_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 July, 2025
ໝວດ: ຂ່າວ

ປະທານາທິບໍດີໂດນັລດ໌ ທຣັມ ແຫ່ງສະຫະລັດ ໂພສຂໍ້ຄວາມຜ່ານທູດໂຊເຊຍລ໌ (Truth Social) ເມື່ອຄ່ຳວັນອາທິດ (6 ກໍລະກົດ)

 

ລະບຸວ່າ ສະຫະລັດຈະເລີ່ມສົ່ງຈົດໝາຍແຈ້ງການເກັບພາສີອາກອນໄປຍັງປະເທດຕ່າງໆ ທົ່ວໂລກ ຕັ້ງແຕ່ເວລາ 12.00 ນ. ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາຝັ່ງຕາເວັນອອກ (ຕົງກັບເວລາຈະເລີ່ມສົ່ງຈົດໝາຍແຈ້ງການເກັບພາສີອາກອນໄປຍັງປະເທດຕ່າງໆ ທົ່ວໂລກ ຕັ້ງແຕ່ເວລາ  23:00 ຂອງມື້ນີ້ ຕາມເວລາປະເທດລາວ)

 

“ຂ້ອຍມີຄວາມຍິນດີທີ່ຈະປະກາດວ່າ ຈົດໝາຍແຈ້ງພາສີຂອງສະຫະລັດອາເມລິກາ ແລະ ຫຼື ຂໍ້ຕົກລົງກັບນານາປະເທດຈາກທົ່ວໂລກ ຈະເລີ່ມຖືກຈັດສົ່ງຕັ້ງແຕ່ເວລາ 12.00 ນ. (ຕາມເວລາຝັ່ງຕາເວັນອອກ) ຂອງວັນຈັນທີ່ 7 ກໍລະກົດ ຂໍຂອບໃຈທຸກທ່ານທີ່ໃຫ້ຄວາມສົນໃຈໃນເລື່ອງນີ້!” ທຣັມປະບຸໃນໂພສ

 

ຢ່າງໃດກໍຕາມ ກ່ອນໜ້ານີ້ໂດນັລດ໌ ທຣັມ ປະກາດວ່າ ຈະເກັບພາສີເພີ່ມເຕີມໃນອັດຕາ 10% ຕໍ່ປະເທດໃດກໍຕາມທີ່ດຳເນີນນະໂຍບາຍສອດຄ່ອງກັບກຸ່ມ BRICS ໂດຍລະບຸວ່າເປັນນະໂຍບາຍຕ້ານອາເມລິກາ

 

ທັງນີ້ ທຣັມໂພສຂໍ້ຄວາມ ລະບຸວ່າ ປະເທດໃດກໍຕາມທີ່ຄ້ອຍຕາມນະໂຍບາຍຕ້ານອາເມລິກາຂອງ BRICS ຈະຖືກເກັບພາສີເພີ່ມເຕີມ 10% ໂດຍຈະບໍ່ມີຂໍ້ຍົກເວັ້ນສຳລັບນະໂຍບາຍນີ້ ຂອບໃຈທີ່ໃຫ້ຄວາມສົນໃຈໃນເລື່ອງນີ້

 

ໂດຍທຣັມບໍ່ໄດ້ຂະຫຍາຍຄວາມຫຼືໃຫ້ຄຳຈຳກັດຄວາມທີ່ຊັດເຈນວ່ານະໂຍບາຍຕ້ານອາເມລິກາທີ່ອ້າງເຖິງໃນໂພສນັ້ນໝາຍເຖິງຫຍັງ

 

ສຳລັບກຸ່ມ BRICS ກໍ່ຕັ້ງຂຶ້ນຄັ້ງທຳອິດໃນປີ 2009 ໂດຍມີສະມາຊິກຮຸ່ນທຳອິດຄື: ບຣາຊິລ, ຣັດເຊຍ, ອິນເດຍ ແລະ ຈີນ

 

ກ່ອນທີ່ຈະເພີ່ມແອຟຣິກາໃຕ້ເຂົ້າມາໃນພາຍຫຼັງ ແລະ ຫຼ້າສຸດເມື່ອປີທີ່ຜ່ານມາ ກຸ່ມ BRICS ໄດ້ຂະຫຍາຍສະມາຊິກພາບໂດຍລວມທັງ  ອີຢິບ, ເອທິໂອເປຍ, ອິນໂດເນເຊຍ, ອິຣ່ານ, ຊາອຸດີອາຣາເບຍ ແລະ ສະຫະລັດອາຫຣັບເອມິເຣດສ໌

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ