_cover - 2025-07-09T132258.146
"ຊຽງໄຮ້" ເປີດສວນສະນຸກ "LEGOLAND" ໃຫຍ່ທີ່ສຸດໃນໂລກ ໃຊ້ LEGO ກວ່າ 85 ລ້ານຊິ້ນ !
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 July, 2025
ໝວດ: ຂ່າວ

ເລໂກ້ (LEGO) ບໍລິສັດເຄື່ອງຫຼິ້ນຕົວຕໍ່ລາຍໃຫຍ່ຈາກເດນມາກ ເປີດຕົວສວນສະນຸກເລໂກ້ແລນດ໌ທີ່ໃຫຍ່ທີ່ສຸດໃນໂລກ ໃນມະຫານະຄອນຊຽງໄຮ້ ປະເທດຈີນ ເພື່ອດຶງດູດນັກທ່ອງທ່ຽວທີ່ຊື່ນຊອບເລໂກ້ຈາກທົ່ວທຸກມຸມໂລກ

 

ເລໂກ້ແລນດ໌ ຊຽງໄຮ້ ຣີສອດ (LEGOLAND Shanghai Resort) ມີພື້ນທີ່ກວ້າງກວ່າ 318,000 ແມັດກ້ອນ ຖືເປັນຣີສອດ LEGOLAND ແຫ່ງທີ່ 11 ຂອງໂລກ ແລະ ເປັນແຫ່ງທຳອິດໃນປະເທດຈີນ ອອກແບບໃຫ້ເໝາະກັບຜູ້ເຂົ້າຊົມຫຼາກຫຼາຍໄວ ທັງຄອບຄົວ ຜູ້ໃຫຍ່ ແລະ ເດັກ ໂດຍສະເພາະເດັກໆ ອາຍຸ 2 – 12 ປີ

 

ພື້ນທີ່ດ້ານໃນແບ່ງຕາມທີມອອກເປັນ 8 ສ່ວນ ເຊັ່ນ “LEGOLAND Imagination Zone” ແລະ “LEGO Monkey King” ຊຶ່ງມີເຄື່ອງຫຼິ້ນແບບໂຕ້ຕອບ ການສະແດງ ແລະ ແຫຼ່ງທ່ອງທ່ຽວຈຳລອງຈາກອິດ LEGO ໃຫ້ຊົມຫຼາຍກວ່າ 75 ລາຍການ

 

ໜຶ່ງໃນຈຸດຖ່າຍຮູບຂອງສວນສນຸກຄື ດາດ້າ (DADA) ຫຸ່ນ LEGO ທີ່ໃຫຍ່ທີ່ສຸດໃນໂລກ ສູງ 26 ແມັດ ໜັກ 136 ໂຕນ ແລະ ທີ່ເລໂກ້ແລນດ໌ແຫ່ງນີ້ ຍັງມີການໃຊ້ເລໂກ້ກວ່າ 85 ລ້ານຊິ້ນ ສ້າງໂມເດລທີ່ມີຫຼາຍເຖິງຫຼັກພັນໂມເດລ ໂດຍມີໜຶ່ງໃນແລນດ໌ມາກສຳຄັນຄື ມິນິແລນດ໌ (Miniland) ທີ່ຈຳລອງສະຖານທີ່ທ່ອງທ່ຽວຊື່ດັງຈາກທົ່ວໂລກ

 

ໂດຍສະຖານທີ່ທ່ອງທ່ຽວຈຳລອງທີ່ໜ້າສົນໃຈ ເຊັ່ນ: ວິຫານສະຫວັນໃນປັກກິ່ງ (Beijing’s Temple of Heaven) ຍ່ານເດີະບັນດ໌ໃນຊຽງໄຮ້ (Shanghai’s the Bund waterfront) ພະລາຊະວັງຕ້ອງຫ້າມ ກຳແພງເມືອງໂບຮານ ນອກຈາກນີ້ຍັງມີທົວທາງເຮືອຜ່ານເມືອງນ້ຳປະຫວັດສາດຂອງຈີນທີ່ສ້າງດ້ວຍອິດເລໂກ້ ໃຫ້ໄດ້ຊົມ

 

ແລະ ນອກຈາກເຄື່ອງຫຼິ້ນ ຮ້ານອາຫານຕາມທີມ ແລະ ຮ້ານຄ້າແລ້ວ ເພື່ອມອບປະສົບການທີ່ໜ້າຕື່ນຕາຕື່ນໃຈ ບໍລິສັດຍັງໄດ້ສ້າງໂຮງແຮມທີມ LEGOLAND ຂຶ້ນຂ້າງສວນສະນຸກ ໂດຍມີຫ້ອງພັກຮອງຮັບເຖິງ 250 ຫ້ອງ

 

ນອກຈາກນີ້ຍັງມີຈຸດທ່ຽວຊົມທີ່ໜ້າສົນໃຈອື່ນໆ ເຊັ່ນ: ຫ້ອງຈັດສະແດງທີ່ອອກແບບໂດຍໃຊ້ອິດເລໂກ້ກວ່າ 20 ລ້ານຊິ້ນ ໃຊ້ເວລາສ້າງກວ່າ 160,000 ຊົ່ວໂມງ ແລະ ມີພື້ນທີ່ໃຫ້ນັກທ່ອງທ່ຽວສາມາດມາລອງສ້າງສັນຟາກ LEGO ດ້ວຍຕົນເອງໄດ້ອີກດ້ວຍ

 

ສຳລັບຜູ້ພັດທະນາຄື Merlin Entertainments ບໍລິສັດຊັ້ນນຳລະດັບໂລກດ້ານທຸລະກິດບັນເທິງ ແລະ LEGO Group ຮ່ວມກັບລັດຖະບານຂອງຊຽງໄຮ້

 

ໂດຍບໍລິສັດມອງວ່າຈີນເປັນຕະຫຼາດຂະໜາດໃຫຍ່ຂອງ LEGO ແລະ ຍັງເປັນຕະຫຼາດສວນສະນຸກທີ່ໃຫຍ່ເປັນອັນດັບສອງຂອງໂລກດ້ວຍເຊັ່ນກັນ ສ່ວນລາຄາບັດເຂົ້າຊົມສວນສນຸກ ເປີດເຜີຍວ່າເລີ່ມຕັ້ງແຕ່ 44-84 ໂດລາສະຫະລັດ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ