_cover - 2025-07-08T155655.165
ອີລອນ ມັສກ໌ ລະບຸວ່າລາວກຳລັງກໍ່ຕັ້ງພັກການເມືອງຂຶ້ນມາໃໝ່ ຫຼັງຈາກເກີດຄວາມຂັດແຍ້ງຮຸນແຮງກັບປະທານາທິບໍດີໂດນັລດ໌ ທຣັມ ຂອງສະຫະລັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 8 July, 2025
ໝວດ: ຂ່າວ

ອີລອນ ມັສກ໌ ຊີອີໂອແຫ່ງເທສລາ ລະບຸວ່າລາວກຳລັງກໍ່ຕັ້ງພັກການເມືອງຂຶ້ນມາໃໝ່ ຫຼັງຈາກເກີດຄວາມຂັດແຍ້ງຮຸນແຮງກັບປະທານາທິບໍດີໂດນັລດ໌ ທຣັມ ຂອງສະຫະລັດ ເມື່ອຫຼາຍອາທິດກ່ອນ

 

ມະຫາເສດຖີຜູ້ນີ້ປະກາດເລື່ອງການຕັ້ງພັກການເມືອງຜ່ານແພລດຟອມ “ເອັກຊ໌” ໂດຍລະບຸວ່າ ເຂົາກຳລັງຕັ້ງພັກທີ່ຊື່ວ່າ “ພັກອະເມຣິກາ” (America Party) ແລະ ບອກວ່າພັກນີ້ຈະເປັນທາງເລືອກທ້າທາຍຕໍ່ລະບົບການເມືອງແບບສອງພັກຂອງສະຫະລັດ ຊຶ່ງໄດ້ແກ່ ພັກຣີພັບລິກັນ ແລະ ພັກເດໂມແຄຣັດ

 

ຢ່າງໃດກໍຕາມ ຍັງບໍ່ຊັດເຈນວ່າພັກດັ່ງກ່າວໄດ້ຈົດທະບຽນຢ່າງເປັນທາງການ ກັບໜ່ວຍງານການເລືອກຕັ້ງຂອງສະຫະລັດແລ້ວຫຼືບໍ່ ແລະ ມັສກ໌ ກໍຍັງບໍ່ໄດ້ເປີດເຜີຍລາຍລະອຽດວ່າໃຜຈະເປັນຜູ້ນຳພັກ ຫຼື ພັກນີ້ຈະມີຮູບແບບຢ່າງໃດ

 

ມັສກ໌ ເຄີຍເວົ້າເຖິງຄວາມປາຖະໜາໃນການຕັ້ງພັກການເມືອງເປັນຄັ້ງທຳອິກ ລະຫວ່າງທີ່ລາວກຳລັງມີເຫດການບາດຫມາງກັບໂດນັລດ໌ ທຣັມ ແລະ ມີປາກສຽງກັນຢ່າງດຸເດືອດໃນທີ່ສາທາລະນະກັບອະດີດພັນທະມິດຂອງລາວ

 

ຊຶ່ງເຮັດໃຫ້ລາວອອກຈາກຕຳແໜ່ງທາງການບໍລິຫານໃນລັດຖະບານທຣັມ ທີ່ລາວເຂົ້າໄປມີສ່ວນຮ່ວມໃນການຕັດຫຼຸດງົບປະມານພາກລັດທີ່ບໍ່ຈຳເປັນ ຫຼື ທີມທີ່ຮູ້ຈັກກັນໃນຊື່ ກະຊວງປະສິດທິພາບຂອງລັດຖະບານ ຫຼື Department of Government Efficiency (Doge)

 

ລະຫວ່າງທີ່ລາວກຳລັງຂັດແຍ້ງກັບທຣັມ ມັສກ໌ໄດ້ໂພສຕ໌ແບບສຳຫຼວດເທິງ “ເອັກຊ໌” ໂດຍຖາມຜູ້ໃຊ້ງານໃນແພລດຟອມໂຊຊຽລດັ່ງກ່າວວ່າຄວນຈະມີພັກການເມືອງໃໝ່ໃນສະຫະລັດຫຼືບໍ່ ແລະ ເມື່ອອ້າງອີງຜົນສຳຫຼວດນີ້ເມື່ອວັນເສົາ ມັສກ໌ໄດ້ໂພສຕ໌ເພີ່ມເຕີມວ່າ “ດ້ວຍສັດສ່ວນ 2 ຕໍ່ 1 ພວກເຈົ້າຕ້ອງການພັກການເມືອງໃໝ່ ແລະ ເຈົ້າກໍຈະໄດ້ມັນ !”

 

“ເມື່ອເວົ້າເຖິງການກະທຳໃຫ້ປະເທດຂອງເຮົາລົ້ມລະລາຍດ້ວຍຄວາມສິ້ນເປືອງ ແລະ ການທຸຈລິດ ເຮົາກຳລັງຢູ່ພາຍໃຕ້ລະບົບພັກດຽວ ບໍ່ແມ່ນປະຊາທິປະໄຕ”

 

“ຕອນນີ້ ພັກອະເມຣິກາໄດ້ຈັດຕັ້ງຂຶ້ນແລ້ວເພື່ອຄືນເສລີພາບໃຫ້ກັບພວກເຈົ້າ”

 

ຈົນເຖິງວັນເສົາ (5 ກໍລະກົດ.) ຄະນະກຳມະການການເລືອກຕັ້ງຂອງສະຫະລັດ (Federal Electoral Commission) ຍັງບໍ່ໄດ້ເຜີຍແພ່ເອກະສານທີ່ບົ່ງບອກວ່າພັກການເມືອງໃໝ່ຂອງທຣັມໄດ້ຖືກຈົດທະບຽນກັບນາຍທະບຽນການເລືອກຕັ້ງແລ້ວ

 

ສຳລັບມັສກ໌ ຫຼັງການເລືອກຕັ້ງສະຫະລັດຄັ້ງທີ່ຜ່ານມາ ລາວໄດ້ຮັບການແຕ່ງຕັ້ງໃຫ້ດູແລໜ່ວຍງານງານທີ່ເອີ້ນວ່າ ກະຊວງປະສິດທິພາບຂອງລັດຖະບານ ຫຼື Department of Government Efficiency (Doge) ຊຶ່ງມີໜ້າທີ່ໃນການຕັດຫຼຸດງົບປະມານຂອງປະເທດ

 

ຄວາມຂັດແຍ້ງບໍ່ລົງຮອຍລະຫວ່າງລາວ ແລະ ທຣັມເລີ່ມຂຶ້ນເມື່ອລາວອອກຈາກກະຊວງນີ້ໃນເດືອນ ພຶດສະພາ ແລະ ເປີດສົງຄາມວິຈານທຣັມຕໍ່ສາທາລະນະເລື່ອງແຜນການໃຊ້ຈ່າຍແລະເກັບພາສີ

 

ຊຶ່ງກົດໝາຍງົບປະມານສະບັບດັ່ງກ່າວທີ່ທຣັມເອີ້ນວ່າ “big, beautiful bill” (ກົດໝາຍທີ່ໃຫຍ່ແລະສວຍງາມ) ໄດ້ຮັບຄວາມເຫັນຊອບຈາກສະພາຜູ້ແທນລາດສະດອນເກືອບບໍ່ຜ່ານ ແລະ ໄດ້ຮັບການລົງນາມປະກາດໃຊ້ເປັນກົດໝາຍໂດຍປະທານາທິບໍດີໃນອາທິດນີ້

 

ກົດໝາຍຊຸດໃຫຍ່ສະບັບນີ້ປະກອບດ້ວຍຂໍ້ຜູກພັນດ້ານການໃຊ້ຈ່າຍຈຳນວນມະຫາສານ ແລະ ການປັບຫຼຸດພາສີ ແລະ ຄາດວ່າຈະເພີ່ມການຂາດດຸນຂອງງົບປະມານສະຫະລັດຫຼາຍກວ່າ 3 ລ້ານລ້ານໂດລາສະຫະລັດ ໃນຊ່ວງທົດສະວັດໜ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ