຊິ້ນສ່ວນກະດູກໄປຕົ້ມໃນພາຊະນະ (ຄາດວ່າເປັນຫນັງສັດຫຼືເປືອກໄມ້) ເປັນເວລາຫຼາຍຊົ່ວໂມງ ເມື່ອໄຂມັນລອຍຂຶ້ນມາເທິງໜ້ານ້ຳ ກໍຈະລໍຖ້າໃຫ້ເຢັນ ແລະ ຕັກອອກມາເກັບໄວ້

 

ການແປຮູບໄຂມັນແບບນີ້ສະແດງໃຫ້ເຫັນເຖິງການວາງແຜນ ການຈັດອົງການ ແລະ ຄວາມເຂົ້າໃຈດ້ານໂພຊະນາການຢ່າງເລິກເຊິ່ງ ເພາະໄຂມັນຖືເປັນແຫຼ່ງພະລັງງານສຳຄັນ ໂດຍສະເພາະໃນຊ່ວງລະດູໜາວທີ່ອາຫານຂາດແຄນ ແລະ ຍັງຊ່ວຍຫຼີກລ່ຽງພາວະ “ພິດໂປຣຕີນ” ທີ່ອາດເກີດຈາກການບໍລິໂພກຊີ້ນບໍ່ຕິດມັນຫຼາຍເກີນໄປ

 

ນອກຈາກນີ້ ການຂຸດຄົ້ນຍັງພົບຫຼັກຖານຂອງພືດເຜົາ ເຊັ່ນ: ລູກໂອກ ເຮເຊນັດ ແລະ ລູກພລັມສະໂລວ໌ ທີ່ອາດຖືກນຳມາໃຊ້ປຸງຮົດ “ນ້ຳແກງໄຂມັນ” ເພື່ອເພີ່ມລົດຊາດ ແລະ ຄຸນຄ່າທາງອາຫານ

 

 

ມະນຸດນີແອນເດີທານແມ່ນໃຜ?

 

ສຳລັບມະນຸດນີແອນເດີທານ (Neanderthal) ຫຼື ມີຊື່ທາງວິທະຍາສາດວ່າ Homo neanderthalensis ຄື ມະນຸດສາຍພັນໜຶ່ງທີ່ສູນພັນໄປແລ້ວ ແລະ ຖືເປັນພີ່ນ້ອງໃກ້ຊິດທີ່ສຸດຂອງມະນຸດຍຸກປັດຈຸບັນ (Homo sapiens) ພວກເຂົາມີຊີວິດຢູ່ໃນຊ່ວງກວ້າງຂອງທະວີບຢູໂຣບ ແລະ ອາຊີຕາເວັນຕົກ ຈົນກະທັ່ງສູນພັນໄປເມື່ອປະມານ 40,000 ປີກ່ອນ

 

ຮູບຮ່າງເຕີ້ຍ ແລະ ມີຮ່າງກາຍທີ່ແຂງແຮງ ມີກ້າມເນື້ອເປັນມັດ ເໝາະສົມກັບການໃຊ້ຊີວິດໃນສະພາບອາກາດໜາວເຢັນ ກະໂຫຼກຫົວທີ່ຍາວ ແລະ ສ່ວນຫຼັງຍື່ນອອກມາ ມີໂຫນກຄິ້ວທີ່ຫນາ ແລະ ເດັ່ນ ດັງສູງທີ່ກວ້າງ ແລະ ມີຂະໜາດສະໝອງໂດຍສະເລ່ຍໃຫຍ່ເທົ່າກັບ ຫຼື ໃຫຍ່ກວ່າມະນຸດປັດຈຸບັນ ມີກະດູກທີ່ຫນາ ແລະ ຂໍ້ຕໍ່ຂະໜາດໃຫຍ່ ທີ່ບົ່ງບອກເຖິງຄວາມແຂງແຮງທາງຮ່າງກາຍ ກ້າມເນື້ອອາດແຂງແຮງກວ່າມະນຸດຍຸກປັດຈຸບັນ (Homo sapiens)

 

ມະນຸດນີແອນເດີທານອາດມີປັນຍາຫຼາຍກວ່າທີ່ຄິດ

 

ສາດສະດາຈານ ວິລ ໂຣບູກສ໌ ຈາກມະຫາວິທະຍາໄລ Leiden ໜຶ່ງໃນຜູ້ຮ່ວມວິໄຈ ກ່າວວ່າ ການຄົ້ນພົບນີ້ຊ່ວຍລຶບພາບຈຳຜິດທີ່ວ່າມະນຸດນີແອນເດີທານເປັນເຜົ່າພັນທີ່ບໍ່ມີທັກສະ ຫຼື ເຊື່ອຍຊາ ແລະ ຢືນຢັນວ່າພວກເຂົາຄືເປັນ “ນັກວາງແຜນຊັ້ນຍອດ” ທີ່ມີຄວາມສາມາດໃນການຈັດການຊັບພະຍາກອນຢ່າງມີປະສິດທິພາບ

 

ລູໂດວິກ ສະລິມັກ ນັກໂບຮານຄະດີຈາກຝຣັ່ງທີ່ບໍ່ໄດ້ມີສ່ວນຮ່ວມໃນການວິໄຈ ກ່າວເສີມວ່າ ນີ້ຄືຫຼັກຖານທາງໂບຮານຄະດີທີ່ຊັດເຈນຄັ້ງທຳອິດວ່າ ມະນຸດນີແອນເດີທານບໍ່ພຽງແຕ່ເຫັນຄຸນຄ່າຂອງໄຂມັນໃນກະດູກ ແຕ່ຍັງພັດທະນາວິທີການສະເພາະໃນການສະກັດ ແລະ ໃຊ້ໄຂມັນຢ່າງມີລະບົບອີກດ້ວຍ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ