_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 July, 2025

ກອງກຳລັງປ້ອງກັນຕົນເອງອິສຣາເອນ (IDF) ຫຼື ກອງທັບອິສຣາເອນ ອອກມາລະບຸວ່າ ໂຈມຕີໃສ່ກຸ່ມກະບົດຮູຕີໃນດິນແດນເຢເມນ ເມື່ອກາງເດິກທີ່ຜ່ານມາຈົນເຖິງຊ່ວງເຊົ້າມື້ນີ້ (7 ກໍລະກົດ) ຕາມເວລາທ້ອງຖິ່ນ ໂດຍນັບເປັນການໂຈມຕີໃສ່ກຸ່ມກະບົດຮູຕີ ເປັນຄັ້ງທຳອິດຂອງອິສຣາເອນ ນັບຕັ້ງແຕ່ທີ່ບັນລຸຂໍ້ຕົກລົງຢຸດຍິງກັບອີຣ່ານ

 

ກອງທັບອິສຣາເອນ ລະບຸວ່າ ກ່ອນຫນ້ານີ້ ຮູຕີຍິງຂີປະນາວຸດໃສ່ດິນແດນອິສຣາເອນ ຢ່າງຫນ້ອຍ 3 ລູກ ນັບຕັ້ງແຕ່ທີ່ອິສຣາເອນຢຸດຍິງກັບອີຣ່ານ ໂດຍໜຶ່ງໃນນັ້ນຖືກຍິງສະກັດເອົາໄວ້ໄດ້ເມື່ອວັນເສົາ (5 ກໍລະກົດ) ທີ່ຜ່ານມາ

 

ສ່ວນເປົ້າຫມາຍການໂຈມຕີຂອງກອງທັບອິສຣາເອນ ຄື ເມືອງສຳຄັນໃນເຢເມນ ແລະ ໂຮງງານໄຟຟ້າທີ່ຢູ່ໃກ້ກັບທະເລແດງ ລວມເຖິງເຮືອບັນທຸກສິນຄ້າ “ແກແລັກຊີ່ ລີດເດີ”

 

ທີ່ຖືກກຸ່ມກະບົດຮູຕີ ຍຶດເອົາໄວ້ຕັ້ງແຕ່ເມື່ອເດືອນພະຈິກ ປີ 2023 ໂດຍອິສຣາເອນໃຫ້ເຫດຜົນໃນການໂຈມຕີວ່າ ຮູຕີ ໃຊ້ປະໂຫຍດຈາກການຕິດຕັ້ງລະບົບເຣດາເອົາໄວ້ເທິງເຮືອລຳດັ່ງກ່າວ ເພື່ອຕິດຕາມເສັ້ນທາງເດີນເຮືອນາໆຊາດ ຊຶ່ງຈະຊ່ວຍໃຫ້ງ່າຍໃນປະຕິບັດການກໍ່ການຮ້າຍ

 

ອິສຣາເອນ ແຄັດຊ໌ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາເອນ ລະບຸວ່າ ປະຕິບັດການໂຈມຕີກຸ່ມກະບົດຮູຕີໃນເຢເມນຄັ້ງນີ້ ຢູ່ພາຍໃຕ້ປະຕິບັດການໃໝ່ທີ່ມີຊື່ວ່າ “ແບລັກ ແຟລັກ” ຫຼື ປະຕິບັດການທຸງດຳ ພ້ອມກັບລະບຸວ່າ ຮູຕີຈະຕ້ອງຊົດໃຊ້ຕໍ່ການກະທຳຂອງພວກເຂົາ ແລະ ເຕືອນອີກດ້ວຍວ່າ ຈະຍົກລະດັບການໂຈມຕີຂຶ້ນອີກຫາກຮູຕີຍັງຄົງໂຈມຕີໃສ່ອິສຣາເອນຕໍ່

 

ສ່ວນດ້ານກຸ່ມກະບົດຮູຕີ ກໍອອກມາຍອມຮັບເລື່ອງທີ່ຖືກກອງທັບອິສຣາເອນໂຈມຕີ ແຕ່ກໍຍືນຢັນວ່າ ລະບົບຕໍ່ຕ້ານອາກາດຍານຂອງເຢເມນ ສາມາດຮັບມືການໂຈມຕີຂອງອິສຣາເອນໄດ້ຢ່າງມີປະສິດຕິພາບ ແລະ ຍັງບໍ່ມີການສູນເສຍເກີດຂຶ້ນຈາກການໂຈມຕີຂອງອິສຣາເອນ

 

ຂະນະທີ່ຕົວແທນຝ່າຍການເມືອງຂອງກຸ່ມຮູຕີ ກໍອອກມາປະນາມການໂຈມຕີຂອງອິສຣາເອນ ທີ່ມຸ່ງເປົ້າໄປຍັງທ່າເຮືອສຳຄັນ ແລະ ໂຮງໄຟຟ້າ ລວມເຖິງລະບົບໂຄງສ້າງພື້ນຖານອື່ນໆ ຂອງພົນລະເຮືອນ ແຕ່ທາງອິສຣາເອນກໍໂຕ້ວ່າ ກ່ອນຫນ້າທີ່ຈະໂຈມຕີ ພວກເຂົາມີການປະກາດເຕືອນໃຫ້ປະຊາຊົນອົບພະຍົບອອກຈາກພື້ນທີ່ທີ່ຈະໂຈມຕີທັງຫມົດແລ້ວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ