_cover - 2025-07-08T085401.756
ປກສ ແຂວງບໍ່ແກ້ວ ຈັບຕົວ ຊາຍ 2 ຄົນ ໃຊ້ລົດເມຂົນຢາເສບຕິດ 277 ມັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 8 July, 2025
ໝວດ: ຂ່າວ

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ລາຍງານວ່າ: ໃນຄັ້ງວັນທີ່ 03 ກໍລະກົດ 2025,

ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າທຸງໄດ້ເຮັດວຽກປົກກະຕິ, ຮອດເວລາ ປະມານ 13 ໂມງ, ໄດ້ກວດກາລົດເມ, ສີຂາວ ປ້າຍທະບຽນ ກກ 0513 ອຸດົມໄຊ, ແລ່ນມາແຕ່ທາງຫ້ວຍຊາຍ ຈະໄປ ແຂວງອຸດົມໄຊ. ມີຜູ້ຂັບຂີ່ມານຳລົດ ຈຳນວນ 02 ຄົນຄື:

 

 

  1. ທ້າວ ນະມີໄຊ ຈະເບ້ຍນີ ອາຍຸ 28 ປີ, ອາຊີບ ຂັບລົດ, ເຊື້ອຊາດ – ສັນຊາດ ລາວ, ຢູ່ ບ້ານ ກູໜຶ່ງ, ເມືອງ ນາໝໍ້, ແຂວງ ອຸດົມໄຊ.
  2. ທ້າວ ບີຊົງ ຈົ່ງລື ອາຍຸ 23 ປີ, ອາຊີບ ຂັບລົດ, ເຊື້ອຊາດ- ສັນຊາດ ລາວ, ຢູ່ ບ້ານ ຢ້າວໃຫຍ່, ເມືອງ ໄຊ, ແຂວງ ອຸດົມໄຊ.

 

 

ຜ່ານການກວດກາແມ່ນພົບເຫັນລົດມີການດັດແປງສະພາບສຸກເຊື່ອງຢາເສບຕິດຈຶ່ງໄດ້ກັກຜູ້ຂັບຂີ່ທັງ 02 ຄົນ ພ້ອມທັງເອົາລົດຄັນດັ່ງກ່າວມາກວດຄົ້ນຢູ່ກອງບັນຊາການ, ຜ່ານການກວດຄົ້ນແມ່ນພົບເຫັນ ຢາບ້າ ຈໍານວນ277 ມັດ, ເທົ່າກັບ 554,000 ເມັດ, ນ້ຳໜັກ 55,4 ກິໂລກຣາມ,

 

 

ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ສົມທົບອຳນາດການປົກຄອງບ້ານທຳການກວດຄົ້ນເຄຫະສະຖານ ບ່ອນທີ່ພວກກ່ຽວມາພັກເຊົາ ຢູ່ບ້ານ ນໍ້າຄຳ, ເມືອງຫ້ວຍຊາຍ,ແຂວງບໍ່ແກ້ວ, ຜ່ານການກວດ (ສາງ ແລະ ເຮືອນ) ແມ່ນບໍ່ພົບສິ່ງຜິດກົດໝາຍແຕ່ຢ່າງໃດ, ເຄື່ອງຂອງກາງ ແລະ ເຄື່ອງຕິດຕົວທີ່ຢຶດໄດ້ມີຄື:

 

  1. ຢາບ້າ ຈໍານວນ 277 ມັດ ເທົ່າກັບ 554,000 ເມັດ, ນ້ຳໜັກ 55,4 ກິໂລກຣາມ.
  2. ໂທລະສັບມືຖື ຈຳນວນ 02 ໜ່ວຍ.
  3. ລົດເມສີຂາວ ຈຳນວນ 01 ຄັນ ທະບຽນ ກກ 0513 ອຸດົມໄຊ.

ປະຈຸບັນ ທາງເຈົ້າໜ້າທີ່ວິຊາສະເພາະພວມດຳເນີນການສືບສວນ-ສອບສວນ.

 

 

ທີ່ມາ: ປກສ ແຂວງບໍ່ແກ້ວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ