_cover - 2025-07-08T144208.219
ຍອດຜູ້ເສຍຊີວິດເຫດການນ້ຳຖ້ວມລັດເທັກຊັສ ສູງເຖິງ 100 ຄົນແລ້ວ ແລະ ຍັງມີຜູ້ສູນຫາຍອີກຈຳນວນໜຶ່ງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 8 July, 2025

ຜູ້ເສຍຊີວິດຈາກເຫດນ້ຳຖ້ວມກະທັນຫັນໃນລັດເທັກຊັສຂອງສະຫະລັດ ເພີ່ມຂຶ້ນເປັນຫຼາຍກວ່າ 100 ຄົນແລ້ວ ທ່າມກາງຄວາມຫວັງພົບຜູ້ລອດຊີວິດທີ່ນ້ອຍລົງ

 

ຍອດຜູ້ເສຍຊີວິດຈາກອຸທົກກະໄພກະໃນລັດເທັກຊັສຂອງສະຫະລັດ ຕັ້ງແຕ່ເມື່ອວັນທີ່ 4 ກໍລະກົດ ທີ່ຜ່ານມາ ສູງຂຶ້ນເປັນກວ່າ 100 ຄົນແລ້ວ ແລະ ຍັງມີຜູ້ສູນຫາຍອີກຈຳນວນໜຶ່ງ

 

ທີມຄົ້ນຫາ ແລະ ກູ້ໄພກຳລັງລຸຍຜ່ານຂອບຝັ່ງແມ່ນ້ຳທີ່ເຕັມໄປດ້ວຍກອງຂີ້ຕົມທັບ ຂະນະທີ່ຝົນ ແລະ ພາຍຸຝົນຟ້າຄະນອງຍັງຄົງເກີດຂຶ້ນ ແຕ່ຄວາມຫວັງທີ່ຈະພົບຜູ້ລອດຊີວິດເພີ່ມເຕີມໜ້ອຍລົງ

 

“ຄ່າຍມິສຕິກແຄມປ໌” ຄ່າຍລະດູຮ້ອນສຳລັບເດັກຍິງຄຣິສຕຽນຢືນຢັນວ່າ ມີເດັກຍິງແລະເຈົ້າໜ້າທີ່ຢ່າງໜ້ອຍ 27 ຄົນລວມຢູ່ໃນກຸ່ມຜູ້ເສຍຊີວິດ ສ່ວນເດັກຍິງອີກ 10 ຄົນ ແລະ ທີ່ປຶກສາຄ່າຍຍັງຄົງສູນຫາຍ

 

 

ໃນບັນດາຜູ້ເສຍຊີວິດ ສາມາດຢືນຢັນຕົວຕົນໄດ້ແລ້ວ 84 ຄົນ ເປັນຜູ້ໃຫຍ່ 56 ຄົນ ແລະ ເດັກ 28 ຄົນ ແຕ່ຍັງບໍ່ມີການລະບຸຕົວຕົນຂອງຜູ້ໃຫຍ່ 22 ຄົນ ແລະ ເດັກ 10 ຄົນໄດ້

 

ຜູ້ເສຍຊີວິດສ່ວນໃຫຍ່ຢູ່ໃນມົນທົນເຄີເຄົາທີ (Kerr County) ຫຼັງແມ່ນ້ຳກົວດາລູເປເອ່ລົ້ນໄຫລທ່ວມຈາກຝົນທີ່ຕົກໜັກກ່ອນເຊົ້າຂອງວັນທີ່ 4 ກໍລະກົດ.

 

ແຄມປ໌ມິສຕິກລະບຸໃນຖະແຫຼງການເມື່ອວັນທີ່ 7 ກໍລະກົດ. ວ່າ “ພວກເຮົາຮູ້ສຶກເສຍໃຈກັບຄອບຄົວທີ່ຕ້ອງປະສົບກັບເຫດການທີ່ໂສກເສົ້າທີ່ບໍ່ອາດຈິນຕະນາການໄດ້ນີ້”

 

ຂະນະທີ່ ຣິຊາດ ອີສແລນດ໌ ອາຍຸ 70 ປີ ຜູ້ອຳນວຍການແຄມປ໌ມິສຕິກ ເສຍຊີວິດຂະນະພະຍາຍາມຊ່ວຍຊີວິດເດັກນ້ອຍ

 

ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດສະຫະລັດ (NWS) ຄາດການທີ່ຈະມີພາຍຸຝົນຟ້າຄະນອງເຄື່ອນຕົວຊ້າໆ ໃນພື້ນທີ່ລັດເທັກຊັສຫຼາຍຂຶ້ນ ຊຶ່ງອາດເຮັດໃຫ້ເກີດນ້ຳທ່ວມກະທັນຫັນໃນພື້ນທີ່ນີ້ຫຼາຍຂຶ້ນ

 

ຂະນະດຽວກັນ ທຳນຽບຂາວປະຕິເສດຂໍ້ກ່າວຫາທີ່ວ່າ ການປັບຫຼຸດງົບປະມານຂອງ NWS ອາດເຮັດໃຫ້ການຕອບສະໜອງຕໍ່ໄພພິບັດຊ້າລົງ

 

ນັກວິຈານພະຍາຍາມເຊື່ອມໂຍງໄພພິບັດຄັ້ງນີ້ກັບການເລີກຈ້າງຄົນງານຫຼາຍພັນຄົນ ໃນຫົວໜ່ວຍງານແມ່ຂອງສຳນັກງານ NWS ຊຶ່ງກໍຄືສຳນັກງານບໍລິຫານບັນຍາກາດ ແລະ ມະຫາສະມຸດແຫ່ງຊາດສະຫະລັດ (NOAA)

 

ສຳນັກງານ NWS ທີ່ຮັບຜິດຊອບພະຍາກອນອາກາດໃນພື້ນທີ່ນີ້ມີພະນັກງານ 5 ຄົນປະຕິບັດໜ້າທີ່ໃນຂະນະທີ່ພາຍຸຝົນຟ້າຄະນອງກໍ່ຕົວຂຶ້ນເໜືອລັດເທັກຊັສເມື່ອແລງວັນທີ່ 3 ກໍລະກົດ.

 

ຊຶ່ງເປັນຈຳນວນປົກກະຕິສຳລັບກະກາງຄືນທີ່ຄາດວ່າຈະມີສະພາບອາກາດຮ້າຍແຮງ

 

ແຄໂຣໄລນ໌ ລີວິຕ ໂຄສົກທຳນຽບຂາວ ປະຕິເສດຄວາມພະຍາຍາມທີ່ຈະກ່າວໂທດປະທານາທິບໍດີ “ນັ້ນເປັນການກະທຳຂອງພະເຈົ້າ ບໍ່ແມ່ນຄວາມຜິດຂອງລັດຖະບານທີ່ນ້ຳທ່ວມເກີດຂຶ້ນເມື່ອເກີດຂຶ້ນ ແຕ່ມີການເຕືອນລ່ວງໜ້າ ແລະ ສະໝໍ່າສະເໝີ ແລະ ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດໄດ້ເຮັດໜ້າທີ່ຂອງຕົນແລ້ວ”

 

ລາວລະບຸວ່າສຳນັກງານ NWS ໃນເມືອງອອສຕິນ-ຊານອັນໂຕນິໂອໄດ້ສະຫຼຸບ ຂໍ້ມູນໃຫ້ເຈົ້າໜ້າທີ່ໃນພື້ນທີ່ທຣາບກ່ອນເກີດນ້ຳຖ້ວມ ແລະ ສົ່ງຄຳເຕືອນນ້ຳຖ້ວມ ໃນຊ່ວງບ່າຍຂອງມື້ນັ້ນ ກ່ອນຈະອອກຄຳເຕືອນນ້ຳຖ້ວມຫຼາຍຄັ້ງໃນຄືນນັ້ນ ແລະ ໃນຊ່ວງກ່ອນເຊົ້າຂອງວັນທີ່ 4 ກໍລະກົດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ