_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 July, 2025
ໝວດ: ຂ່າວ

ທີ່ໄຕ້ຫວັນ ມີລາຍງານຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບກວ່າ 300 ຄົນ ຈາກເຫດພາຍຸ “ດານັສ” ຖະລົ່ມເມື່ອວັນທີ່ 6-7 ກໍລະກົດ

 

ວັນທີ່ 7 ກໍລະກົດ ຄົວເຮືອນເກືອບ 400,000 ຫຼັງຄາເຮືອນໃນໄຕ້ຫວັນບໍ່ມີໄຟຟ້າໃຊ້ ຫຼັງຈາກພາຍຸໄຕ້ຝຸ່ນ “ດານັສ” ພັດຖະລົ່ມຕາຝັ່ງທາງຕາເວັນຕົກສຽງໃຕ້ຂອງເກາະ ລວມທັງຄ່າຊີວິດຜູ້ຄົນໄປຢ່າງໜ້ອຍ 2 ຄົນ ແລະ ມີຜູ້ບາດເຈັບອີກ ຫຼາຍກວ່າ 300 ຄົນ

 

ສຳນັກງານອຸຕຸນິຍົມວິທະຍາກາງຂອງໄຕ້ຫວັນລາຍງານວ່າ ພາຍຸໄຕ້ຝຸ່ນດານັສພັດຂຶ້ນຝັ່ງໃນເຂດເຈຍອີ້ມື້ຄືນວັນທີ່ 6 ກໍລະກົດ ດ້ວຍຄວາມຮຸນແຮງທຽບເທົ່າເຮີລິເຄນລະດັບ 1 ພາຍຸນີ້ເຄື່ອນຕົວອອກຈາກຕາຝັ່ງໃນຊ່ວງເຊົ້າຂອງວັນທີ່ 7 ກໍລະກົດ ວັນຈັນ ແລະ ກຳລັງເຂົ້າໃກ້ຈີນແຜ່ນດິນໃຫຍ່ໂດຍອ່ອນກຳລັງລົງເປັນພາຍຸໂຊນຮ້ອນ

 

ຄວາມເສຍຫາຍໃນໄຕ້ຫວັນຈາກພາຍຸດານັສ

 

ຕາມລາຍງານ ໃນຊ່ວງບ່າຍວັນທີ່ 7 ກໍລະກົດ ຄົວເຮືອນເກືອບ 400,000 ຫຼັງຄາເຮືອນທົ່ວເກາະບໍ່ມີໄຟຟ້າໃຊ້ ໂຮງຮຽນ ແລະ ທຸລະກິດໃນເມືອງ ຫຼາຍສິບແຫ່ງຕ້ອງປະກາດປິດບໍລິການຊົ່ວຄາວ

 

ໄຕ້ຝຸ່ນລະດູຮ້ອນເປັນເລື່ອງປົກກະຕິໃນໄຕ້ຫວັນ ແຕ່ໂດຍປົກກະຕິຈະພັດຂຶ້ນຝັ່ງເທິງຕາຝັ່ງຕາເວັນອອກຂອງເກາະທີ່ເປັນພູເຂົາ ແລະ ມີປະຊາກອນເບົາບາງ ສຳນັກງານອຸຕຸນິຍົມວິທະຍາກາງໄຕ້ຫວັນກ່າວວ່າ ພາຍຸດານັສເປັນພາຍຸໄຕ້ຝຸ່ນລູກທຳອິດທີ່ພັດຂຶ້ນຝັ່ງໃນເຂດເຈຍອີ້ ນັບຕັ້ງແຕ່ຫນ່ວຍງານເລີ່ມບັນທຶກຂໍ້ມູນພາຍຸໄຕ້ຝຸ່ນຢ່າງລະອຽດຕັ້ງແຕ່ປີ 1958

 

ປະທານາທິບໍດີໄຕ້ຫວັນ ໄລ່ ຊິງເຕີ ໂພສຂຶ້ນໂຊຊຽວມີເດຍວ່າ ພາຍຸໄຕ້ຝຸ່ນລູກນີ້ເຄື່ອນຕົວຕາມເສັ້ນທາງທີ່ບໍ່ຄ່ອຍເກີດຂຶ້ນປານໃດ “ທັງໄຕ້ຫວັນໄດ້ຮັບຜົນກະທົບຈາກລົມແລະຝົນຢ່າງຕໍ່ເນື່ອງ”

 

ຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນ 2 ຄົນເກີດຂຶ້ນໃນໄຖຫນານ ເມືອງທີ່ເກົ່າແກ່ທີ່ສຸດຂອງເກາະ ແລະ ເປັນອະດີດເມືອງຫຼວງ ໂດຍຊາຍ ອາຍຸ 60 ປີເສຍຊີວິດ ຫຼັງຈາກພາຍຸໄຕ້ຝຸ່ນເຮັດໃຫ້ໄຟຟ້າດັບຈົນເຄື່ອງຊ່ວຍຫາຍໃຈດັບ ແລະ ອີກຄົນເປັນຊາຍອາຍຸ 69 ປີຖືກຕົ້ນໄມ້ລົ້ມທັບເສຍຊີວິດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ