
“ຂອງຫວານ” ຢ່າງໜຶ່ງຊ່ວຍຫຼຸດນ້ຳໜັກໄດ້! “ບໍ່ຕ້ອງອອກກຳລັງກາຍຫຼືອົດອາຫານ” ກິນພຽງມື້ລະຖ້ວຍ ກໍຊ່ວຍເຜົາຜານໄຂມັນ
ນາຍແພດຊຽວ ຈ້ຽນຈ້ຽນ ຜູ້ຊ່ຽວຊານດ້ານການຫຼຸດນ້ຳໜັກ ຄົນໄຕ້ຫວັນ ເປີດເຜີຍວ່າ ເມື່ອແບັກທີເຣຍຊະນິດ “ໄຟມິຄິວຕສ໌” ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກທີ່ເກີດຈາກການຫມັກອາຫານທີ່ມີໄຟເບີສູງ ແລະ ແປ້ງດື້ ຈະຊ່ວຍຫຼຸດໄຂມັນໃນຕັບແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ຜົນລັບຄ້າຍກັບການກິນອາຫານຄາບໂບໄຮເດຣຕຕ່ຳ
ລາວແນະນຳໃຫ້ກິນ “ຖົ່ວຂຽວຕົ້ມ” ເພາະອຸດົມໄປດ້ວຍແປ້ງດື້ ແລະ ເບຕ້າ-ກລູແຄນ ຊຶ່ງຊ່ວຍສົ່ງເສີມການເຜົາຜານໄຂມັນຕາມທຳມະຊາດ
“ທີ່ດີຍິ່ງກວ່ານັ້ນຄື ເຮົາບໍ່ຕ້ອງທໍລະມານກັບການງົດແປ້ງແບບສຸດໂຕ່ງ ພຽງແຕ່ປ່ຽນປະເພດຂອງອາຫານຫຼັກ ກໍສາມາດເປີດສະວິຊການເຜົາຜານໄຂມັນໃນຮ່າງກາຍໄດ້ຢ່າງງ່າຍດາຍ” ທ່ານໝໍກ່າວ
ໝໍຊຽວ ຈ້ຽນຈ້ຽນ ອະທິບາຍຜ່ານເຟດບຸກແຟນເພດວ່າ ຈາກງານວິໄຈໃໝ່ຫຼ້າສຸດໃນວາລະສານ Cell Metabolism ພົບວ່າ ເມື່ອແບັກທີເຣັຍຊະນິດ Bacteroides ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກ (Acetate) ຊຶ່ງເກີດຈາກການຫມັກຂອງອາຫານທີ່ມີໃຍອາຫານສູງ ແລະ ແປ້ງດື້ ຈະຊ່ວຍລົດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ໂດຍໃຫ້ຜົນຄ້າຍກັບການຄວບຄຸມອາຫານແບບຄີໂຕຫຼືໂລວ໌ຄາບ (ກິນແປ້ງໜ້ອຍ)
“ເມື່ອເຮົາກິນກ້ວຍດິບ ມັນເທດທີ່ຕົ້ມແລ້ວແຊ່ເຢັນ ຂ້າວໂອ໊ດ ຫຼື ອາຫານທີ່ອຸດົມດ້ວຍແປ້ງດື້ ແລະ ເບຕ້າ-ກລູແຄນ ພວກມັນຈະຄ່ອຍໆຫມັກຕົວຢ່າງມິດໆໃນລຳໄສ້ ແລ້ວສ້າງກົດອະຊີຕິກອອກມາ ຊຶ່ງຈະຊ່ວຍກະຕຸ້ນໃຫ້ແບັກທີເຣຍ Bacteroides ເພີ່ມຈຳນວນຢ່າງຫຼວງຫຼາຍ”
ໝໍອະທິບາຍເພີ່ມເຕີມວ່າ ແບັກທີເຣຍ Bacteroides ເຫຼົ່ານີ້ແມ່ນຈະມີຂະນາດນ້ອຍ ແຕ່ຊົງພະລັງຄືກັບ “ພະນັກງານທຳຄວາມສະອາດທີ່ຫິວໂຫຍ” ຊຶ່ງຈະຮີບກຳຈັດນ້ຳຕານສ່ວນເກີນໃນລຳໄສ້ອອກໄປຢ່າງໄວ ເຮັດໃຫ້ຮ່າງກາຍຈຳເປັນຕ້ອງຫັນມາເຜົາຜານໄຂມັນທີ່ສະສົມໄວ້ດົນແທນ
ຫາກຕ້ອງການໃຫ້ກົດອະຊີຕິກເດີນທາງໄປເຖິງລຳໄສ້ໃຫຍ່ໄດ້ຢ່າງມີປະສິດທິພາບ ເຄັດລັບຢູ່ທີ່ການເລືອກໄຟເບີທີ່ຍ່ອຍຊ້າ ເຊັ່ນ: ຖົ່ວຂຽວ, ຖົ່ວແດງ, ກ້ວຍດິບ ຊຶ່ງອຸດົມໄປດ້ວຍແປ້ງດື້ ແລະ ຫາກນຳມັນເທດໄປອົບແລ້ວແຊ່ເຢັນຂ້າມຄືນ ຈະຊ່ວຍເພີ່ມປະລິມານແປ້ງດື້ໄດ້ຢ່າງຫຼວງຫຼາຍອີກດ້ວຍ
ໝໍຊຽວ ຈ້ຽນຈ້ຽນກ່າວຕໍ່ວ່າ ນອກຈາກແປ້ງດື້ແລ້ວ ຍັງສາມາດຮັບສານເບຕ້າ-ກລູແຄນໄດ້ງ່າຍໆ ເຊັ່ນ: ພຽງແຊ່ຂ້າວໂອ໊ດໃນນ້ຳໄວ້ຂ້າມຄືນ ກໍສາມາດນຳມາຮັບປະທານໃນເຊົ້າວັນຖັດໄປໄດ້ເລີຍ
ນອກຈາກນີ້ ຜັກທຳມະດາຢ່າງໜຶ່ງເຊັ່ນໜໍ່ໄມ້ຝຣັ່ງ ຫົວຫອມ ແລະ ກະທຽມ ກໍອຸດົມໄປດ້ວຍ ໂອລິໂກຟຣຸກໂຕສ (FOS) ຊຶ່ງເປັນໃຍອາຫານຊະນິດດີ ພຽງແຕ່ຜັດເບົາໆ ກໍຍັງຄົງຮັກສາຄຸນຄ່າທາງໂພຊະນາການໄວ້ໄດ້
ໝໍຍັງເຕືອນວ່າ ຫາກຄິດຈະດື່ມນ້ຳສົ້ມສາຍຊູເພື່ອເພີ່ມກົດອະຊີຕິກນັ້ນບໍ່ໄດ້ຜົນ ເພາະກົດຈະຖືກດູດຊຶມໄປໝົດຕັ້ງແຕ່ລຳໄສ້ນ້ອຍ ເຮັດໃຫ້ລຳໄສ້ໃຫຍ່ບໍ່ເຫຼືອເຊື້ອເພີງໄວ້ໃຊ້ເລີຍ
ໝໍເສີມວ່າ ແມ່ນແບັກທີເຣຍ Bacteroides ຈະເປັນຈຸລິນຊີ ທີ່ມີຢູ່ຕາມທຳມະຊາດໃນລຳໄສ້ຂອງທຸກຄົນ ແຕ່ກັບຖືກທຳຮ້າຍຈາກອາຫານສະໄໝໃໝ່ ຫາກຕ້ອງການໃຫ້ແບັກທີເຣຍເຫຼົ່ານີ້ກາຍເປັນພັນທະມິດໃນການເຜົາຜານໄຂມັນ ຄວນປະຕິບັດດັ່ງນີ້
- ທານອາຫານສີຮຸ້ງເທິງຈານ — ໝາກໄມ້ ແລະ ຜັກສີເຂັ້ມ ເຊັ່ນ: ບລູເບີຣີ ແລະ ກະຫຼ່ຳປີສີມ່ວງ ຊ່ວຍກະຕຸ້ນການຈະເລີນເຕີບໂຕຂອງ Bacteroides
- ເວັ້ນຊ່ວງອົດອາຫານ 14 ຊົ່ວໂມງ — ເປັນວິທີທີ່ອ່ອນໂຍນກວ່າການອົດອາຫານແບບ 16/8 ໂດຍຢຸດກິນຕັ້ງແຕ່ 20:00 ຈົນເຖິງ 10 ໂມງເຊົ້າ ຊ່ວງອົດອາຫານ 14 ຊົ່ວໂມງນີ້ຊ່ວຍໃຫ້ລະບົບເຜົາຜານເຮັດວຽກໄດ້ດີໂດຍບໍ່ເຄັ່ງຄຽດເກີນໄປ
- ຫລີກເວັ້ນ “ຂ້າຕະກອນຈຸລິນທຣີຍ໌” — ນ້ຳຕານຂາດຂາວ, ມາກາຣີນ, ຄຣີມທຽມມັງສະວິຣັດ ລ້ວນສົ່ງຜົນໃຫ້ຈຳນວນ Bacteroides ຫຼຸດລົງເຄິ່ງໜຶ່ງ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














