_cover - 2025-07-09T093824.108
ອິສຣາແອລໂຈມຕີທົ່ວກາຊາ ຍຶດພື້ນທີ່ໄດ້ກວ່າ 80% ຍອດຜູ້ເສຍຊີວິດໃນກາຊາເປັນຢ່າງຫນ້ອຍ 57,418 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 July, 2025
ໝວດ: ຂ່າວ

ກະຊວງສາທາລະນະສຸກຂອງຮາມາສທີ່ດູແລເຂດກາຊາເປີດເຜີຍວ່າ ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ມີຜູ້ເສຍຊີວິດຈາກການໂຈມຕີຂອງອິສຣາແອລໃນເຂດກາຊາເພີ່ມຂຶ້ນຢ່າງຫນ້ອຍ 80 ຄົນ ບາດເຈັບອີກ 304 ຄົນ ແລະ ອີກຈຳນວນຫຼາຍອາດຕິດຢູ່ພາຍໃຕ້ຊາກອາຄານເຮືອນທີ່ພັງຖະລົ່ມ ເພີ່ມຍອດຜູ້ເສຍຊີວິດໃນກາຊາເປັນຢ່າງຫນ້ອຍ 57,418 ຄົນ ບາດເຈັບ 136,261 ຄົນ

 

ດ້ານກອງທັບອິສຣາແອລເປີດເຜີຍວ່າ ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ໄດ້ດຳເນີນການໂຈມຕີເປົ້າໝາຍຕ່າງໆ ທົ່ວເຂດກາຊາກວ່າ 130 ແຫ່ງ

 

ສ່ວນໃຫຍ່ເປັນສູນບັນຊາການ ແລະ ໂຄງສ້າງພື້ນຖານຂອງກຸ່ມຮາມາສ ສາງອາວຸດ ແທ່ນຍິງລູກຈະຫຼວດ ລວມທັງສັງຫານກຸ່ມຕິດອາວຸດໄດ້ຈຳນວນຫຼາຍໃນເມືອງກາຊາຊິຕີ້ ແລະ ຈາບາເລຍ

 

ນອກຈາກນີ້ ກອງທັບອິສຣາແອລຍັງໄດ້ປະກາດໃຫ້ຊາວປາເລັສຕາຍໃນເມືອງຂານ ຢູນິສ ທາງພາກໃຕ້ຂອງກາຊາ ເກັບເຄື່ອງອົບພະຍົບອອກຈາກພື້ນທີ່ຕັ້ງແຕ່ຊ່ວງແລງວັນອາທິດທີ່ຜ່ານມາ ເພື່ອກະກຽມກ້າວໄປດຳເນີນການທາງທະຫານຢ່າງໜັກໜ່ວງຮອບໃໝ່ໃນພື້ນທີ່ດັ່ງກ່າວ

 

 

ໃນຂະນະທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພລະດັບສູງຂອງກຸ່ມຮາມາສເປີດເຜີຍກັບສຳນັກຂ່າວບີບີຊີວ່າ ຜົນຈາກການໂຈມຕີທາງອາກາດຂອງອິສຣາແອລ ສົ່ງຜົນໃຫ້ກຸ່ມຕິດອາວຸດໃນປາເລັສຕາຍ ສູນເສຍການຄວບຄຸມພື້ນທີ່ໃນເຂດກາຊາໄປແລ້ວກວ່າຮ້ອຍລະ 80

 

ນອກຈາກນີ້ຍັງເຮັດໃຫ້ລະບົບການບັງຄັບບັນຊາແລະການຄວບຄຸມຂອງກຸ່ມຮາມາສລົ້ມລະລາຍ ໃນເວລານີ້ໂຄງສ້າງດ້ານຄວາມໝັ້ນຄົງຂອງກຸ່ມຮາມາສເກືອບບໍ່ເຫຼືອຫຍັງອີກແລ້ວ ແລະ ຜູ້ນຳແລະເຈົ້າໜ້າທີ່ລະດັບຜູ້ບັນຊາການຂອງກຸ່ມທັງໝົດກໍຖືກສັງຫານໄປດ້ວຍ ຂະນະນີ້ ກຸ່ມຕິດອາວຸດໃນປາເລັສຕາຍເກີດພາວະສູນຍາກາດທາງຄວາມໝັ້ນຄົງ ແລະ ປະຈຸບັນກໍມີກຸ່ມອາຊະຍາກອນຢູ່ທຸກໜທຸກແຫ່ງ

 

ຄຳໃຫ້ສຳພາດຂອງເຈົ້າໜ້າທີ່ຄົນນີ້ເກີດຂຶ້ນ ຫຼັງຈາກ ໂຢອາຟ ກັລລັນ ອະດີດລັດຖະມົນຕີປ້ອງກັນປະເທດອິສຣາແອລຣະບຸວ່າ ກຸ່ມຮາມາສໃນຮູບແບບກອງກຳລັງທະຫານບໍ່ມີຢູ່ອີກຕໍ່ໄປແລ້ວ ແລະ ຕອນນີ້ກຳລັງໃຊ້ຍຸດທະວິທີ ກອງໂຈນໃນການຕໍ່ສູ້ກັບອິສຣາແອລ

 

 

ດ້ານນາຍົກລັດຖະມົນຕີເບັນຈາມິນ ເນທັນຢາຮູ ເດີນທາງຮອດສະຫະລັດແລ້ວ ກະກຽມປຶກສາຫາລືຮ່ວມກັບປະທານາທິບໍດີທຣຳ ແລະ ລັດຖະມົນຕີຕ່າງປະເທດ ມາໂກ ລູບີໂອ ແລະ ທູດພິເສດສະຫະລັດປະຈຳຕາເວັນອອກກາງ ສຕີຟ ວິດຄອຟຟ໌ໃນມື້ນີ້ດ້ວຍ

 

ໂດຍຄາດວ່າທັງສອງຈະປຶກສາຫາລືກັນເລື່ອງຄວາມຂັດແຍ້ງລະຫວ່າງອິສຣາແອລ-ອິຫຼ່ານ ລວມທັງອະນາຄົດໂຄງການນິວເຄລຍອິຫຼ່ານ ແລະ ຄວາມເປັນໄປໄດ້ໃນການຢຸດຍິງລະຫວ່າງອິສຣາແອລແລະກຸ່ມຮາມາສດ້ວຍ

 

ໂດຍໃນຖະແຫລງການຂອງເນທັນຢາຮູ ຣະບຸວ່າ ຂໍຂອບໃຈທຣຳໄວ້ສຳລັບການມີສ່ວນຮ່ວມທີ່ຊົງພະລັງກັບອິສຣາແອລ ລວມທັງການທີ່ທຣຳຕັດສິນໃຈເຂົ້າຮ່ວມໂຈມຕີອິຫຼ່ານເມື່ອເດືອນທີ່ຜ່ານມາ ແລະ ນີ້ຄືໝູ່ທີ່ແທ້ຈິງ ທີ່ຮ່ວມກັນເອົາໄຊຊະນະເຫນືອສັດຕູຮ່ວມ ຄືອິຫຼ່ານ

 

ໃນຂະນະທີ່ປະທານາທິບໍດີທຣຳ ໄດ້ກ່າວເມື່ອວັນອາທິດ (6 ກໍລະກົດ) ວ່າ ນີ້ຄືໂອກາດທີ່ດີທີ່ອາດສາມາດບັນລຸຂໍ້ຕົກລົງຢຸດຍິງກັບກຸ່ມຮາມາສໄດ້ພາຍໃນອາທິດນີ້ ທີ່ຈະນຳມາສູ່ການປ່ອຍຕົວປະກັນ – ເຊິ່ງເນທັນຢາຮູເຊື່ອວ່າ ການລົມກັບທຣຳຄັ້ງນີ້ ຈະຊ່ວຍໃຫ້ການເຈລະຈາຢຸດຍິງສາມາດບັນລຸຜົນໄດ້ ຫຼັງຈາກທີ່ຜູ້ແທນຂອງອິສຣາແອລໄປປຶກສາຫາລືກັບຕົວແທນກາງຢ່າງກາຕາເມື່ອວັນອາທິດທີ່ຜ່ານມາ

 

ດ້ານກຸ່ມຮູຕີໃນເຢເມນ ປະກາດຢ້ຳເຖິງຈຸດຢືນຕໍ່ຊາວປາເລັສຕາຍວ່າ ປະຕິບັດການເພື່ອສະໜັບສະໜູນເຂດກາຊາ ຈະບໍ່ມີວັນສິ້ນສຸດລົງ ຈົນກວ່າອິສຣາແອລຈະຢຸດການໂຈມຕີ

 

ໂດຍເມື່ອວັນອາທິດ ກຸ່ມຮູຕີໄດ້ຍິງລູກຈະຫຼວດໃສ່ສະໜາມບິນເບນ ກູຣີອອນອີກຄັ້ງ ເຮັດໃຫ້ກອງທັບອິສຣາແອລຕອບໂຕ້ກັບດ້ວຍການໂຈມຕີທ່າເຮືອໂຮໄດດາ, ຣາສ ອິຊາ ແລະ ແອສ-ຊາລິຟ ຕາມແນວຕາຝັ່ງທະເລແດງ ລວມທັງໂຈມຕີໂຮງໄຟຟ້າ ຣາສ-ຄານາທິບດ້ວຍ

 

ນອກຈາກນີ້ຍັງໂຈມຕີລະບົບເຣດາຂອງເຮືອກາແລັກຊີ ລີເດີທີ່ຖືກກຸ່ມຮູຕີຍຶດເອົາໄວ້ ແລະ ຍັງຈອດທຽບທ່າຢູ່ທີ່ໂຮໄດດາດ້ວຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-27T155741.314
ມອບ-ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 2
site cover1 (90)
Microsoft ທົດສອບຄຸນສົມບັດການສືບຕໍ່ໃຊ້ແອັບ Android ຢູ່ Windows 11
site cover1 (89)
ພາສີ 50% ຂອງ Trump ຕໍ່ອິນເດຍເລີ່ມມີຜົນບັງຄັບໃຊ້ ຂະນະທີ່ Modi ຮຽກຮ້ອງໃຫ້ພຶ່ງຕົນເອງ
pele - 2025-08-27T143912.479
ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ
site cover1 (88)
ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ
pele - 2025-08-27T135451.737
ຄະນະຮັບຜິດຊອບ ນະໂຍບາຍສິນເຊື່ອແຂວງຄໍາມ່ວນ ລົງຕິດຕາມ ຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນ
site cover1 (87)
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)
pele - 2025-08-27T102206.902
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)
pele - 2025-08-27T095144.914
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
ຢ່າລື່ມກົດຕິດຕາມ