_cover - 2025-07-08T162941.226
ນັກວິໄຈພົບ "ກຸ່ມໂປຣຕີນ" ທີ່ຊ່ວຍຕ້ານມະເຮັງ ຊະລໍຄວາມແກ່
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 8 July, 2025
ໝວດ: ຂ່າວ

ນັກວິທະຍາສາດຈາກສະຖາບັນວິໄຈການແພດເດັກ (CMRI) ໃນນະຄອນຊິດນີ້ຂອງອົດສະຕາລີ ພົບກຸ່ມໂປຣຕີນທີ່ອາດປ່ຽນແປງແນວທາງການຮັກສາໂລກມະເຮັງ ແລະ ໂລກທີ່ກ່ຽວຂ້ອງກັບຄວາມແກ່

 

ໂດຍໂປຣຕີນເຫຼົ່ານີ້ມີບົດບາດສຳຄັນໃນການຄວບຄຸມເອນໄຊມ໌ເທໂລເມີເຣສ (telomerase) ຊຶ່ງເຮັດໜ້າທີ່ປົກປ້ອງດີເອັນເອລະຫວ່າງການແບ່ງເຊວ

 

ຄວາມຄືບໜ້າໃນການຄົ້ນພົບຄັ້ງນີ້ຊ່ວຍອະທິບາຍເຖິງບົດບາດຂອງເອນໄຊມ໌ເທໂລເມີເຣສໃນການສະໜັບສະໜູນກະບວນການສູງໄວຢ່າງມີສະພາວະ ແລະ ໃນຂະນະດຽວກັນຍັງເປັນຕົວກະຕຸ້ນການເຕີບໂຕຂອງເຊວມະເຮັງ ໂດຍການວິໄຈໄດ້ເປີດໂອກາດໃໝ່ສຳລັບການພັດທະນາການຮັກສາທີ່ຊະລໍຄວາມແກ່ ຫຼື ຢຸດຢັ້ງການເຕີບໂຕຂອງມະເຮັງຜ່ານການມຸ່ງເປົ້າໄປທີ່ໂປຣຕີນທີ່ຄົ້ນພົບໃໝ່ນີ້

 

ການສຶກສາດັ່ງກ່າວເຜີຍແພ່ໃນວາລະສານເນເຈີ ຄອມມູນິເຄຊັນສ໌ (Nature Communications) ລະບຸວ່າເອນໄຊມ໌ເທໂລເມີເຣສເຮັດໜ້າທີ່ຮັກສາເທໂລເມຍ (Telomere) ຫຼື ສ່ວນທີ່ຢູ່ບໍລິເວນປາຍສຸດຂອງໂຄໂຣໂມໂຊມ

 

ຊຶ່ງສຳຄັນຕໍ່ຄວາມໝັ້ນຄົງຂອງສານກຳມະພັນ (genetic stability) ໂດຍເອນໄຊມ໌ນີ້ຈຳເປັນສຳລັບສຸຂະພາບຂອງເຊວຕົ້ນກຳເນີດ ແລະ ເຊວພູມຄຸ້ມກັນບາງປະເພດ ແຕ່ເຊວມະເຮັງມັກໃຊ້ເທໂລເມີເຣສເປັນເຄື່ອງມືໃນການແບ່ງຕົວຢ່າງຄວບຄຸມບໍ່ໄດ້

 

ທີມວິໄຈຄົ້ນພົບວ່າໂປຣຕີນ 3 ຊະນິດ ໄດ້ແກ່ໂນໂນ (NONO) ເອສເອຟພີຄິວ (SFPQ) ແລະ ພີເອສພີຊີ1 (PSPC1) ຊ່ວຍນຳທາງເອນໄຊມ໌ເທໂລເມີເຣສໄປຍັງສ່ວນປາຍຂອງໂຄໂຣໂມໂຊມ ຫາກໄປຂັດຂວາງການເຮັດວຽກຂອງໂປຣຕີນເຫຼົ່ານີ້ໃນເຊວມະເຮັງ ຈະສາມາດຢຸດການຊ່ອມແຊມເທໂລເມຍ ແລະ ອາດຢຸດການເຕີບໂຕຂອງເຊວມະເຮັງໄດ້

 

ອະເລັກຊານເດີ ໂຊບິນອຟຟ໌ ຫົວໜ້າຜູ້ຂຽນການສຶກສາດັ່ງກ່າວ ລະບຸວ່າການຄົ້ນພົບນີ້ສະແດງໃຫ້ເຫັນວ່າໂປຣຕີນເຫຼົ່ານີ້ເຮັດໜ້າທີ່ຄືເຈົ້າໜ້າທີ່ຄວບຄຸມການຈະລາຈອນລະດັບໂມເລກຸນ ນຳທາງໃຫ້ເທໂລເມີເຣສໄປຍັງຕຳແໜ່ງທີ່ຖືກຕ້ອງພາຍໃນເຊວ

 

ຂະນະທີ່ຮິວດາ ພິກເກັດ ຜູ້ຂຽນອາວຸໂສຂອງການສຶກສານີ້ ລະບຸວ່າການເຂົ້າໃຈກົນໄກການຄວບຄຸມເທໂລເມີເຣສຈະເປີດແນວທາງໃໝ່ໃນການພັດທະນາວິທີຮັກສາໂລກມະເຮັງ ຄວາມແກ່ ແລະ ໂລກທາງກຳມະພັນທີ່ກ່ຽວຂ້ອງກັບຄວາມຜິດປົກກະຕິຂອງເທໂລເມຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ