_cover - 2025-07-09T100810.986
Jack Dorsey ເປີດຕົວ ແອັບແຊັດ ຜ່ານ "Bluetooth" ບໍ່ຕ້ອງມີອິນເຕີເນັດ ກໍສົ່ງຂໍ້ຄວາມຫາກັນໄດ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 July, 2025
ໝວດ: ຂ່າວ

ລ່າສຸດ ແຈັກ ດໍເຊຍ ຜູ້ກໍ່ຕັ້ງຮ່ວມ Twitter ປະກາດເປີດຕົວແອັບພລິເຄຊັນສົ່ງຂໍ້ຄວາມ ຫຼື ແອັບພລິເຄຊັນແຊັດ ຊື່ “Bitchat”

 

ຄວາມໜ້າສົນໃຈຂອງແອັບພລິເຄຊັນຢູ່ທີ່ການສົ່ງຂໍ້ຄວາມແບບ Peer-to-Peer (P2P) ທີ່ເຮັດວຽກຜ່ານບລູທູດເທົ່ານັ້ນ ຫຼືກໍຄືສົ່ງຂໍ້ຄວາມໄດ້ໂດຍກົງ ໂດຍບໍ່ຕ້ອງຜ່ານເຄື່ອງເຊີຟເວີກາງ ແລ້ວລາຍລະອຽດຂອງ Bitchat ຍັງມີຫຍັງແດ່?

 

ວິທີການເຮັດວຽກຂອງ Bitchat

 

ອັນທີ່ກ່າວໄປເບື້ອງຕົ້ນ ການສົ່ງຂໍ້ຄວາມສາມາດເຮັດໄດ້ທັນທີ ບໍ່ຕ້ອງມີອີເມລ ເບີໂທລະສັບ ຫຼື ບັນຊີ ແຕ່ຫຼາຍຄົນກໍອາດສົງໄສວ່າ ແລ້ວໄລຍະ Bluetooth ອາດສົ່ງຂໍ້ຄວາມໄດ້ໃນໄລຍະລັດສະໝີບໍ່ໄກ ຫຼືບໍ?

 

ຄຳຕອບຄື ແມ່ນ ພຽງແຕ່ຕອນກຳລັງເຊື່ອມຕໍ່ຫາຄົນທີ່ຕ້ອງການສົນທະນາດ້ວຍ ຫຼັງຈາກນັ້ນລະບົບຈະຝາກສົ່ງຕໍ່ໆກັນໄປ ຈາກເຄື່ອງໜຶ່ງສູ່ອີກເຄື່ອງເອງ

 

ອະທິບາຍໃຫ້ເຫັນພາບງ່າຍໆ:

 

ສົມມຸດເຮົາໃຊ້ງານມືຖືເຄື່ອງທີ່ 1 ສົ່ງຂໍ້ຄວາມຄຳວ່າ “ສະບາຍດີ” ຫາໝູ່ໃນເຄື່ອງທີ່ 2 ຕອນເວລາເຊື່ອມຕໍ່ກັນ ເຄື່ອງທີ່ 1 ແລະ ເຄື່ອງທີ່ 2 ຕ້ອງຢູ່ໃກ້ກັນ ແຕ່ເມື່ອເຊື່ອມຕໍ່ສຳເລັດແລ້ວ ເຄື່ອງທີ່ 1 ແລະ ເຄື່ອງທີ່ 2 ສາມາດແຍກອອກຈາກກັນໄດ້ເລີຍ ໂດຍທີ່ຫຼັງຈາກນັ້ນຈະຍັງສາມາດສົ່ງຂໍ້ຄວາມຫາກັນໄດ້ຢູ່

 

ໂດຍການສົ່ງຂໍ້ຄວາມນອກໄລຍະ Bluetooth ຈະໃຊ້ວິທີທີ່ຄ້າຍກັບເປັນການຝາກຂໍ້ຄວາມໃຫ້ກັບຄົນອື່ນທີ່ຍ່າງຜ່ານ ຈົນຂໍ້ຄວາມສົ່ງໄປເຖິງເຄື່ອງທີ່ 2 ໃນທີ່ສຸດ

 

ນອກຈາກນີ້ ຂໍ້ຄວາມທັງໝົດຈະຖືກເກັບໄວ້ສະເພາະໃນອຸປະກອນຂອງຜູ້ໃຊ້ງານທີ່ເປັນຜູ້ສົ່ງ ແລະ ຮັບຂໍ້ຄວາມເທົ່ານັ້ນ ແລະ ຈະຫາຍໄປໂດຍອັດຕະໂນມັດ

 

ແອັບພລິເຄຊັນ Bitchat ມີຟີເຈີຫຍັງແດ່?

 

ຫົວໃຈຫຼັກຂອງແອັບພລິເຄຊັນນີ້ ຄືການສົ່ງຂໍ້ຄວາມຜ່ານການເຊື່ອມຕໍ່ Bluetooth ເພາະສະນັ້ນຟີເຈີອື່ນໆ ກໍຈະກ່ຽວຂ້ອງກັບການສົ່ງຂໍ້ຄວາມຄືກັນ

 

ຟີເຈີທີ່ມີໃນປະຈຸບັນ

 

ໂດຍຕອນນີ້ມີທັງໝົດ 2 ຟີເຈີ ຄື:

 

1. ການສ້າງກຸ່ມແຊັດ

  • ຕັ້ງຊື່ດ້ວຍແຮັດແທັກ (#)
  • ສາມາດຕັ້ງລະຫັດຜ່ານເພື່ອປ້ອງກັນການເຂົ້າເຖິງໄດ້

 

2. ຟີເຈີ “Store and Forward”

 

  • ຊ່ວຍເກັບຂໍ້ຄວາມໄວ້ ແລະ ສົ່ງໃຫ້ຜູ້ໃຊ້ງານທີ່ກັບມາອອນລາຍ

 

ແລ້ວໃນອະນາຄົດຈະມີການອັບເດດຫຍັງເພີ່ມເຕີມແດ່?

 

ແຈັກ ດໍເຊຍ ບອກວ່າ ເວີຊັນໃນອະນາຄົດຈະຮອງຮັບການເຊື່ອມຕໍ່ແບບ WiFi Direct ເພື່ອເພີ່ມຄວາມໄວ ແລະ ລະຍະໃນການສົ່ງຂໍ້ມູນ

 

ຫຼັກການ WiFi Direct:

 

ໜ້າທີ່ການສົ່ງຂໍ້ຄວາມແບບ WiFi Direct ງ່າຍໆ ຄືການຕັ້ງສາຍ Wi-Fi ຊົ່ວຄາວລະຫວ່າງອຸປະກອນ 2 ເຄື່ອງ ໂດຍບໍ່ຕ້ອງມີອິນເຕີເນັດ ຫຼື ຮອດສະປອດນັ້ນເອງ

 

ສະຖານະການເປີດໃຊ້ງານ

 

ສ່ວນໃຜທີ່ຢາກໃຊ້ງານຕ້ອງລໍຖ້າໄປກ່ອນ ເພາະຕອນນີ້ຍັງຢູ່ໃນຂັ້ນ Beta ທີ່ເປີດທົດສອບສະເພາະພາຍໃນເທົ່ານັ້ນ ຍັງບໍ່ເປີດໃຫ້ຜູ້ໃຊ້ພາຍນອກໃຊ້ງານ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ