_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 July, 2025
ໝວດ: ຂ່າວ

ລັດຖະບານຍີ່ປຸ່ນກຽມສົ່ງອອກເຮືອພິຄາດມືສອງໃຫ້ແກ່ຟີລິບປິນ ເພື່ອຍົກລະດັບຕ້ານການຂະຫຍາຍອິດທິພົນທາງທະເລຂອງຈີນ ໃນຄວາມເຄື່ອນໄຫວທີ່ສະທ້ອນຄວາມພະຍາຍາມຂອງ 2 ປະເທດພັນທະມິດສະຫະລັດທີ່ຈະຮ່ວມກັນຮັບມືໄພຄຸກຄາມຈາກປັກກິ່ງ

 

ຫນັງສືພິມໂຍມິອິຣິຊິມບຸນລາຍງານໂດຍອ້າງແຫຼ່ງຂ່າວໃນລັດຖະບານທີ່ບໍ່ເປີດເຜີຍຊື່ວານນີ້ 6 ກໍລະກົດ ວ່າ ແຜນການສົ່ງອອກນີ້ກ່ຽວຂ້ອງກັບເຮືອພິຄາດຄຸ້ມກັນຊັ້ນອາບຸຄຸມະ (Abukuma) ຈຳນວນ 6 ລຳ ທີ່ປະຈຳການໃນກອງກຳລັງປ້ອງກັນຕົນເອງທາງທະເລຂອງຍີ່ປຸ່ນມາດົນກວ່າ 3 ທົດສະວັດແລ້ວ

 

ເກນ ນາກາທານິ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ແລະ ກິລເບີໂຕ ທີໂອໂດໂຣ ລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ ໄດ້ບັນລຸຂໍ້ຕົກລົງເລື່ອງການສົ່ງອອກເຮືອພິຄາດລະຫວ່າງພົບກັນທີ່ສິງຄະໂປເມື່ອເດືອນ ມິຖຸນາ ຕາມລາຍງານຂອງໂຍມິອຸຣິ ທີ່ເສີມວ່າກອງທັບຟີລິບປິນຈະເຮັດການກວດເຊັກສະພາບເຮືອໃນຊ່ວງລະດູຮ້ອນປີນີ້ເພື່ອກຽມການໃນຂັ້ນສຸດທ້າຍ

 

ກອງທັບເຮືອຟີລິບປິນຖະແຫຼງເມື່ອວັນອາທິດ (ວັນທີ6) ວ່າ ຄະນະຜູ້ຊ່ຽວຊານທາງເຮືອຈາກຟີລິບປິນຈະເຮັດການກວດປະເມີນສະພາບເຮືອເຫຼົ່ານີ້ໃນເຊິງເລິກ ຫຼັງຈາກໄດ້ຮັບຄຳເຊີນຢ່າງເປັນທາງການຈາກກະຊວງປ້ອງກັນປະເທດຂອງຍີ່ປຸ່ນ

 

“ຜົນການກວດສອບຈະຖືກນຳໄປປະກອບການພິຈາລະນາເພີ່ມເຕີມກ່ຽວກັບການຈັດຊື້ ແລະ ຄວາມສອດຄ່ອງກັບແຜນການປັບປຸງກອງທັບເຮືອຟີລິບປິນ” ກອງທັບເຮືອຟີລິບປິນລະບຸ ພ້ອມເສີມວ່າຄວາມຄິດລິເລີ່ມນີ້ສະທ້ອນໃຫ້ເຫັນເຖິງຄວາມເປັນຫຸ້ນສ່ວນເຊິງຍຸດທະສາດທີ່ເລິກເຊິ່ງຍິ່ງກວ່າເກົ່າລະຫວ່າງຟີລິບປິນກັບຍີ່ປຸ່ນ

 

ໂຄສົກກະຊວງປ້ອງກັນປະເທດຍີ່ປຸ່ນປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບລາຍງານຂອງໂຍມິອຸຣິ ຂະນະທີ່ກະຊວງຕ່າງປະເທດຈີນກໍຍັງບໍ່ຕອບກັບການຂໍຄວາມເຫັນຂອງຣອຍເຕີ

 

ໂຕກຽວ ແລະ ມະນິລາລະບຸຕົງກັນວ່າ ພວກເຂົາກຳລັງພົບກັບຄວາມທ້າທາຍຈາກການກະທຳທີ່ແຂງກ້າວຫຼາຍຂຶ້ນຂອງຈີນໃນນ່ານນ້ຳຕ່າງໆ ລວມທັງທະເລຈີນໃຕ້ສຳລັບຟີລິບປິນ ແລະ ທະເລຈີນຕາເວັນອອກສຳລັບຍີ່ປຸ່ນ

 

ຄວາມຮ່ວມມືທາງທະຫານທະວິພາຄີລະຫວ່າງຍີ່ປຸ່ນກັບຟີລິບປິນຍັງລວມທັງການຝຶກຊ້ອມຮ່ວມ ແພັກເກດຄວາມຊ່ວຍເຫຼືອດ້ານເຣດາຈາກຍີ່ປຸ່ນ ແລະ ການເຈລະຈາເຊິງຍຸດທະສາດລະດັບສູງ

 

ປີທີ່ຜ່ານມາ ຟີລິບປິນ ແລະ ຍີ່ປຸ່ນໄດ້ລົງນາມຂໍ້ຕົກລົງການເຂົ້າເຖິງແບບຕ່າງຕອບແທນ ທີ່ຖືເປັນຄັ້ງທຳອິດສຳລັບຍີ່ປຸ່ນໃນເອເຊຍ ໂດຍຈະອະນຸຍາດໃຫ້ທັງ 2 ຝ່າຍສົ່ງກອງກຳລັງເຂົ້າໄປຍັງດິນແດນຂອງກັນແລະກັນໄດ້

 

ເພື່ອກຳຈັດອຸປະສັກໃນການສົ່ງອອກເຮືອພິຄາດພາຍໃຕ້ລັດຖະທຳມະນູນສັນຕິພາບຂອງຍີ່ປຸ່ນ ໂຕກຽວຈະຖືວ່າການຕິດຕັ້ງອຸປະກອນ ແລະ ລະບົບສື່ສານທີ່ມະນິລາຮ້ອງຂໍເປັນໂຄງການພັດທະນາຮ່ວມກັນ ຕາມລາຍງານຂອງຫນັງສືພິມໂຍມິອຸຣິ

 

ສຳລັບເຮືອພິຄາດຄຸ້ມກັນຊັ້ນອາບູຄຸມະທີ່ຖືເປັນເຮືອພິຄາດຂະໜາດນ້ອຍ ທີ່ມີລະວາງຂັບນ້ຳມາດຕະຖານ 2,000 ໂຕນ ປະຕິບັດການໂດຍລູກເຮືອປະມານ 120 ຄົນ ແລະ ມີການຕິດຕັ້ງຂີປະນາວຸດຕ້ານເຮືອດຳນ້ຳ ຂີປະນາວຸດຕ້ານເຮືອ ທໍ່ຕໍຣະປິໂດ ແລະ ປືນ ຕາມຂໍ້ມູນຈາກເວັບໄຊຂອງກອງກຳລັງປ້ອງກັນຕົນເອງທາງທະເລຍີ່ປຸ່ນ

 

ທັງນີ້ ກອງທັບເຮືອຟີລິບປິນຍັງບໍ່ມີເຮືອພິຄາດປະຈຳການ ມີພຽງເຮືອຟິຣິເກດ ແລະ ເຮືອຄໍເວດທີ່ໂດຍທົ່ວໄປຈະມີຂະໜາດນ້ອຍ ແລະ ຕິດຕັ້ງພຽງອາວຸດເບົາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ